关于贯彻实施《燃料经营业务法令》若干条款内容的指导意见
ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ເນື້ອໃນບາງມາດຕາ ຂອງ ດຳລັດວ່າດ້ວຍ ທຸລະກິດນ້ຳມັນເຊື້ອໄຟ
Guidelines on Implementing Certain Provisions of the Decree on Fuel Business Operations
简介
工业与贸易部为统一、全面、高效贯彻第331/政号《燃料经营业务法令》而发布的指导意见,补充解释相关名词术语,并明确燃料进出口、国内分销、零售加油站及仓储租赁等各类企业的设立与经营程序。 【OCR识别·机器翻译,未经律师终审,以官方PDF为准】
Summary
The Ministry of Industry and Commerce issued guidance for unified, comprehensive, and efficient implementation of the Decree on Fuel Business Operations No. 331/Gov, supplementing explanations of relevant terms, and clarifying procedures for establishment and operation of enterprises in fuel import-export, domestic distribution, retail gas stations, and storage leasing.
ບົດສະຫຼຸບ
ຄຳແນະນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຈັດຕັ້ງປະຕິບັດດຳລັດເລກທີ 331/ລບ ວ່າດ້ວຍທຸລະກິດນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ຢ່າງເປັນເອກະພາບ, ຮອບດ້ານ ແລະ ມີປະສິດທິພາບ, ອະທິບາຍເພີ່ມເຕີມຄຳສັບທີ່ກ່ຽວຂ້ອງ, ແລະ ກຳນົດຂັ້ນຕອນການສ້າງຕັ້ງ ແລະ ດຳເນີນທຸລະກິດຂອງວິສາຫະກິດປະເພດຕ່າງໆ ເຊັ່ນ: ນຳເຂົ້າ-ສົ່ງອອກນ້ຳມັນ, ຈຳໜ່າຍພາຍໃນ, ສະຖານີບໍລິການນ້ຳມັນຂາຍຍ່ອຍ ແລະ ເຊົ່າສາງເກັບນ້ຳມັນ.
条文
第1条
目的。本指导意见旨在阐释并指导贯彻实施2017年10月27日第331/政号《燃料经营业务法令》若干条款的内容,以便在全国范围内形成明确、统一的理解,推动现有燃料经营业务依照该法令所规定的条件合法开展经营。
ພາສາລາວ (老挝语原文)
ຈຸດປະສົງ. ຄຳແນະນຳສະບັບນີ້ມີຈຸດປະສົງເພື່ອອະທິບາຍ ແລະ ຊີ້ນຳການຈັດຕັ້ງປະຕິບັດເນື້ອໃນບາງມາດຕາຂອງດຳລັດວ່າດ້ວຍທຸລະກິດຈຳໜ່າຍນ້ຳມັນເຊື້ອໄຟ ສະບັບເລກທີ 331/ລບ ລົງວັນທີ 27 ຕຸລາ 2017, ເພື່ອໃຫ້ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ເປັນເອກະພາບໃນທົ່ວປະເທດ, ຊຸກຍູ້ໃຫ້ທຸລະກິດຈຳໜ່າຍນ້ຳມັນເຊື້ອໄຟທີ່ມີຢູ່ແລ້ວດຳເນີນທຸລະກິດຢ່າງຖືກຕ້ອງຕາມເງື່ອນໄຂທີ່ດຳລັດດັ່ງກ່າວກຳນົດ.
第2条
名词与若干术语的补充解释。1.「燃料进出口公司」是指有权进口燃料以分销给国内分销公司、其客户,或进口以转口、过境,以及作为老挝人民民主共和国境内燃料生产加工者的代理向境外出口的公司;此类公司须完全具备《燃料经营业务法令》第14条所规定的条件,无论是该法令公布前还是公布后设立的公司均适用。对法令公布前已设立的公司,自该法令生效并连同本指导意见一并公布之日起,有一年时间予以整改。
ພາສາລາວ (老挝语原文)
ຄຳອະທິບາຍເພີ່ມເຕີມກ່ຽວກັບຄຳນາມ ແລະ ຄຳສັບບາງຄຳ. 1. "ບໍລິສັດນຳເຂົ້າ-ສົ່ງອອກນ້ຳມັນເຊື້ອໄຟ" ໝາຍເຖິງ ບໍລິສັດທີ່ມີສິດນຳເຂົ້ານ້ຳມັນເຊື້ອໄຟ ເພື່ອຈຳໜ່າຍໃຫ້ບໍລິສັດຈຳໜ່າຍພາຍໃນປະເທດ, ລູກຄ້າຂອງຕົນ, ຫຼື ນຳເຂົ້າເພື່ອສົ່ງອອກຕໍ່, ຜ່ານແດນ, ຕະຫຼອດຮອດ ການສົ່ງອອກໃນນາມຕົວແທນຂອງຜູ້ຜະລິດ ແລະ ປຸງແຕ່ງນ້ຳມັນເຊື້ອໄຟພາຍໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ບໍລິສັດດັ່ງກ່າວຕ້ອງມີເງື່ອນໄຂຄົບຖ້ວນຕາມທີ່ກຳນົດໄວ້ໃນມາດຕາ 14 ຂອງ ດຳລັດວ່າດ້ວຍການດຳເນີນທຸລະກິດນ້ຳມັນເຊື້ອໄຟ, ບໍ່ວ່າຈະເປັນບໍລິສັດທີ່ຕັ້ງຂຶ້ນກ່ອນ ຫຼື ຫຼັງການປະກາດໃຊ້ດຳລັດນີ້. ສຳລັບບໍລິສັດທີ່ຕັ້ງຂຶ້ນກ່ອນການປະກາດໃຊ້ດຳລັດ, ນັບແຕ່ວັນທີ່ດຳລັດມີຜົນບັງຄັບໃຊ້ ພ້ອມກັບການປະກາດໃຊ້ຄຳແນະນຳສະບັບນີ້, ຈະມີເວລາໜຶ່ງປີ ເພື່ອດຳເນີນການປັບປຸງ.
第3条
2.「国内分销公司」是指有权向燃料进出口公司购买燃料、向境内生产加工者购买燃料,以分销给加油站及其客户的公司,但不得以本公司名义自行进口和出口燃料。欲合法开展上述经营,须完全具备《燃料经营业务法令》第28条所规定的条件。
ພາສາລາວ (老挝语原文)
2. "ບໍລິສັດຈຳໜ່າຍພາຍໃນ" ໝາຍເຖິງ ບໍລິສັດທີ່ມີສິດຊື້ນ້ຳມັນເຊື້ອໄຟຈາກບໍລິສັດນຳເຂົ້າ-ສົ່ງອອກນ້ຳມັນເຊື້ອໄຟ, ຊື້ນ້ຳມັນເຊື້ອໄຟຈາກຜູ້ຜະລິດ ແລະ ປຸງແຕ່ງພາຍໃນປະເທດ ເພື່ອຈຳໜ່າຍໃຫ້ແກ່ສະຖານີບໍລິການນ້ຳມັນ ແລະ ລູກຄ້າຂອງຕົນ, ແຕ່ບໍ່ມີສິດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ ໃນນາມຂອງບໍລິສັດຕົນເອງ. ເພື່ອດຳເນີນທຸລະກິດດັ່ງກ່າວຢ່າງຖືກຕ້ອງຕາມກົດໝາຍ, ຕ້ອງມີເງື່ອນໄຂຄົບຖ້ວນຕາມທີ່ກຳນົດໄວ້ໃນມາດຕາ 28 ຂອງດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ.
第4条
3.「公司自投资加油站」是指由国内分销公司自行投资建设并自行经营零售、或交由他人经营零售,并登记为燃料零售经营业务的燃料零售加油站。
ພາສາລາວ (老挝语原文)
3. "ສະຖານີບໍລິການນ້ຳມັນເຊື້ອໄຟ ທີ່ບໍລິສັດລົງທຶນເອງ" ໝາຍເຖິງ ສະຖານີບໍລິການນ້ຳມັນເຊື້ອໄຟ ທີ່ບໍລິສັດຈຳໜ່າຍພາຍໃນປະເທດ ລົງທຶນກໍ່ສ້າງເອງ ແລະ ດຳເນີນທຸລະກິດຂາຍຍ່ອຍເອງ ຫຼື ມອບໃຫ້ຜູ້ອື່ນດຳເນີນທຸລະກິດຂາຍຍ່ອຍ, ແລະ ໄດ້ຈົດທະບຽນເປັນທຸລະກິດຂາຍຍ່ອຍນ້ຳມັນເຊື້ອໄຟ.
第5条
4.「代理加油站」是指由自然人或法人依照所规定的法律和法规投资建设、自行经营或合资经营,并作为某一国内分销公司分销代理的燃料零售加油站;其只能悬挂所代理的该国内分销公司的标志或标识(商标)。
ພາສາລາວ (老挝语原文)
4. "ສະຖານີບໍລິການນ້ຳມັນເຊື້ອໄຟຕົວແທນ" ໝາຍເຖິງ ສະຖານີບໍລິການນ້ຳມັນເຊື້ອໄຟຂາຍຍ່ອຍ ທີ່ຖືກສ້າງຂຶ້ນໂດຍການລົງທຶນ, ດຳເນີນທຸລະກິດເອງ ຫຼື ຮ່ວມທຶນ ຂອງບຸກຄົນທຳມະດາ ຫຼື ນິຕິບຸກຄົນ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ແລະ ເປັນຕົວແທນຈຳໜ່າຍຂອງບໍລິສັດຈຳໜ່າຍພາຍໃນປະເທດໃດໜຶ່ງ; ສະຖານີດັ່ງກ່າວສາມາດຕິດຕັ້ງພຽງແຕ່ເຄື່ອງໝາຍ ຫຼື ສັນຍາລັກ (ຍີ່ຫໍ້) ຂອງບໍລິສັດຈຳໜ່າຍພາຍໃນປະເທດທີ່ຕົນເປັນຕົວແທນເທົ່ານັ້ນ.
第6条
5.「其客户」,就燃料进出口公司而言,是指经政府批准并享受免征关税及各项规费政策的特许经营项目/投资项目,或订有购销合同的国内分销公司。
ພາສາລາວ (老挝语原文)
5. "ລູກຄ້າຂອງຕົນ" ສຳລັບບໍລິສັດນຳເຂົ້າ-ສົ່ງອອກນ້ຳມັນເຊື້ອໄຟ ໝາຍເຖິງ ໂຄງການທີ່ໄດ້ຮັບອະນຸຍາດຈາກລັດຖະບານ ແລະ ໄດ້ຮັບສິດທິພິເສດໃນການຍົກເວັ້ນພາສີອາກອນ ແລະ ຄ່າທຳນຽມຕ່າງໆ ຫຼື ບໍລິສັດຈຳໜ່າຍພາຍໃນທີ່ມີສັນຍາຊື້-ຂາຍ.
第7条
6.「其客户」,就国内分销公司而言,是指经政府批准的特许经营项目/投资项目、一般项目客户、建筑公司、运输公司、一般采砂采矿者等未享受免征关税及各项规费政策的客户。
ພາສາລາວ (老挝语原文)
6. "ລູກຄ້າຂອງຕົນ" ສຳລັບບໍລິສັດຈຳໜ່າຍພາຍໃນປະເທດ ໝາຍເຖິງ ລູກຄ້າທີ່ໄດ້ຮັບອະນຸມັດຈາກລັດຖະບານໃນໂຄງການສຳປະທານ/ໂຄງການລົງທຶນ, ລູກຄ້າໂຄງການທົ່ວໄປ, ບໍລິສັດກໍ່ສ້າງ, ບໍລິສັດຂົນສົ່ງ, ຜູ້ຂຸດຄົ້ນຊາຍ-ຫີນທົ່ວໄປ ແລະ ອື່ນໆ ທີ່ບໍ່ໄດ້ຮັບສິດຍົກເວັ້ນອາກອນຂາເຂົ້າ ແລະ ຄ່າທຳນຽມຕ່າງໆ.
第8条
7.「注册资本」是指全部资产的价值,分为货币、股份和实物,在整个经营期间须明确确认为该公司的资产,资产价值不得低于注册资本。
ພາສາລາວ (老挝语原文)
7. "ທຶນຈົດທະບຽນ" ໝາຍເຖິງມູນຄ່າຂອງຊັບສິນທັງໝົດ, ເຊິ່ງແບ່ງອອກເປັນເງິນສົດ, ຫຸ້ນສ່ວນ ແລະ ຊັບສິນທີ່ເປັນວັດຖຸ, ຕະຫຼອດໄລຍະການດຳເນີນທຸລະກິດຕ້ອງໄດ້ຮັບການຢືນຢັນຢ່າງຊັດເຈນວ່າເປັນຊັບສິນຂອງບໍລິສັດນັ້ນ, ມູນຄ່າຊັບສິນຕ້ອງບໍ່ຕໍ່າກວ່າທຶນຈົດທະບຽນ.
第9条
8.「注册资本的缴纳」,除依照《企业法》执行外,与燃料业务相关的固定资本须经在老挝人民民主共和国合法注册的资产评估公司确认;流动资本须经老挝人民民主共和国国家银行或在老挝人民民主共和国合法注册的商业银行确认,且该资本确认须有至少6个月的运转期;上述两项确认均须由公司自行办理。
ພາສາລາວ (老挝语原文)
8. "ການຊຳລະທຶນຈົດທະບຽນ", ນອກຈາກປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດແລ້ວ, ທຶນຖາວອນທີ່ກ່ຽວຂ້ອງກັບທຸລະກິດນ້ຳມັນເຊື້ອໄຟ ຕ້ອງໄດ້ຮັບການຢັ້ງຢືນຈາກບໍລິສັດປະເມີນມູນຄ່າຊັບສິນ ທີ່ຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍ ໃນ ສປປ ລາວ; ທຶນໝູນວຽນ ຕ້ອງໄດ້ຮັບການຢັ້ງຢືນຈາກທະນາຄານແຫ່ງ ສປປ ລາວ ຫຼື ທະນາຄານການຄ້າ ທີ່ຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍ ໃນ ສປປ ລາວ, ແລະ ການຢັ້ງຢືນທຶນນັ້ນ ຕ້ອງມີໄລຍະເວລາດຳເນີນງານຢ່າງໜ້ອຍ 6 ເດືອນ; ການຢັ້ງຢືນທັງສອງປະການດັ່ງກ່າວ ລ້ວນແຕ່ຕ້ອງດຳເນີນການໂດຍບໍລິສັດເອງ.
第10条
9. 燃料进出口公司、国内分销公司及提供燃料仓储租赁服务公司的燃料仓库,系指该公司设于一处或多处合并计算的仓库容量(设于项目内的仓库除外),并须符合相关部门所制定的法规。
ພາສາລາວ (老挝语原文)
9. ສາງນໍ້າມັນເຊື້ອໄຟຂອງບໍລິສັດນຳເຂົ້າ-ສົ່ງອອກນໍ້າມັນເຊື້ອໄຟ, ບໍລິສັດຈຳໜ່າຍພາຍໃນ ແລະ ບໍລິສັດໃຫ້ບໍລິການເຊົ່າສາງເກັບຮັກສານໍ້າມັນເຊື້ອໄຟ, ແມ່ນຄວາມຈຸຂອງສາງທີ່ຕັ້ງຢູ່ໃນສະຖານທີ່ດຽວ ຫຼື ຫຼາຍສະຖານທີ່ທີ່ນຳມາຄິດໄລ່ຮ່ວມກັນ (ຍົກເວັ້ນສາງທີ່ຕັ້ງຢູ່ໃນໂຄງການ) ຂອງບໍລິສັດນັ້ນ, ແລະ ຕ້ອງປະຕິບັດຕາມລະບຽບການທີ່ກຳນົດໂດຍພາກສ່ວນທີ່ກ່ຽວຂ້ອງ.
第11条
10. 燃料进出口公司的燃料仓库,须设于有燃料进出口业务的省份或国际口岸,并须设于相关部门所确定的用地规划地点。
ພາສາລາວ (老挝语原文)
10. ສາງນ້ຳມັນເຊື້ອໄຟຂອງບໍລິສັດນຳເຂົ້າ-ສົ່ງອອກນ້ຳມັນເຊື້ອໄຟ ຕ້ອງຕັ້ງຢູ່ໃນແຂວງທີ່ມີທຸລະກິດນຳເຂົ້າ-ສົ່ງອອກນ້ຳມັນເຊື້ອໄຟ ຫຼື ດ່ານສາກົນ, ແລະ ຕ້ອງຕັ້ງຢູ່ໃນສະຖານທີ່ຕາມແຜນຜັງການນຳໃຊ້ທີ່ດິນທີ່ກຳນົດໂດຍອົງການທີ່ກ່ຽວຂ້ອງ.
第12条
11. 国内分销公司的燃料仓库,须设于有燃料分销业务的省份,并须设于相关部门所确定的用地规划地点。
ພາສາລາວ (老挝语原文)
11. ສາງນ້ຳມັນເຊື້ອໄຟຂອງບໍລິສັດຈຳໜ່າຍພາຍໃນ ຕ້ອງຕັ້ງຢູ່ໃນແຂວງທີ່ມີທຸລະກິດຈຳໜ່າຍນ້ຳມັນເຊື້ອໄຟ ແລະ ຕ້ອງຕັ້ງຢູ່ໃນສະຖານທີ່ຕາມແຜນກຳນົດການນຳໃຊ້ທີ່ດິນທີ່ກຳນົດໂດຍອົງການທີ່ກ່ຽວຂ້ອງ.
本页展示前 12 条,全文共 20 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读