ຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານແຂງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

关于「爱国与发展」竞赛—表彰工作实施的指导意见

Guidelines on the Implementation of Commendation Work for the "Patriotism and Development" Competition

ບົດສະຫຼຸບ

ຄຳແນະນຳຂອງຄະນະຊີ້ນຳວຽກງານແຂ່ງຂັນ-ຍ້ອງຍໍ 'ຮັກຊາດ ແລະ ພັດທະນາ' ແຂວງຫຼວງພະບາງ ກ່ຽວກັບຈຸດປະສົງ, ຫຼັກການແຂ່ງຂັນ ແລະ ຍ້ອງຍໍ, ເງື່ອນໄຂ ແລະ ສິດຕັດສິນໃນການຍ້ອງຍໍ, ການແບ່ງງານຮັບຜິດຊອບ, ຮູບແບບການແຂ່ງຂັນ, ຄຳຂວັນ, ເນື້ອໃນ ແລະ ຂັ້ນຕອນການສະເໜີຂໍຍ້ອງຍໍ, ແລະ ຍົກເລີກຄຳແນະນຳເລກທີ 14/ພມກ ເກົ່າ.

ມາດຕາ

ມາດຕາ 1

ຈຸດປະສົງ. 1. ເພື່ອໃຫ້ພົນລະເມືອງລາວທຸກຄົນມີສຳນຶກແຫ່ງຊາດ, ຄວາມເປັນເອກະລາດ, ຈິດໃຈເປັນເຈົ້າກົມກອນ, ມີຈິດໃຈປະຢັດມັດທະຍັດ, ຂະຫຍັນໝັ່ນຮໍ່າຮຽນ, ຂະຫຍັນໝັ່ນແຮງງານ, ມີຄວາມກ້າຫານ, ສາມາດຜ່ານຜ່າອຸປະສັກ, ເພີ່ມທະວີສຳນຶກການປະຕິບັດຕາມກົດໝາຍ; 2. ເພື່ອໃຫ້ຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ" ສອດຄ່ອງກັບການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເມືອງ ແລະ ບ້ານ ໃນແຕ່ລະໄລຍະ; 3. ເພື່ອຈົດຈຳຜົນງານ ແລະ ຄຸນງາມຄວາມດີຂອງບຸກຄົນ ແລະ ອົງກອນທັງພາກລັດ ແລະ ເອກະຊົນ ທີ່ປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄືການສ້າງສາພັດທະນາທ້ອງຖິ່ນຂອງຕົນ; 4. ເພື່ອໃຫ້ວຽກງານແຂ່ງຂັນ-ຍ້ອງຍໍ ເປັນລະບຽບຮຽບຮ້ອຍ, ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ, ໃຫ້ການຍ້ອງຍໍສອດຄ່ອງກັບຂະບວນການແຂ່ງຂັນ, ຊຸກຍູ້ສົ່ງເສີມວຽກງານກ້າວໜ້າ ແລະ ບຸກຄົນຕົວແບບ ຜ່ານຂະບວນການແຂ່ງຂັນທີ່ມີການຈັດຕັ້ງ, ມີເນື້ອໃນ ແລະ ເປົ້າໝາຍທີ່ຊັດເຈນ; 5. ເພື່ອເປັນພື້ນຖານໃນການດຳເນີນການຄັດເລືອກຍ້ອງຍໍ ໂດຍອີງໃສ່ຜົນງານຕົວຈິງຢ່າງຖືກຕ້ອງ.

ມາດຕາ 2

ຫຼັກການຂອງການແຂ່ງຂັນ. 1. ການແຂ່ງຂັນຕ້ອງມີຈຸດປະສົງ, ເປົ້າໝາຍ, ເນື້ອໃນ, ມາດຕະຖານ, ໄລຍະເວລາ, ວິທີການຈັດຕັ້ງປະຕິບັດຢ່າງຊັດເຈນ, ແລະ ກຳນົດຊື່ການແຂ່ງຂັນຢ່າງຊັດເຈນ ໃຫ້ສອດຄ່ອງກັບລັກສະນະສະເພາະຂອງທ້ອງຖິ່ນ ແລະ ກົມກອງ; 2. ການແຂ່ງຂັນຕ້ອງຢູ່ໃນຂອບເຂດກົດໝາຍ, ລະບຽບການ ແລະ ຂໍ້ກຳນົດຕ່າງໆ, ຕ້ອງສົມທົບກັບການປັບປຸງອົງການຈັດຕັ້ງຂອງແຕ່ລະຂະແໜງການ ແລະ ການພັດທະນາທ້ອງຖິ່ນ; 3. ການແຂ່ງຂັນຕ້ອງມີຄວາມຕັ້ງໃຈ, ເປັນຜູ້ນຳພາ, ມີຄວາມຮັບຜິດຊອບ, ສາມັກຄີ, ຮ່ວມມື ແລະ ພັດທະນາຮ່ວມກັນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ