ຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ
关于加强重视公证登记工作的命令
Order on Strengthening Attention to Notarization Registration Work
ບົດສະຫຼຸບ
ຄຳສັ່ງຂອງເຈົ້າແຂວງບໍ່ແກ້ວ ໃຫ້ທຸກພາກສ່ວນ, ທຸກເມືອງ ແລະ ໜ່ວຍງານທີ່ກ່ຽວຂ້ອງໃນທົ່ວແຂວງ ເພີ່ມທະວີຄວາມເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຮັບຮອງ ແລະ ຈົດທະບຽນ ແລະ ກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ຍົກລະດັບຄຸນນະພາບການຮັບຮອງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ.
ມາດຕາ
ມາດຕາ 1
ມອບໃຫ້ບັນດາກົມ, ຂະແໜງການຂຶ້ນກັບແຂວງ, ບັນດາອົງການອ້ອມຂ້າງແຂວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພີ່ມທະວີການເອົາໃຈໃສ່ຢ່າງເຂັ້ມງວດໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຈົດທະບຽນ ແລະ ຮັບຮອງ ແລະ ບັນດາລະບຽບການທີ່ກ່ຽວຂ້ອງກັບວຽກງານການຈົດທະບຽນ ແລະ ຮັບຮອງ, ຖືເອົາການເຄົາລົບ ແລະ ປະຕິບັດ ກົດໝາຍວ່າດ້ວຍການຈົດທະບຽນ ແລະ ຮັບຮອງ ເປັນຂະບວນການສຳຄັນອັນໜຶ່ງ ໃນການສ້າງແຂວງບໍ່ແກ້ວ ໃຫ້ເປັນແຂວງທີ່ມີຄວາມຍຸຕິທຳ, ສີວິໄລ ຕາມແນວທາງຂອງພັກ ແລະ ລັດ, ປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 10 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ