农业法
ກົດໝາຍວ່າດ້ວຍ ກະສິກຳ
Agriculture Law
简介
【农业法85条全文 三语齐全:英文(WIPO Lex官方英译)+老挝文+中文(译自英译·待校)】
Summary
Full text of the Agriculture Law (85 articles) in three languages: English (official WIPO Lex English translation), Lao, and Chinese (translated from English, pending review).
ບົດສະຫຼຸບ
【ກົດໝາຍວ່າດ້ວຍກະສິກຳ 85 ມາດຕາ ສະບັບເຕັມ ມີ 3 ພາສາຄົບ: ອັງກິດ (WIPO Lex ແປພາສາອັງກິດທາງການ) + ລາວ + ຈີນ (ແປຈາກອັງກິດ·ລໍຖ້າກວດສອບ)】
条文
第Article 1条
第1条. 法律的职能
《农业法》的职能是规定有关农业生产的组织和活动的原则、规则和措施。农业生产是国家经济的基础,本法还包括对农业活动和生产的管理与保护,旨在:推动、促进和扩大农业生产,以确保粮食供应和商品化生产;为农业生产创造便利条件,使其成长壮大并迈向现代化。
ພາສາລາວ (老挝语原文)
ມາດຕາ 1. ໜ້າທີ່ຂອງກົດໝາຍ
ກົດໝາຍວ່າດ້ວຍກະສິກຳ ມີໜ້າທີ່ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງການຜະລິດກະສິກຳ ຊຶ່ງເປັນພື້ນຖານຂອງເສດຖະກິດແຫ່ງຊາດ, ລວມທັງການຄຸ້ມຄອງ ແລະ ການປົກປັກຮັກສາ ການເຄື່ອນໄຫວ ແລະ ການຜະລິດກະສິກຳ ໂດຍແນໃສ່: ຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍ ການຜະລິດກະສິກຳ ເພື່ອຮັບປະກັນການສະໜອງສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ສ້າງເງື່ອນໄຂທີ່ສະດວກ ໃຫ້ແກ່ການຜະລິດກະສິກຳ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວສູ່ຄວາມທັນສະໄໝ.
第Article 2条
第2条. 农业
农业是指为消费和为公众生产食物、为工业加工厂供应原料以及为国内消费和出口提供商品而进行的种植、畜牧和渔业。
ພາສາລາວ (老挝语原文)
ມາດຕາ 2. ກະສິກຳ
ກະສິກຳ ໝາຍເຖິງ ການປູກຝັງ, ການລ້ຽງສັດ ແລະ ການປະມົງ ເພື່ອການບໍລິໂພກ ແລະ ການຜະລິດສະບຽງອາຫານ ໃຫ້ແກ່ປະຊາຊົນ, ວັດຖຸດິບ ສະໜອງໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ສິນຄ້າ ເພື່ອການບໍລິໂພກພາຍໃນ ແລະ ການສົ່ງອອກ.
第Article 3条
第3条. 农业生产的促进
国家鼓励和促进各族人民及国内外各经济主体,逐步对农业生产进行广泛而现代化的投资,以生产食物、商品和原料,供国内消费和出口。
ພາສາລາວ (老挝语原文)
ມາດຕາ 3. ການສົ່ງເສີມການຜະລິດກະສິກຳ
ລັດ ຊຸກຍູ້ ແລະ ສົ່ງເສີມ ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ລົງທຶນ ໃນການຜະລິດກະສິກຳ ຢ່າງກວ້າງຂວາງ ແລະ ທັນສະໄໝ ເທື່ອລະກ້າວ ເພື່ອຜະລິດສະບຽງອາຫານ, ສິນຄ້າ ແລະ ວັດຖຸດິບ ສະໜອງໃຫ້ໂຮງງານປຸງແຕ່ງພາຍໃນ ແລະ ການສົ່ງອອກ.
第Article 4条
第4条. 对从事农业活动者权益的保护
国家保护依法从事农业活动的个人和组织的合法权益,并为其农业活动的开展创造便利条件。
ພາສາລາວ (老挝语原文)
ມາດຕາ 4. ການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ດຳເນີນກິດຈະການກະສິກຳ
ລັດ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ດຳເນີນກິດຈະການກະສິກຳ ດ້ວຍການກຳນົດ ລະບຽບການ, ກົດໝາຍ ແລະ ບົດບັນຍັດຕ່າງໆ ເພື່ອຮັບປະກັນ ການດຳເນີນກິດຈະການກະສິກຳ ໃຫ້ຖືກຕ້ອງຕາມກົດໝາຍ.
第Article 5条
第5条. 农业用地
获准从事农业活动的个人和组织,无权以任何形式或方式填埋或开挖农业用地,致使该农业用地改变其原有性质,违反《土地法》第6条的规定。
ພາສາລາວ (老挝语原文)
ມາດຕາ 5. ທີ່ດິນກະສິກຳ
ບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການກະສິກຳ ບໍ່ມີສິດຖົມ ຫຼື ຂຸດ ທີ່ດິນກະສິກຳ ໃນຮູບການໃດໜຶ່ງ ທີ່ເຮັດໃຫ້ທີ່ດິນກະສິກຳ ປ່ຽນແປງຈາກສະພາບເດີມ ໂດຍບໍ່ໄດ້ຮັບການເຫັນດີຈາກຂະແໜງການກະສິກຳ ແລະ ປ່າໄມ້ ກ່ອນ. ທີ່ດິນກະສິກຳ ຕ້ອງໄດ້ຮັບການປົກປ້ອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 6 ຂອງກົດໝາຍວ່າດ້ວຍທີ່ດິນ.
第Article 6条
第6条. 环境保护
从事农业生产的个人和组织有义务保护环境。农业生产者必须使用适当的方法和措施,保护土地、水、森林、空气和其他自然资源,防止污染和退化。
ພາສາລາວ (老挝语原文)
ມາດຕາ 6. ການປົກປ້ອງສິ່ງແວດລ້ອມ
ບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນການຜະລິດກະສິກຳ ມີພັນທະ ປົກປ້ອງສິ່ງແວດລ້ອມ. ຜູ້ຜະລິດກະສິກຳ ຕ້ອງນຳໃຊ້ວິທີການ ແລະ ມາດຕະການທີ່ເໝາະສົມ ເພື່ອປົກປ້ອງ ດິນ, ນ້ຳ, ປ່າໄມ້, ອາກາດ ແລະ ອື່ນໆ.
第Article 7条
第7条. 农业国际合作
国家促进农业国际合作,为农业活动的成长并逐步实现现代化创造条件。
ພາສາລາວ (老挝语原文)
ມາດຕາ 7. ການຮ່ວມມືກະສິກຳສາກົນ
ລັດ ສົ່ງເສີມ ການຮ່ວມມືກະສິກຳສາກົນ ເພື່ອສ້າງເງື່ອນໄຂ ໃຫ້ການເຄື່ອນໄຫວກະສິກຳ ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວສູ່ຄວາມທັນສະໄໝ ເທື່ອລະກ້າວ.
第Article 8条
第8条. 农业活动
农业活动是指与种植、畜牧和渔业有关的活动。
ພາສາລາວ (老挝语原文)
ມາດຕາ 8. ກິດຈະການກະສິກຳ
ກິດຈະການກະສິກຳ ໝາຍເຖິງ ການເຄື່ອນໄຫວ ກ່ຽວກັບ ການປູກຝັງ, ການລ້ຽງສັດ ແລະ ການປະມົງ.
第Article 9条
第9条. 农业活动的种类
老挝人民民主共和国的农业活动分为多种类型,例如与下列方面有关的活动:农业用地、灌溉、动植物品种、化肥和动物饲料、杀虫剂和兽药、农业生产及农产品加工等。
ພາສາລາວ (老挝语原文)
ມາດຕາ 9. ປະເພດກິດຈະການກະສິກຳ
ກິດຈະການກະສິກຳ ຢູ່ ສປປ ລາວ ແບ່ງອອກເປັນຫຼາຍປະເພດ ເຊັ່ນ ການເຄື່ອນໄຫວ ກ່ຽວກັບ ທີ່ດິນກະສິກຳ, ຊົນລະປະທານ, ແນວພັນພືດ ແລະ ສັດ, ຝຸ່ນ ແລະ ອາຫານສັດ, ຢາຂ້າແມງໄມ້ ແລະ ຢາປົວສັດ, ເຄື່ອງມືກະສິກຳ, ຍານພາຫະນະ ແລະ ເຄື່ອງຈັກ, ສາງ, ການປຸງແຕ່ງຜະລິດຕະພັນກະສິກຳ, ຕະຫຼາດກະສິກຳ ແລະ ການຮ່ວມມືກະສິກຳສາກົນ.
第Article 10条
第10条. 从事农业活动者的权利和义务
从事农业活动者享有以下权利:· 受法律保护;· 拥有其资产及农业活动产品;· 获得专业和技术服务。同时负有依法生产、保护环境、缴纳税费等义务。
ພາສາລາວ (老挝语原文)
ມາດຕາ 10. ສິດ ແລະ ໜ້າທີ່ ຂອງຜູ້ດຳເນີນກິດຈະການກະສິກຳ
ຜູ້ດຳເນີນກິດຈະການກະສິກຳ ມີສິດ ດັ່ງນີ້: ໄດ້ຮັບການປົກປ້ອງຕາມກົດໝາຍ; ເປັນເຈົ້າຂອງຊັບສິນ ແລະ ຜະລິດຕະພັນ ຈາກກິດຈະການກະສິກຳຂອງຕົນ; ໄດ້ຮັບຄຳແນະນຳ ແລະ ການຊ່ວຍເຫຼືອ ດ້ານວິຊາການ ແລະ ເຕັກໂນໂລຊີ ຈາກຂະແໜງການກະສິກຳ ແລະ ປ່າໄມ້; ໂອນ ແລະ ສືບທອດ ກິດຈະການກະສິກຳ. ຜູ້ດຳເນີນກິດຈະການກະສິກຳ ມີໜ້າທີ່ ນຳໃຊ້ທີ່ດິນກະສິກຳ ຢ່າງຖືກຕ້ອງ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການ.
第Article 11条
第11条. 农业用地的使用
国家依据各区域土地的能力,按目标分配和促进农业用地用于生产,使每个家庭拥有足够的土地从事生产,但须遵守相关法律规定。
ພາສາລາວ (老挝语原文)
ມາດຕາ 11. ການນຳໃຊ້ທີ່ດິນກະສິກຳ
ລັດ ຈັດສັນ ແລະ ສົ່ງເສີມ ການນຳໃຊ້ທີ່ດິນກະສິກຳ ເຂົ້າໃນການຜະລິດ ໃຫ້ສອດຄ່ອງກັບຄາດໝາຍ ແລະ ຄວາມສາມາດຂອງແຕ່ລະເຂດ ເພື່ອໃຫ້ແຕ່ລະຄອບຄົວ ມີທີ່ດິນພຽງພໍ ໃນການຜະລິດ ຕາມຄວາມສາມາດດ້ານແຮງງານ ແລະ ທຶນຂອງຕົນ ໂດຍການມອບສິດນຳໃຊ້ ຫຼື ການເຊົ່າ ຕາມກົດໝາຍ ແລະ ລະບຽບການ ໂດຍແນໃສ່ ຍົກສູງຜົນຜະລິດຂອງທີ່ດິນ ເທື່ອລະກ້າວ.
第Article 12条
第12条. 农业用地的种类
农业用地分为两类:· 种植用地;· 畜牧用地。种植用地包括:· 平地;· 高地或丘陵地。畜牧用地为退化土地或长有杂草、适于放牧的区域。
ພາສາລາວ (老挝语原文)
ມາດຕາ 12. ປະເພດທີ່ດິນກະສິກຳ
ທີ່ດິນກະສິກຳ ແບ່ງອອກເປັນ ສອງປະເພດ ຄື: ທີ່ດິນສຳລັບການປູກຝັງ; ທີ່ດິນສຳລັບການລ້ຽງສັດ. ທີ່ດິນສຳລັບການປູກຝັງ ປະກອບດ້ວຍ: ທີ່ດິນພຽງ; ທີ່ດິນສູງ ຫຼື ທີ່ດິນເນີນພູ. ທີ່ດິນສຳລັບການລ້ຽງສັດ ແມ່ນ ທີ່ດິນເສື່ອມໂຊມ ຫຼື ປະເພດເຂດປ່າຫຍ້າ ທີ່ສາມາດປ່ຽນມາປູກພືດ ແລະ ຫຍ້າສຳລັບການລ້ຽງສັດ ຫຼື ທີ່ດິນທີ່ສາມາດຂຸດໜອງ ເພື່ອລ້ຽງສັດນ້ຳ.
本页展示前 12 条,全文共 85 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读