ຄຳສັ່ງ ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວ ຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່
关于改善组织机构运作质量及新公务员录用工作的命令
Order on Improving the Quality of Organizational Operations and the Recruitment of New Civil Servants
ບົດສະຫຼຸບ
ນາຍົກລັດຖະມົນຕີອອກຄຳສັ່ງຕາມກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍພະນັກງານລັດ ແລະ ກົດໝາຍອື່ນໆ, ໃຫ້ບັນດາກະຊວງ ແລະ ອົງການ ຫຼຸດຜ່ອນໂຄງສ້າງອົງກອນ, ກຳນົດອັດຕາຕຳແໜ່ງວ່າງຢ່າງວິທະຍາສາດ, ງົດການສ້າງຕັ້ງໜ່ວຍງານໃໝ່ທີ່ບໍ່ຈຳເປັນ, ແລະ ປັບປຸງການສອບເສັງຮັບພະນັກງານໃໝ່ ເພື່ອເພີ່ມປະສິດທິພາບການເຮັດວຽກຂອງອົງກອນ ແລະ ປະຢັດມັດທະຍົດ.
ມາດຕາ
ມາດຕາ 1
ມອບໃຫ້ລັດຖະມົນຕີປະຈຳກະຊວງ, ຫົວໜ້າອົງການລັດລະດັບກະຊວງ, ຫົວໜ້າອົງການຈັດຕັ້ງພັກຂັ້ນສູນກາງ, ຫົວໜ້າຫ້ອງການສະພາແຫ່ງຊາດ, ຫົວໜ້າຫ້ອງການປະທານປະເທດ, ປະທານສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ, ປະທານສູນກາງແນວລາວສ້າງຊາດ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ປະທານ/ເລຂາທິການອົງການຈັດຕັ້ງມະຫາຊົນລະດັບສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຈົ້າແຂວງຕ່າງໆ, ກວດກາການກຳນົດອັດຕາກຳລັງຂອງອົງການຈັດຕັ້ງຂອງຕົນໃນໄລຍະຜ່ານມາ, ແລະ ດຳເນີນການແກ້ໄຂຢ່າງເດັດຂາດຕໍ່ສິ່ງທີ່ບໍ່ຖືກຕ້ອງ, ເພາະວ່າການກຳນົດອັດຕາກຳລັງໃນໄລຍະຜ່ານມາມີລັກສະນະເພີ່ມຈຳນວນພະນັກງານລັດຖະກອນຂຶ້ນທຸກປີ.
ມາດຕາ 2
ສຳລັບບັນດາກະຊວງ, ອົງການຈັດຕັ້ງພັກ-ລັດ ຫຼື ອົງການປົກຄອງທ້ອງຖິ່ນ ທີ່ຍັງບໍ່ທັນໄດ້ກຳນົດອັດຕາກຳລັງ ຕ້ອງກຳນົດອັດຕາກຳລັງຂອງອົງການຈັດຕັ້ງຕົນເອງ ໂດຍຜ່ານການວິເຄາະ ແລະ ການຈັດສັນວຽກງານຢ່າງເໝາະສົມ ແລະ ຖືກຕ້ອງ ບົນພື້ນຖານ "ຄົນດຽວຮັບຜິດຊອບຫຼາຍໜ້າທີ່" ເພື່ອຫຼຸດຜ່ອນການຂໍເພີ່ມພະນັກງານລັດຖະກອນເລື້ອຍໆ.
ມາດຕາ 3
ການກວດກາຄືນ ແລະ ກຳນົດອັດຕາກຳລັງຄົນ ຕ້ອງຖືກຕ້ອງ ແລະ ສອດຄ່ອງກັບປະລິມານວຽກງານຕົວຈິງ; ກົມ, ກອງ ຫຼື ອົງການຈັດຕັ້ງໃດທີ່ມີຈຳນວນພະນັກງານລັດຖະກອນຫຼາຍ ແຕ່ບໍ່ສອດຄ່ອງກັບວຽກງານທີ່ມີຢູ່ ຕ້ອງປັບປຸງພະນັກງານລັດຖະກອນໄປຍັງກົມ, ກອງ ຫຼື ອົງການຈັດຕັ້ງທີ່ຂາດແຄນພະນັກງານລັດຖະກອນ ເພື່ອໃຫ້ຈຳນວນເໝາະສົມ; ຫຼັງຈາກການປັບປຸງ ຕ້ອງເອົາໃຈໃສ່ຝຶກອົບຮົມ ເພື່ອໃຫ້ມີຄວາມຊຳນານດ້ານວິຊາຊີບຫຼາຍຂຶ້ນ, ມີທັດສະນະຊົນຊັ້ນທີ່ຖືກຕ້ອງ, ມີຄວາມຮັບຜິດຊອບ ແລະ ສາມາດປະຕິບັດວຽກງານໃຫ້ສຳເລັດຕາມຄຸນນະພາບຢ່າງແທ້ຈິງ; ຫ້າມເພີ່ມຕຳແໜ່ງ ແລະ ບຸກຄະລາກອນທີ່ບໍ່ຈຳເປັນໃນອົງການຈັດຕັ້ງໃດໆ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 10 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ