ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ຄັງສະສົມແຫ່ງລັດ

关于国家储备库管理与使用的决定

Decision on the Management and Use of National Reserves

ບົດສະຫຼຸບ

ລັດຖະມົນຕີກະຊວງການເງິນ ໄດ້ອອກຄຳຕັດສິນໃຈ ກຳນົດເງື່ອນໄຂການນຳໃຊ້, ອຳນາດອະນຸມັດ, ກົນໄກປະສານງານ ແລະ ຂັ້ນຕອນການກະກຽມເອກະສານ ສຳລັບສະຫງວນແຫ່ງຊາດ ໃນສະພາບປົກກະຕິ ແລະ ສຸກເສີນ ເພື່ອຮັບປະກັນການນຳໃຊ້ສະຫງວນແຫ່ງຊາດ ໃຫ້ທັນເວລາ, ປະຢັດ, ມີປະສິດທິພາບ ແລະ ສາມາດກວດສອບໄດ້.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ນິຕິກຳ ແລະ ລະບຽບການວ່າດ້ວຍຄັງສະສົມ ແຫ່ງລັດ ຢ່າງເຂັ້ມງວດ ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ; ກຳນົດຂອບເຂດສິດ ແລະ ຄວາມຮັບຜິດຊອບໃນການອະນຸມັດ ແລະ ຈັດຕັ້ງປະຕິບັດຄັງສະສົມແຫ່ງລັດໃຫ້ລະອຽດຈະແຈ້ງແນໃສ່ຮັບປະກັນ ການຈັດຕັ້ງປະຕິບັດໃຫ້ທັນເຫດການ, ປະຢັດ, ມີປະສິດທິຜົນ ແລະ ສາມາດກວດສອບໄດ້.

ມາດຕາ 2

ຂອບເຂດການນຳໃຊ້ ຂໍຕົກລົງສະບັບນີ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ມີການພົວພັນເຖິງການນຳໃຊ້ຄັງ ສະສົມແຫ່ງລັດ.

ມາດຕາ 3

ການອະທິບາຍຄຳສັບ ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ສະພາບປົກກະຕິ ໝາຍເຖິງ ສະພາບການຊຶ່ງດຳເນີນໄປຕາມທຳມະດາ ທີ່ມີລັກສະນະເປັນປົກກະຕິ ໃນ ການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດ ໃນສັງຄົມ ນອກຈາກເຫດການອື່ນໆ ທີ່ກຳນົດໄວ້ໃນເຫດການສຸກເສີນ. 2. ເຫດການສຸກເສີນ ໝາຍເຖິງ ໄພພິບັດທາງທຳມະຊາດ, ເຫດໂສກນາດຕະກຳ, ອັກຄີໄພ, ພະຍາດ ລະບາດທີ່ມີລັກສະນະເປັນວົງກ້ວາງ, ການກໍ່ການຮ້າຍ, ການຮຸກຮານ, ວິກິດການທາງດ້ານການເງິນ ແລະເຫດການ ອື່ນ ທີ່ມີຄວາມຈຳເປັນຕ້ອງແກ້ໄຂດ່ວນ; 3. ຜູ້ປະສົບໄພພິບັດ ໝາຍເຖິງ ບຸກຄົນ ຫຼື ຄອບຄົວ ທີ່ໄດ້ຮັບຜົນເສຍຫາຍຈາກ ເຫດການສຸກເສີນ ຫຼື ໄພພິບັດ ຊຶ່ງໄດ້ຮັບການຢັ້ງຢືນການປະເມີນຜົນເສຍຫາຍຢ່າງຄົບຖ້ວນ ແລະເປັນລາຍລັກອັກສອນ ຈາກອົງການ ປົກຄອງທ້ອງຖິ່ນ ແລະຄະນະກຳມະການທີ່ກ່ຽວຂ້ອງ; 4. ການດັດສົມຕະຫລາດ ໝາຍເຖິງ ການປະກອບສ່ວນ ໃນການຄຸ້ມຄອງ ແລະ ແຊກແຊງລາຄາ ໃນ ກໍລະນີເກີດວິກິດການທາງດ້ານການເງິນ ເພື່ອຄຸ້ມຄອງລາຄາສິນຄ້າຍຸດທະສາດບາງຊະນິດ ເປັນຕົ້ນ: ບັນດາສິນຄ້າ ສະບຽງອາຫານ, ນ້ຳມັນເຊື້ອໄຟ ໃຫ້ຢູ່ໃນລະດັບທີ່ເສດຖະກິດຮັບໄດ້.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 12 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ