ປະມວນກົດໝາຍອາຍາ
老挝刑法典
Penal Code
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດລະບຽບພື້ນຖານກ່ຽວກັບອາຊະຍາກຳ ແລະ ການລົງໂທດ, ຊີ້ແຈງບົດບາດ ແລະ ຂອບເຂດການນຳໃຊ້ຂອງປະມວນກົດໝາຍອາຍາ, ກຳນົດຄຳນິຍາມທາງກົດໝາຍທີ່ກ່ຽວຂ້ອງ, ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ປົກປ້ອງສິດຜົນປະໂຫຍດຂອງພົນລະເມືອງ.
ມາດຕາ
ມາດຕາ 1
ມາດຕາ 1 ບົດບາດຂອງປະມວນກົດໝາຍອາຍາ
ປະມວນກົດໝາຍອາຍາມີຈຸດປະສົງເພື່ອປົກປ້ອງລະບອບການເມືອງ, ເສດຖະກິດ ແລະ ສັງຄົມຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປົກປ້ອງຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຊີວິດ, ສຸຂະພາບ, ກຽດສັກສີ, ສິດ ແລະ ເສລີພາບຂອງປະຊາຊົນລາວ, ຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ປ້ອງກັນ ແລະ ຕ້ານອາຊະຍາກຳ; ສຶກສາອົບຮົມພົນລະເມືອງທຸກຄົນໃຫ້ຮູ້ກົດໝາຍ ແລະ ປະຕິບັດຕາມກົດໝາຍ.
ເພື່ອປະຕິບັດບົດບາດດັ່ງກ່າວ, ປະມວນກົດໝາຍອາຍາໄດ້ກຳນົດໃຫ້ການກະທຳບາງຢ່າງທີ່ເປັນອັນຕະລາຍຕໍ່ສັງຄົມເປັນຄວາມຜິດອາຍາ ແລະ ກຳນົດໂທດຕໍ່ຜູ້ກະທຳຜິດ.
ມາດຕາ 2
ມາດຕາ 2 ປະມວນກົດໝາຍອາຍາ
ປະມວນກົດໝາຍອາຍານີ້ແມ່ນການຮວບຮວມບົດບັນຍັດຕ່າງໆທີ່ກ່ຽວຂ້ອງກັບອາຊະຍາກຳ ແລະ ໂທດທາງອາຍາເຂົ້າເປັນກົດໝາຍດຽວ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 425 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ