ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)
老挝人民军军官法(修订版)
Law on Military Commander of the Lao People's Army (Amended)
ບົດສະຫຼຸບ
ແຫຼ່ງທີ່ມາ: ເວັບໄຊທ໌ທາງການຂອງລັດຖະບານລາວ laoofficialgazette.gov.la. ຊື່ພາສາຈີນແມ່ນຊື່ແປ, ແນະນຳໃຫ້ກວດສອບດ້ວຍຕົນເອງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບ, ພັນທະ, ມາດຕະຖານ, ຂັ້ນ, ຊັ້ນ, ຕຳແໜ່ງ, ນະໂຍບາຍ, ຂໍ້ຫ້າມ, ການຍ້ອງຍໍ ແລະ ການລົງວິໄນ ຕໍ່ນາຍທະຫານ ເພື່ອຮັບປະກັນການກໍ່ສ້າງ, ນຳພາ, ບັນຊາ, ຄຸ້ມຄອງ ແລະ ກວດກາການເຄື່ອນໄຫວວຽກງານຂອງນາຍທະຫານ ແນໃສ່ເຮັດໃຫ້ມີຄວາມເຂັ້ມແຂງທາງດ້ານການເມືອງ ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ, ເປັນກຳລັງຫຼັກແຫຼ່ງ, ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ມາດຕາ ມາດຕາ 2
ມາດຕາ 2 ນາຍທະຫານກອງທັບປະຊາຊົນລາວ
ນາຍທະຫານກອງທັບປະຊາຊົນລາວ ແມ່ນພະນັກງານຂອງພັກ ແລະ ລັດ ທີ່ມີຊັ້ນ ແຕ່ຊັ້ນຮ້ອຍຕີ ເຖິງຊັ້ນພົນເອກ ໂດຍມີເຄື່ອງໝາຍຊັ້ນ, ເຄື່ອງໝາຍທຽບຊັ້ນ, ເຄື່ອງໝາຍເຫຼົ່າຮົບ, ເຄື່ອງໝາຍເຫຼົ່າທັບ ແລະ ເຄື່ອງແບບສະເພາະ ຊຶ່ງລັດຖະບານເປັນຜູ້ກຳນົດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 51 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ