ຂໍ້ຕົກລົງ ວ່າດ້ວຍມາດຕະຖານຄອບຄົວກະສິກຳ ແລະ ປ່າໄມ້ ຕົວແບບ, ບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້ ແລະ ເມືອງກະສິກຳ ແລະ ປ່າໄມ້ ພັດທະນາ
关于农林示范户、农林示范村及农林发展县标准的决定
Decision on Standards for Agricultural and Forestry Demonstration Households, Demonstration Villages, and Development Counties
ບົດສະຫຼຸບ
ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ກຳນົດລາຍລະອຽດມາດຖານ, ການປະເມີນ, ການຮັບຮອງ ແລະ ວິທີການຈັດຕັ້ງປະຕິບັດສຳລັບຄົວເຮືອນຕົວແບບກະສິກຳ, ບ້ານຕົວແບບກະສິກຳ ແລະ ເມືອງພັດທະນາກະສິກຳ, ເພື່ອໃຫ້ລະບົບກະສິກຳທົ່ວປະເທດຈັດຕັ້ງປະຕິບັດຢ່າງເປັນເອກະພາບ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ແມ່ນການຜັນຂະຫຍາຍ ເນື້ອໃນມາດຕະຖານລວມຂອງດຳລັດ 848/ລບ , ລົງ ວັນທີ 16 ພະຈິກ 2017 ແລະ ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍມາດຕະຖານພື້ນ ທຸກ ແລະ ມາດຕະຖານພັດທະນາ ມາກຳນົດເປັນມາດຕະຖານ ຄອບຄົວກະສິກຳ ແລະ ປ່າໄມ້ຕົວແບບ , ບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້ ແລະ ເມືອງກະສິກຳ ແລະ ປ່າໄມ້ ພັດທະນາ; ເພື່ອເປັນບ່ອນ ອີງໃຫ້ແກ່ຂະແໜງການກະສິກຳ ແລະ ປ່າໄມ້ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວ ປະເທດ. ມາດຕາ ຂ ຄອບຄົວຕົວແບບ ທາງດ້ານກະສິກຳ ແລະ ປ່າໄມ້ ຄອບຄົວຕົວແບບ ທາງດ້ານກະສິກຳ ແລະ ປ່າໄມ້ ຕ້ອງບັນລຸມາດຕະຖານ ດັ່ງນີ້: 1. ຕ້ອງຕັ້ງເຮືອນຢູ່ໃນບ້ານແບບຄົງທີ່ຕາມຜັງບ້ານທີ່ໄດ້ກຳນົດໄວ້ ດິນທຸກຕອນຂອງຄອບຄົວ ຫຼື ສະມາ ຊິກໃນຄອບຄົວຕ້ອງມີສຳມະໂນຕາດິນ ຫຼື ມີໃບປັ້ງຢືນສິດນຳໃຊ້ທີ່ດິນ, ຖ້າແມ່ນສວນປູກໄມ້ກໍຕ້ອງ ຈົດທະບຽນສວນປູກ, ດິນທຸກຕອນທີ່ນຳໃຊ້ເຂົ້າໃນການຜະລິດ, ການບໍລິການຕ້ອງມີການປຢັ້ງຢືນ ການນຳໃຊ້ຢ່າງຈະແຈ້ງ, ຖືກຕ້ອງ ແລະ ປະຕິບັດລະບຽບການຄຸ້ມຄອງນຳໃຊ້ທີ່ດິນ ຕາມແຜນຜັງນຳ ໃຊ້ທີ່ດິນຂອງບ້ານ. ຂ. ມີສິ່ງປຸກສ້າງທີ່ຕິດພັນກັບເຮືອນ ເຊັ່ນ: ເຮືອນຄົວ, ວິດຖ່າຍ, ຄອກສັດ, ພືດສວນຄົວ, ສວນໄມ້ໃຫ້ ໜາກ. ..ໄດ້ຮັບການຈັດ ສັນໃຫ້ມີຄວາມສະອາດ, ປອດໄພ ແລະ ສະດວກໃຫ້ແກ່ການນຳໃຊ້; 1 3. ສາມາດນຳໃຊ້ແຫຼ່ງນຳ ເຂົ້າໃນການຜະລິດກະສິກຳ ໄດ້ຕະຫລອດປີ; 4. ໄດ້ຮັບການຝຶກອົບຮົມດ້ານວິຊາອາຊີບ ທາງດ້ານກະສິກຳ ແລະ ປ່າໄມ້ໃດໜຶ່ງ; ຮູ້ຈັກນຳໃຊ້ເຕັກນິກ ວິຊາການທີ່ສາມາດຍົກສະມັດຕະພາບ ຂອງຜົນຜະລິດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ; 5. ມີການຜະລິດກະສິກຳສະອາດ ແບບປະສົມປະສານ ແລະ ມີແບບແຜນການອະນຸລັກຮັກສາສະພາບ ແວດລ້ອມໃນລະດັບຄອບຄົວທີ່ດີ; 6. ເປັນຄອບຄົວທີ່ ເຂົ້າຮ່ວມໃນກຸ່ມການຜະລິດກະສິກຳ ແລະ ປ່າໄມ້, ຫຼື ກຸ່ມພັດທະນາອື່ນໆ ທີ່ອົງການ ປົກຄອງທ້ອງຖິ່ນສ້າງຕັ້ງຂຶ້ນ ຢ່າງຕັ້ງຫໍ້າ; 7. ຮູ້ສ້າງແຜນການຜະລິດ ຫຼືດຳເນີນທຸລະກິດທາງດ້ານກະສິກຳ ແລະ ປ່າໄມ້ ທີ່ມີກຳໄລຕໍ່ເນືອງ ຢ່າງນ້ອຍ 8 ປີຂຶ້ນໄປ; 8. ມີລາຍໄດ້ສະເລ່ຍ ສູງກ່ວາຄ່າສະເລ່ຍຂອງເຂດແຄວັນ ຫຼື ສູງກວ່າ 5.6 ຫາ 7,ຂ ລ້ານກີບ/ຄົນ/ປີ ຫຼື ປະມານ 700 ຫາ 900 ໂດລາ/ຄົນ/ປີ; 9. ມີບົດຮຽນ, ປະສົບການທີ່ດີ ແລະ ເປັນບ່ອນຮຽນຮູ້ໃຫ້ແກ່ຄອບຄົວຄົນອື່ນໄດ້.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ