ດຳລັດ ວ່າດ້ວຍການປະສານງານ ລະຫວ່າງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ກັບສຳນັກງານນາຍົກລັດຖະມົນຕີ

关于各部、部级国家机构、省、首都与总理府之间协调工作的法令

Decree on Coordination Among Ministries, Ministry-Level State Agencies, Provinces, Capitals, and the Prime Minister's Office

ບົດສະຫຼຸບ

ດຳລັດຂອງລັດຖະບານ ອີງຕາມກົດໝາຍວ່າດ້ວຍລັດຖະບານ ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກຳນົດຫຼັກການ, ລະບຽບການ ແລະ ເນື້ອໃນການປະສານງານລະຫວ່າງກະຊວງ, ອົງການລັດຂັ້ນກະຊວງ, ແຂວງ, ນະຄອນຫຼວງ ແລະ ຫ້ອງວ່າການນາຍົກລັດຖະມົນຕີ, ກຳນົດເລື່ອງທີ່ແຕ່ລະອົງການສາມາດດຳເນີນການເອງ, ຕ້ອງປະສານງານເຊິ່ງກັນ ແລະ ກັນ, ແລະ ຕ້ອງສະເໜີລັດຖະບານ ຫຼື ນາຍົກລັດຖະມົນຕີຕັດສິນ, ພ້ອມທັງກຳນົດຂັ້ນຕອນການສົ່ງ ແລະ ພິຈາລະນາເອກະສານ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ເນື້ອໃນການປະສານງານລະຫວ່າງກະຊວງ, ອົງການລັດ ທຽບເທົາກະຊວງ, ແຂວງ, ນະຄອນຫຼວງ ກັບສຳນັກງານນາຍົກລັດຖະມົນຕີ ແນໃສ່ຈັດຕັ້ງປະຕິບັດພາລະບົດບາດ, ໜ້າ ທີ່ ແລະ ຂອບເຂດສິດ ຂອງແຕ່ລະອົງການຈັດຕັ້ງ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ແລະ ກົມກຽວກັນ. ມາດຕາ ຂ ປະສານງານ ການປະສານງານ ແມ່ນຮູບການ, ວິທີການ ຫຼື ຂະບວນການພົວພັນ, ການຮ່ວມມືກັນຂອງສອງ ຫຼື ຫຼາຍອົງ ການຈັດຕັ້ງ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງແຕ່ລະອົງການ ຕາມ ກົດໝາຍ ແລະ ລະບຽບການ ກຳນົດໄວ້ຢ່າງຖືກຕ້ອງ, ຄົບຖ້ວນ ສາມາດບັນລຸຈຸດປະສົງ, ຄາດໝາຍເພື່ອສ້າງຜົນ ປະໂຫຍດສູງສຸດໃຫ້ແກ່ສ່ວນລວມ.

ມາດຕາ 2

ການປະສານງານ. ການປະສານງານ ໝາຍເຖິງ ຮູບແບບ, ວິທີການ ຫຼື ຂະບວນການທີ່ສອງ ຫຼື ຫຼາຍອົງກອນຕິດຕໍ່ພົວພັນ ແລະ ຮ່ວມມືກັນ, ເພື່ອຮັບປະກັນໃຫ້ແຕ່ລະອົງກອນປະຕິບັດໜ້າທີ່, ພາລະກິດ ແລະ ສິດອຳນາດຂອງຕົນຢ່າງຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍ ແລະ ລະບຽບການ, ເພື່ອບັນລຸຈຸດປະສົງ ແລະ ເປົ້າໝາຍ, ສ້າງຜົນປະໂຫຍດສູງສຸດໃຫ້ແກ່ສ່ວນລວມ.

ມາດຕາ 3

ອະທິບາຍຄຳສັບ 1. ອົງການລັດທຽບເທົາກະຊວງ ໝາຍເຖິງ ອົງການລັດບໍລິຫານ ທີ່ຂຶ້ນກັບກົງຈັກຂອງລັດຖະບານ ຕາມການ ຮັບຮອງຂອງສະພາແຫ່ງຊາດ ຊຶ່ງມີຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ອົງການກວດກາລັດຖະ ບານ ແລະ ທະນາຄານ ແຫ່ງ ສປປ ລາວ; 2. ຫົວໜ້າອົງການລັດທຽບເທົ່າກະຊວງ ໝາຍເຖິງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 27 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ