ດຳລັດ ວ່າດ້ວຍ ວັນພັກ

关于假日的法令

Decree on Public Holidays

ບົດສະຫຼຸບ

ດຳລັດຂອງລັດຖະບານລາວ ກຳນົດວັນພັກປະເພດຕ່າງໆ ທີ່ນຳໃຊ້ທົ່ວປະເທດຢ່າງເປັນເອກະພາບ, ລວມທັງວັນພັກປະຈຳອາທິດ, ວັນພັກລັດຖະການ ແລະ ວັນພັກຊົດເຊີຍ, ພ້ອມທັງກຳນົດວັນທີ່ ແລະ ວິທີການຈັດຕັ້ງປະຕິບັດສຳລັບແຕ່ລະວັນພັກລັດຖະການ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດວັນພັກ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບໃນທົ່ວປະເທດ ສຳລັບອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົາ, ອົງການຈັດຕັ້ງມະຫາຊົນຂັນສູນກາງ ແລະ ທ້ອງຖິ່ນ, ສຳນັກງານຜູ້ຕາງໜ້າຂອງ ສປປ ລາວ ທີ່ປະຈຳຢູ່ຕ່າງປະເທດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງ ສັງຄົມ, ລັດວິສາຫະກິດ, ວິສາຫະກິດເອກະຊົນລາວ ແລະ ຕ່າງປະເທດ ຢູ່ ສປປ ລາວ. ມາດຕາ ຂ ວັນພັກ ວັນພັກ ແມ່ນວັນຢຸດເຊົາການປະຕິບັດໜ້າທີ່ວຽກງານທາງລັດຖະການ ຂອງພະນັກງານ-ລັດຖະກອນ, ທະ ຫານ, ຕຳຫຼວດ ແລະ ຜູ້ອອກແຮງງານ ຊຶ່ງປະກອບມີ ວັນພັກປະຈຳອາທິດ, ວັນພັກທາງລັດຖະການ ແລະ ວັນພັກຊົດ ເຊີຍ.

ມາດຕາ 2

ວັນພັກ. ວັນພັກ ໝາຍເຖິງ ວັນທີ່ພະນັກງານຂະແໜງການ, ທະຫານ, ຕຳຫຼວດ ແລະ ຜູ້ອອກແຮງງານ ຢຸດເຊົາການປະຕິບັດໜ້າທີ່ວຽກງານລັດຖະກິດ, ລວມທັງວັນພັກປະຈຳອາທິດ, ວັນພັກຕາມກົດໝາຍ ແລະ ວັນພັກທົດແທນ.

ມາດຕາ 3

ການອະທິບາຍຄຳສັບ ຄຳສັບທີໃຊ້ໃນດຳລັດສະບັບນີ ມີຄວາມໝາຍ ດັ່ງນີ້: 1. ວັນພັກປະຈຳອາທິດ ໝາຍເຖິງ ວັນເສົາ ແລະ ວັນອາທິດ; 2. ວັນພັກທາງລັດຖະການ ໝາຍເຖິງ ວັນທີ່ລັດຖະບານ ອະນຸຍາດໃຫ້ຢຸດເຊົາການປະຕິບັດໜ້າທີ່ວຽກງານ ໃນວັນ ລັດຖະການ; 3. ວັນພັກຊົດເຊີຍ ໝາຍເຖິງ ວັນພັກທົດແທນຄືນ ວັນພັກທາງລັດຖະການ ທີ່ກົງກັບ ວັນເສົາ ຫຼື ວັນອາທິດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ