ຂໍ້ຕົກລົງ ວ່າດ້ວຍ ການສ້າງຕັ້ງ ແລະ ການຄຸ້ມຄອງຫ້ອງການຜູ້ຕາງໜ້າ ຂອງນິຕິບຸກຄົນຕ່າງປະເທດ ຢູ່ ສປປ ລາວ

关于在老挝人民民主共和国设立及管理外国法人代表处的协议

Agreement on the Establishment and Management of Foreign Representative Offices in the Lao People's Democratic Republic

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ອອກໂດຍກະຊວງແຜນການ ແລະ ການລົງທຶນ (ສະບັບເລກທີ 19/ກຜທ), ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການສ້າງຕັ້ງ, ການດຳເນີນງານ ແລະ ການຄຸ້ມຄອງຫ້ອງການຕາງໜ້າຂອງນິຕິບຸກຄົນຕ່າງປະເທດ ໃນ ສປປ ລາວ ເພື່ອດຶງດູດ ແລະ ສົ່ງເສີມການລົງທຶນຈາກຕ່າງປະເທດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍຕົກລົງສະບັບນີ ວາງອອກເພືອກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ໃນການເຄື່ອນໄຫວ, ການສ້າງຕັ້ງ ແລະ ການຄຸ້ມຄອງຫ້ອງການຜູ້ຕາງຫ້າ ຂອງນິຕິບຸກຄົນຕາງປະເທດ ຢູ່ ສປປ ລາວ ໃຫ້ເຄືອນໄຫວ ຖືກຕ້ອງ ແລະ ສອດຄອງຕາມກົດບນາຍ ແລະ ລະບຽບການ ຂອງ ສປປ ລາວ, ຮັບປະກັນສ້າງເງືອນໄຂການ ດຶງດູດ ແລະ ສົ່ງເສີມການລົງທຶນຂອງຕາງປະເທດ ຢູ່ ສປປ ລາວ ຕາມນະໂຍບາຍການພັດທະນາເສດຖະກິດ- ຈ ຈ. ) ະ າ” ຈ . , ນ 3 [> ຈ ຈ. 4 6 າ. 11 ສັງຄົມ ໃນແຕລະໄລຍະໃຫ້ນັບມື້ຫຼາຍຂຶ້ນ, ແນໃສຊກຍູ້ສິງເສີມ ຜົນປະໂຫຍດອັນຊອບທຳຂອງລັດ, ລວມຫ, ປະຊາຊົນ ແລະ ຜູ້ລົງທຶນຕາງປະເທດ.

ມາດຕາ 2

ຫ້ອງການຜູ້ຕາງໜ້າ ຂອງນິຕິບຸກຄົນຕ່າງປະເທດ. ຫ້ອງການຜູ້ຕາງໜ້າ ແມ່ນຫ້ອງການປະສານງານ ຕາງໜ້າໃຫ້ບໍລິສັດແມ່ຢູ່ຕ່າງປະເທດ ໃນການດຳເນີນ ການສຶກສາຊອງທາງການລົງທຶນ, ສຶກສາຂໍ້ມູນດ້ານການຄ້າ, ການບໍລິການ, ໃຫ້ຄຳປຶກສາ ແລະ ປະສານງານ ໃຫ້ກຸ່ມບໍລິສັດເຄືອຂ່າຍ ຫຼື ສາຂາ, ພົວພັນກັບພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ຢູ່ ສປປ ລາວ ເພື່ອກະກຽມການສ້າງຕັ້ງ ແລະ ພັດທະນາທຸລະກິດການລົງທຶນ ຢູ່ ສປປ ລາວ, ຕິດຕາມການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາ ທີ່ບໍລິສັດແມ່ຢູ່ຕ່າງປະເທດ ໄດ້ເຊັນກັບລັດຖະບານ ໃນໂຄງການສຳປະທານ ເທົ່ານັ້ນ, ສ່ວນສັນຍາປະເພດອື່ນ ແມ່ນບໍ່ຖືເປັນເງື່ອນໄຂໃນການສ້າງຕັ້ງຫ້ອງການຜູ້ຕາງໜ້າ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 24 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ