关于国家储备库管理与使用的决定

ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ຄັງສະສົມແຫ່ງລັດ

Decision on the Management and Use of National Reserves

简介

财政部部长发布决定,规范国家储备库在正常情况及紧急情况下的使用条件、审批权限、协调机制与文件准备程序,以确保及时、节约、高效且可审计地动用国家储备。 【OCR识别·机器翻译,未经律师终审,以官方PDF为准】

Summary

The Minister of Finance issued a decision regulating the conditions for use, approval authority, coordination mechanisms, and document preparation procedures for national reserves under normal and emergency situations to ensure timely, economical, efficient, and auditable utilization of national reserves.

ບົດສະຫຼຸບ

ລັດຖະມົນຕີກະຊວງການເງິນ ໄດ້ອອກຄຳຕັດສິນໃຈ ກຳນົດເງື່ອນໄຂການນຳໃຊ້, ອຳນາດອະນຸມັດ, ກົນໄກປະສານງານ ແລະ ຂັ້ນຕອນການກະກຽມເອກະສານ ສຳລັບສະຫງວນແຫ່ງຊາດ ໃນສະພາບປົກກະຕິ ແລະ ສຸກເສີນ ເພື່ອຮັບປະກັນການນຳໃຊ້ສະຫງວນແຫ່ງຊາດ ໃຫ້ທັນເວລາ, ປະຢັດ, ມີປະສິດທິພາບ ແລະ ສາມາດກວດສອບໄດ້.

条文

第1条

第一条 目的
本决定旨在为严格、统一地在全国范围内贯彻执行有关国家储备库的法规与制度提供依据;明确审批和动用国家储备库的职权与责任,使之详尽清晰,以确保及时、节约、高效且可审计地予以执行。

ພາສາລາວ (老挝语原文)

ຈຸດປະສົງ ຂອງຕົກລົງສະບັບນີ້ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ນິຕິກຳ ແລະ ລະບຽບການວ່າດ້ວຍຄັງສະສົມ ແຫ່ງລັດ ຢ່າງເຂັ້ມງວດ ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ; ກຳນົດຂອບເຂດສິດ ແລະ ຄວາມຮັບຜິດຊອບໃນການອະນຸມັດ ແລະ ຈັດຕັ້ງປະຕິບັດຄັງສະສົມແຫ່ງລັດໃຫ້ລະອຽດຈະແຈ້ງແນໃສ່ຮັບປະກັນ ການຈັດຕັ້ງປະຕິບັດໃຫ້ທັນເຫດການ, ປະຢັດ, ມີປະສິດທິຜົນ ແລະ ສາມາດກວດສອບໄດ້.

第2条

第二条 适用范围
本决定适用于与国家储备库使用相关的个人、法人及组织。

ພາສາລາວ (老挝语原文)

ຂອບເຂດການນຳໃຊ້ ຂໍຕົກລົງສະບັບນີ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ມີການພົວພັນເຖິງການນຳໃຊ້ຄັງ ສະສົມແຫ່ງລັດ.

第3条

第三条 词语解释
本决定所用词语含义如下:
1. 正常情况,指按常规进行、在社会工作活动与生活中具有正常性质的情况,紧急情况所规定的其他情形除外。
2. 紧急情况,指自然灾害、惨剧事故、火灾、大范围流行的疫病、恐怖活动、入侵、金融危机及其他须紧急处置的情形。
3. 受灾者,指因紧急情况或灾害而遭受损失,并经地方政府及相关委员会以书面形式完整认证损失评估的个人或家庭。
4. 市场调控,指在发生金融危机的情况下,参与管理并干预价格,以调控某些战略性商品价格,如粮食、燃油等,使之维持在经济可承受的水平。

ພາສາລາວ (老挝语原文)

ການອະທິບາຍຄຳສັບ ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ສະພາບປົກກະຕິ ໝາຍເຖິງ ສະພາບການຊຶ່ງດຳເນີນໄປຕາມທຳມະດາ ທີ່ມີລັກສະນະເປັນປົກກະຕິ ໃນ ການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດ ໃນສັງຄົມ ນອກຈາກເຫດການອື່ນໆ ທີ່ກຳນົດໄວ້ໃນເຫດການສຸກເສີນ. 2. ເຫດການສຸກເສີນ ໝາຍເຖິງ ໄພພິບັດທາງທຳມະຊາດ, ເຫດໂສກນາດຕະກຳ, ອັກຄີໄພ, ພະຍາດ ລະບາດທີ່ມີລັກສະນະເປັນວົງກ້ວາງ, ການກໍ່ການຮ້າຍ, ການຮຸກຮານ, ວິກິດການທາງດ້ານການເງິນ ແລະເຫດການ ອື່ນ ທີ່ມີຄວາມຈຳເປັນຕ້ອງແກ້ໄຂດ່ວນ; 3. ຜູ້ປະສົບໄພພິບັດ ໝາຍເຖິງ ບຸກຄົນ ຫຼື ຄອບຄົວ ທີ່ໄດ້ຮັບຜົນເສຍຫາຍຈາກ ເຫດການສຸກເສີນ ຫຼື ໄພພິບັດ ຊຶ່ງໄດ້ຮັບການຢັ້ງຢືນການປະເມີນຜົນເສຍຫາຍຢ່າງຄົບຖ້ວນ ແລະເປັນລາຍລັກອັກສອນ ຈາກອົງການ ປົກຄອງທ້ອງຖິ່ນ ແລະຄະນະກຳມະການທີ່ກ່ຽວຂ້ອງ; 4. ການດັດສົມຕະຫລາດ ໝາຍເຖິງ ການປະກອບສ່ວນ ໃນການຄຸ້ມຄອງ ແລະ ແຊກແຊງລາຄາ ໃນ ກໍລະນີເກີດວິກິດການທາງດ້ານການເງິນ ເພື່ອຄຸ້ມຄອງລາຄາສິນຄ້າຍຸດທະສາດບາງຊະນິດ ເປັນຕົ້ນ: ບັນດາສິນຄ້າ ສະບຽງອາຫານ, ນ້ຳມັນເຊື້ອໄຟ ໃຫ້ຢູ່ໃນລະດັບທີ່ເສດຖະກິດຮັບໄດ້.

第4条

第四条 受国家储备库援助的对象
可获得国家储备库援助的对象如下:
1. 受灾者;
2. 市场调控;
3. 经政府决定的其他对象。

ພາສາລາວ (老挝语原文)

ເປົ້າໜາຍຮັບການຊ່ວຍເຫລືອຈາກຄັງສະສົມແຫ່ງລັດ ເປົ້າໜາຍ ທີ່ຈະໄດ້ຮັບການຊ່ວຍເຫລືອຈາກດັງສະສົມແຫ່ງລັດ ມີດັ່ງນີ້: 1. ຜູ້ປະສົບໄພພິບັດ; 2. ການດັດສົມຕະຫລາດ; 3. ເປົ້າໜາຍອື່ນໆ ຕາມການຕົກລົງຂອງລັດຖະບານ.

第5条

第五条 国家储备库的使用条件
国家储备库在正常情况及发生紧急情况时均可使用。
1. 正常情况:可动用国家储备库的资金及实物、储备商品,以做好准备,应对防灾、抗灾及恢复灾害影响工作的紧迫、紧急需求。
2. 紧急情况:可动用国家储备库的资金及实物、储备商品,用于及时援助和恢复因紧急情况或灾害所造成的影响,并参与市场调控,以解决民众的生计问题,确保国家经济迅速恢复正常。

ພາສາລາວ (老挝语原文)

ເງື່ອນໄຂການນຳໃຊ້ຄັງສະສົມແຫ່ງລັດ ການນຳໃຊ້ຄັງສະສົມແຫ່ງລັດ ແມ່ນສາມາດນຳໃຊ້ໄດ້ ທັງໃນ ສະພາບປົກກະຕິ ແລະ ໃນກໍລະນີ ມີ ເຫດການສຸກເສີນ. 1. ສະພາບປົກກະຕິ: ແມ່ນສາມາດນຳໃຊ້ຄັງສະສົມແຫ່ງລັດເປັນເງິນ ແລະ ເປັນວັດຖຸ, ສິນຄ້າສະສົມແຫ່ງ ລັດ ເພື່ອກະກຽມຄວາມພ້ອມຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ສຸກເສີນໃຫ້ແກ່ວຽກງານປ້ອງ ກັນ, ຕ້ານ ແລະ ຟື້ນຟູຜົນກະທົບຈາກໄພພິບັດ; 2. ເຫດການສຸກເສີນ: ແມ່ນສາມາດນຳໃຊ້ຄັງສະສົມແຫ່ງລັດເປັນເງິນ ແລະ ເປັນວັດຖຸ, ສິນຄ້າສະສົມແຫ່ງ ລັດ ເຂົ້າໃນການຊ່ວຍເຫຼືອ ແລະ ຟື້ນຟູ ຜົນກະທົບ ທີ່ເກີດຂຶ້ນຈາກເຫດການສຸກເສີນ ຫຼື ໄພພິບັດ ຢ່າງທັນເຫດການ ແລະ ການປະກອບສ່ວນດັດສົມຕະຫຼາດ ແນໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັບປະກັນໃຫ້ເສດຖະ ກິດຂອງຊາດ ກັບຄືນສູ່ສະພາບປົກກະຕິໂດຍໄວ.

第6条

第六条 国家储备库的使用
国家储备库的使用按下列办法执行:
1. 在发生紧急情况或灾害、援助金额超过100亿基普的情况下动用国家储备库的资金及实物、储备商品,由国家防灾减灾委员会、各部、相当于部级的机关、地方政府或相关部门提请总理审议并决定动用国家储备资金;财政部部长根据总理的决定作出决定,以执行实际拨付,并随后报告以请求国会批准。
2. 在发生紧急情况或灾害、援助金额在100亿基普以下的情况下动用国家储备库的资金及实物、储备商品,由各级防灾减灾委员会、各部、相当于部级的机关、地方政府或相关部门提请财政部部长审议并决定动用国家储备库,然后向总理及国会报告。

ພາສາລາວ (老挝语原文)

ການນຳໃຊ້ຄັງສະສົມແຫ່ງລັດ ການນຳໃຊ້ຄັງສະສົມແຫ່ງລັດ ປະຕິບັດ ດັ່ງນີ້: 1. ການນຳໃຊ້ຄັງສະສົມແຫ່ງລັດ ເປັນເງິນ ແລະ ເປັນວັດຖຸ, ສິນຄ້າສະສົມແຫ່ງລັດ ໃນກໍລະນີມີ ເຫດການ ສຸກເສີນ ຫຼື ໄພພິບັດເກີດຂຶ້ນ ຊຶ່ງມີມູນຄ່າການຊ່ວຍເຫຼືອເກີນ 10 ຕື້ກີບ, ຄະນະກຳມະການປ້ອງກັນ ແລະ ຄວບຄຸມ ໄພພິບັດແຫ່ງຊາດ, ບັນດາກະຊວງ, ອົງການລັດທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ຫຼື ພາກສ່ວນທີ່ກ່ຽວຂ້ອງ ສະເຫຼີ ທ່ານນາຍົກລັດຖະມົນຕີ ເພື່ອພິຈາລະນາ ແລະ ຕົກລົງ ນຳໃຊ້ເງິນສະສົມແຫ່ງລັດ, ລັດຖະມົນຕີກະຊວງການເງິນ ອອກຂໍ້ຕົກລົງ ເພື່ອຈັດຕັ້ງປະຕິບັດ ການເບີກຈ່າຍຕົວຈິງ ໂດຍອີງໃສ່ການຕົກລົງຂອງນາຍົກລັດຖະມົນຕີ ແລ້ວລາຍ ງານ ເພື່ອຂໍການຮັບຮອງຈາກສະພາແຫ່ງຊາດ. 2. ການນຳໃຊ້ຄັງສະສົມແຫ່ງລັດ ເປັນເງິນ ແລະ ເປັນວັດຖຸ, ສິນຄ້າສະສົມແຫ່ງລັດ ໃນກໍລະນີມີເຫດການ ສຸກເສີນ ຫຼື ໄພພິບັດເກີດຂຶ້ນ ຊຶ່ງມີມູນຄ່າການຊ່ວຍເຫຼືອ 10 ຕື້ກີບ ລົງມາ, ຄະນະກຳມະການຄະນະກຳມະການປ້ອງ ກັນ ແລະ ຄວບຄຸມໄພພິບັດແຕ່ລະຂັ້ນ, ບັນດາກະຊວງ, ອົງການລັດທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ຫຼື ພາກສ່ວນທີ່ກ່ຽວຂ້ອງ ສະເຫຼີລັດຖະມົນຕີກະຊວງການເງິນ ພິຈາລະນາ ແລະ ຕົກລົງ ນຳໃຊ້ຄັງສະສົມແຫ່ງລັດ ແລ້ວ ລາຍງານຕໍ່ນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ.

第7条

第七条 正常情况下提请使用国家储备库的协调机制
正常情况下,为恢复和解决紧急情况或灾害影响而提请使用国家储备库的协调机制,按下列办法执行:
- 在紧急情况或灾害发生后已实施援助、但仍未能解决和恢复由紧急情况及灾害所造成的影响的情况下,由国家防灾减灾委员会作为主管,与各部、相当于部级的机关、发生紧急情况或灾害所在地的地方政府或相关部门协调配合,以汇总对国家储备库援助的需求,提请总理审议并决定动用国家储备库。
- 各部、相当于部级的机关、地方政府或相关部门,按其职能与职权,主管跟踪检查并收集因紧急情况或灾害所造成损失的资料,然后报告国家防灾减灾委员会,以汇总报告总理。

ພາສາລາວ (老挝语原文)

ກົນໄກປະສານງານ ໃນການສະເໜີນຳໃຊ້ຄັງສະສົມແຫ່ງລັດ ໃນສະພາບປົກກະຕິ ກົນໄກປະສານງານ ໃນການສະເໜີນຳໃຊ້ຄັງສະສົມແຫ່ງລັດ ໃນສະພາບປົກກະຕິ ເພື່ອຟື້ນຟູ ແລະ ແກ້ໄຂ ຜົນກະທົບ ຈາກເຫດການສຸກເສີນ ຫຼື ໄພພິບັດ ປະຕິບັດ ດັ່ງນີ້ - ໃນກໍລະນີ ໄດ້ປະຕິບັດການຊ່ວຍເຫຼືອ ພາຍຫຼັງເກີດເຫດການສຸກເສີນ ຫຼື ໄພພິບັດແລ້ວ ແຕ່ກໍຍັງບໍ່ທັນສາ ມາດແກ້ໄຂ ແລະ ຟື້ນຟູຜົນກະທົບທີ່ເກີດຈາກເຫດການສຸກເສີນ ແລະ ໄພພິບັດ, ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ເປັນເຈົ້າການປະສານສົມທົບ ກັບບັນດາກະຊວງ, ອົງການລັດທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ຫຼື ພາກສ່ວນທີ່ກ່ຽວຂ້ອງ ບ່ອນທີ່ເກີດເຫດການສຸກເສີນ ຫຼື ໄພພິບັດ ເພື່ອສັງລວມຄວາມຕ້ອງການຊ່ວຍ ເຫຼືອຈາກຄັງສະສົມແຫ່ງລັດ ສະເໜີນາຍົກລັດຖະມົນຕີ ພິຈາລະນາ ແລະ ຕົກລົງນຳໃຊ້ຄັງສະສົມແຫ່ງລັດ. - ບັນດາກະຊວງ, ອົງການລັດທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ຫຼື ພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການ ໃນການປະຕິບັດຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ ໃນການຕິດຕາມກວດກາ ແລະ ເກັບກຳຂໍ້ມູນຜົນ ເສຍຫາຍ ທີ່ເກີດຈາກເຫດການສຸກເສີນ ຫຼື ໄພພິບັດ ແລ້ວລາຍງານຕໍ່ ຄະນະກຳມະການປ້ອງກັນ ແລະ ຄວບຄຸມ ໄພພິບັດແຫ່ງຊາດ ເພື່ອສັງລວມລາຍງານຕໍ່ນາຍົກລັດຖະມົນຕີ.

第8条

第八条 紧急情况下提请使用国家储备库的协调机制
发生紧急情况时,为解决紧急情况或灾害影响而提请使用国家储备库的协调机制,按下列办法执行:
- 财政部作为主管,与各级防灾减灾委员会、各部、相当于部级的机关、地方政府或相关部门协调配合,以汇总对国家储备库援助的需求;
- 各级防灾减灾委员会、各部、相当于部级的机关、地方政府或相关部门,按其职能与职权,主管汇总因紧急情况或灾害所造成损失的资料,然后报告财政部,以汇总报告总理及国会。

ພາສາລາວ (老挝语原文)

ກົນໄກປະສານງານ ໃນການສະເໜີນຳໃຊ້ຄັງສະສົມແຫ່ງລັດ ໃນເຫດການສຸກເສີນ ກົນໄກປະສານງານ ໃນການສະເໜີນຳໃຊ້ຄັງສະສົມແຫ່ງລັດ ໃນເວລາເກີດເຫດການສຸກເສີນ ເພື່ອແກ້ໄຂ ຜົນກະທົບ ຈາກເຫດການສຸກເສີນ ຫຼື ໄພພິບັດ ປະຕິບັດ ດັ່ງນີ້: - ກະຊວງການເງິນ ເປັນເຈົ້າການປະສານສົມທົບກັບ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຕ່ລະຂັ້ນ, ບັນດາກະຊວງ, ອົງການລັດທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ຫຼື ພາກສ່ວນທີ່ກ່ຽວຂ້ອງ ເພື່ອສັງລວມ ຄວາມຕ້ອງການຊ່ວຍເຫຼືອຈາກຄັງສະສົມແຫ່ງລັດ; - ຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດແຕ່ລະຂັ້ນ, ບັນດາກະຊວງ, ອົງການລັດທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ຫຼື ພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການໃນການປະຕິບັດຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນໃນການສັງລວມຂໍ້ມູນຄວາມເສຍຫາຍ ທີ່ເກີດຈາກເຫດການສຸກເສີນ ຫຼື ໄພພິບັດ ແລ້ວລາຍງານໃຫ້ ກະຊວງການເງິນ ເພື່ອສັງລວມລາຍງານຕໍ່ນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ.

第9条

第九条 正常情况下使用国家储备库的文件准备
正常情况下,为防灾的准备、预防、应对和恢复灾害影响,以及援助、救济受灾者而使用国家储备库的文件准备,按下列办法执行:
- 国会的决定或通告;
- 各级防灾减灾委员会或相关部门的提请函;
- 经相关部门认证的实际损失汇总文件;
- 关于以国家资金进行采购招标的各项文件,依照法律与制度办理。

ພາສາລາວ (老挝语原文)

ການປະກອບເອກະສານນຳໃຊ້ຄັງສະສົມແຫ່ງລັດ ໃນສະພາບປົກກະຕິ ການປະກອບເອກະສານນຳໃຊ້ຄັງສະສົມແຫ່ງລັດ ໃນການກະກຽມ, ປ້ອງກັນ, ຕອບໂຕ້ ແລະ ຟື້ນຟູຜົນກະທົບຈາກໄພພິບັດ, ຊ່ວຍເຫຼືອ, ສົງເຄາະ ຜູ້ທີ່ຖືກຜົນກະທົບຈາກໄພພິບັດ ໃນສະພາບປົກກະຕິ ປະຕິບັດ ດັ່ງນີ້: - ຂໍ້ຕົກລົງ ຫຼື ແຈ້ງການຂອງສະພາແຫ່ງຊາດ; - ຫຼັງສືສະເຫີຈາກຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຕ່ລະຂັ້ນ ຫຼື ພາກສ່ວນທີ່ກ່ຽວຂ້ອງ; - ເອກະສານສັງລວມຜົນເສຍຫາຍຕົວຈິງທີ່ໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ; - ເອກະສານຕ່າງໆ ກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຕາມກົດໝາຍ ແລະ ລະບຽບການ.

第10条

第十条 紧急情况下使用国家储备库的文件准备
发生紧急情况时,为应对和恢复灾害影响、援助受灾者而使用国家储备库的文件准备,按下列办法执行:
1. 援助金额超过100亿基普的情形:
- 总理府办公厅的决定或通告;
- 各级防灾减灾委员会或相关部门的提请函;
- 关于以国家资金进行采购招标的各项文件,依照法律与制度办理;
- 经相关部门认证的实际损失汇总文件。
2. 援助金额在100亿基普以下的情形:
- 财政部部长的决定;
- 各级防灾减灾委员会或相关部门的提请函;
- 经相关部门认证的实际损失汇总文件;
- 关于以国家资金进行采购招标的各项文件,依照法律与制度办理。

ພາສາລາວ (老挝语原文)

ການປະກອບເອກະສານນຳໃຊ້ຄັງສະສົມແຫ່ງລັດ ໃນເຫດການສຸກເສີນ ການປະກອບເອກະສານນຳໃຊ້ ຄັງສະສົມແຫ່ງລັດ ໃນການຕອບໂຕ້ ແລະ ຟື້ນຟູຜົນກະທົບຈາກໄພພິບັດ, ຊ່ວຍເຫຼືອຜູ້ທີ່ຖືກຜົນກະທົບຈາກໄພພິບັດ ໃນກໍລະນີມີເຫດການສຸກເສີນ ປະຕິບັດ ດັ່ງນີ້: 1. ກໍລະນີມູນຄ່າການຊ່ວຍເຫຼືອເກີນ 10 ຕື້ກີບ - ຂໍ້ຕົກລົງ ຫຼື ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; - ຫັງສືສະເຫີຈາກຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຕ່ລະຂັ້ນ ຫຼື ພາກສ່ວນທີ່ກ່ຽວຂ້ອງ; - ເອກະສານຕ່າງໆ ກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຕາມກົດໝາຍ ແລະ ລະບຽບການ; - ເອກະສານສັງລວມຜົນເສຍຫາຍຕົວຈິງທີ່ໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ; 2. ກໍລະນີມູນຄ່າການຊ່ວຍເຫຼືອ 10 ຕື້ກີບ ລົງມາ: - ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ; - ຫຼັງສືສະເຫີຈາກຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຕ່ລະຂັ້ນ ຫຼື ພາກສ່ວນທີ່ກ່ຽວຂ້ອງ; - ເອກະສານສັງລວມຜົນເສຍຫາຍຕົວຈິງທີ່ໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ; - ເອກະສານຕ່າງໆ ກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຕາມກົດໝາຍ ແລະ ລະບຽບການ; 3

第11条

第十一条 跟踪、检查与评估
由国家储备司作为主管,与相关部门协调配合,跟踪、检查并评估国家储备库使用的成效,使之符合既定的目标与制度。

ພາສາລາວ (老挝语原文)

ການຕິດຕາມ, ກວດກາ ແລະ ປະເມີນຜົນ. ກົມສະສົມແຫ່ງລັດ ເປັນເຈົາການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຕິດຕາມ, ກວດກາ ແລະ ປະເມີນປະສິດທິຜົນ ຂອງການນຳໃຊ້ຄັງສະສົມແຫ່ງລັດ ໃຫ້ຖືກເປົ້າໜາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້.

第12条

第十二条 贯彻执行
责成财政部国家储备司及相关部门作为主管,严格、节约且高效地贯彻执行本决定。本决定自签署之日起生效。

ພາສາລາວ (老挝语原文)

ການຈັດຕັ້ງປະຕິບັດ ມອບໃຫ້ກົມສະສົມແຫ່ງລັດ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດຂໍ້ ຕົກລົງສະບັບນີ້ ຢ່າງເຂັ້ມງວດ, ປະຢັດ ແລະ ມີປະສິດທິຜົນ. ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົນໄປ. /ສ ລັດຖະມົນຕີກະຊວງການເງິນ 2.ຊື ດວງດີ 4

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译