ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ເນື້ອໃນບາງມາດຕາ ຂອງ ດຳລັດວ່າດ້ວຍ ທຸລະກິດນ້ຳມັນເຊື້ອໄຟ
关于贯彻实施《燃料经营业务法令》若干条款内容的指导意见
Guidelines on Implementing Certain Provisions of the Decree on Fuel Business Operations
ບົດສະຫຼຸບ
ຄຳແນະນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຈັດຕັ້ງປະຕິບັດດຳລັດເລກທີ 331/ລບ ວ່າດ້ວຍທຸລະກິດນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ຢ່າງເປັນເອກະພາບ, ຮອບດ້ານ ແລະ ມີປະສິດທິພາບ, ອະທິບາຍເພີ່ມເຕີມຄຳສັບທີ່ກ່ຽວຂ້ອງ, ແລະ ກຳນົດຂັ້ນຕອນການສ້າງຕັ້ງ ແລະ ດຳເນີນທຸລະກິດຂອງວິສາຫະກິດປະເພດຕ່າງໆ ເຊັ່ນ: ນຳເຂົ້າ-ສົ່ງອອກນ້ຳມັນ, ຈຳໜ່າຍພາຍໃນ, ສະຖານີບໍລິການນ້ຳມັນຂາຍຍ່ອຍ ແລະ ເຊົ່າສາງເກັບນ້ຳມັນ.
ມາດຕາ
ມາດຕາ 1
ຈຸດປະສົງ. ຄຳແນະນຳສະບັບນີ້ມີຈຸດປະສົງເພື່ອອະທິບາຍ ແລະ ຊີ້ນຳການຈັດຕັ້ງປະຕິບັດເນື້ອໃນບາງມາດຕາຂອງດຳລັດວ່າດ້ວຍທຸລະກິດຈຳໜ່າຍນ້ຳມັນເຊື້ອໄຟ ສະບັບເລກທີ 331/ລບ ລົງວັນທີ 27 ຕຸລາ 2017, ເພື່ອໃຫ້ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ເປັນເອກະພາບໃນທົ່ວປະເທດ, ຊຸກຍູ້ໃຫ້ທຸລະກິດຈຳໜ່າຍນ້ຳມັນເຊື້ອໄຟທີ່ມີຢູ່ແລ້ວດຳເນີນທຸລະກິດຢ່າງຖືກຕ້ອງຕາມເງື່ອນໄຂທີ່ດຳລັດດັ່ງກ່າວກຳນົດ.
ມາດຕາ 2
ຄຳອະທິບາຍເພີ່ມເຕີມກ່ຽວກັບຄຳນາມ ແລະ ຄຳສັບບາງຄຳ. 1. "ບໍລິສັດນຳເຂົ້າ-ສົ່ງອອກນ້ຳມັນເຊື້ອໄຟ" ໝາຍເຖິງ ບໍລິສັດທີ່ມີສິດນຳເຂົ້ານ້ຳມັນເຊື້ອໄຟ ເພື່ອຈຳໜ່າຍໃຫ້ບໍລິສັດຈຳໜ່າຍພາຍໃນປະເທດ, ລູກຄ້າຂອງຕົນ, ຫຼື ນຳເຂົ້າເພື່ອສົ່ງອອກຕໍ່, ຜ່ານແດນ, ຕະຫຼອດຮອດ ການສົ່ງອອກໃນນາມຕົວແທນຂອງຜູ້ຜະລິດ ແລະ ປຸງແຕ່ງນ້ຳມັນເຊື້ອໄຟພາຍໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ບໍລິສັດດັ່ງກ່າວຕ້ອງມີເງື່ອນໄຂຄົບຖ້ວນຕາມທີ່ກຳນົດໄວ້ໃນມາດຕາ 14 ຂອງ ດຳລັດວ່າດ້ວຍການດຳເນີນທຸລະກິດນ້ຳມັນເຊື້ອໄຟ, ບໍ່ວ່າຈະເປັນບໍລິສັດທີ່ຕັ້ງຂຶ້ນກ່ອນ ຫຼື ຫຼັງການປະກາດໃຊ້ດຳລັດນີ້. ສຳລັບບໍລິສັດທີ່ຕັ້ງຂຶ້ນກ່ອນການປະກາດໃຊ້ດຳລັດ, ນັບແຕ່ວັນທີ່ດຳລັດມີຜົນບັງຄັບໃຊ້ ພ້ອມກັບການປະກາດໃຊ້ຄຳແນະນຳສະບັບນີ້, ຈະມີເວລາໜຶ່ງປີ ເພື່ອດຳເນີນການປັບປຸງ.
ມາດຕາ 3
2. "ບໍລິສັດຈຳໜ່າຍພາຍໃນ" ໝາຍເຖິງ ບໍລິສັດທີ່ມີສິດຊື້ນ້ຳມັນເຊື້ອໄຟຈາກບໍລິສັດນຳເຂົ້າ-ສົ່ງອອກນ້ຳມັນເຊື້ອໄຟ, ຊື້ນ້ຳມັນເຊື້ອໄຟຈາກຜູ້ຜະລິດ ແລະ ປຸງແຕ່ງພາຍໃນປະເທດ ເພື່ອຈຳໜ່າຍໃຫ້ແກ່ສະຖານີບໍລິການນ້ຳມັນ ແລະ ລູກຄ້າຂອງຕົນ, ແຕ່ບໍ່ມີສິດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ ໃນນາມຂອງບໍລິສັດຕົນເອງ. ເພື່ອດຳເນີນທຸລະກິດດັ່ງກ່າວຢ່າງຖືກຕ້ອງຕາມກົດໝາຍ, ຕ້ອງມີເງື່ອນໄຂຄົບຖ້ວນຕາມທີ່ກຳນົດໄວ້ໃນມາດຕາ 28 ຂອງດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ