ຂໍ້ຕົກລົງ ວ່າດ້ວຍ ການກຳນົດ ແລະ ການຄຸ້ມຄອງທີ່ດິນກະສິກຳ ແລະ ປ່າໄມ້ ຢູ່ ນະຄອນຫຼວງວຽງຈັນ
关于万象市农业用地与林业用地的划定和管理的决定
Decision on Delineation and Management of Agricultural and Forestry Land in Vientiane Capital
ບົດສະຫຼຸບ
ດຳລັດນີ້ກຳນົດຫຼັກການ ແລະ ລະບຽບການກ່ຽວກັບການກຳນົດເຂດ, ການຄຸ້ມຄອງ, ການນຳໃຊ້, ການປ່ຽນແປງປະເພດ ແລະ ການກວດກາທີ່ດິນກະສິກຳ ແລະ ປ່າໄມ້ ໃນນະຄອນຫຼວງວຽງຈັນ, ກຳນົດສິດອຳນາດຂອງອົງການຄຸ້ມຄອງແຕ່ລະຂັ້ນ, ແລະ ຫ້າມການປ່ຽນແປງຈຸດປະສົງການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ໂດຍບໍ່ໄດ້ຮັບອະນຸຍາດ.
ມາດຕາ
ມາດຕາ 1
. ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການຄຸ້ມຄອງບໍລິຫານ, ການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ເພື່ອຮັບປະກັນໃຫ້ການກຳນົດ, ຈັດສັນແບ່ງເຂດ ແລະ ແບ່ງຄວາມຮັບຜິດຊອບ ໃຫ້້ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງຢ່າງລະອຽດ, ແນໃສ່ໃຫ້ມີການປົກປັກຮັກສາ, ຄຸ້ມຄອງ, ພັດທະ ນາ ແລະ ການຫັນປ່ຽນປະເພດທີ່ດິນ ໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ຮັບປະກັນຕາມທິດຍືນ ຍົງ, ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ນະຄອນຫຼວງວຽງຈັນ ໃຫ້ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສີວິໄລ. ມາດຕາ ຂ. ການອະທິບາຍຄຳສັບ 2.1 ທີ່ດິນກະສິກຳ: ແມ່ນທີ່ດິນທີ່ໄດ້ກຳນົດໄວ້ ເພື່ອນຳໃຊ້ເຂົ້າໃນການປູກຝັງ, ລ້ຽງສັດ ແລະ ການ ຄົ້ນຄວ້າທົດລອງ ດ້ານກະສິກຳ ລວມທັງທີ່ດິນ ຊົນລະປະທານ. 2.2 ທີ່ດິນປ່າໄມ້: ແມ່ນເນື້ອທີ່ດິນທຸກຕອນທີ່ມີປ່າໄມ້ປົກຄຸມຢູ່ ຫຼື ທີ່ດິນບໍ່ມີປ່າໄມ້ປົກຄຸມເຊິ່ງລັດໄດ້ ກຳນົດໃຫ້ເປັນດິນປ່າໄມ້ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍປ່າໄມ້. ] 2.8 ການກຳນົດ: ໝາຍເຖິງການກຳນົດຂອບເຂດ ແລະ ປະເພດການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ຕາມຈຸດພິເສດ ແລະ ເງື່ອນໄຂຕົວຈິງ ເພື່ອວາງແຜນຄຸ້ມຄອງ ແລະ ນຳໃຊ້ຢ່າງມີປະສິດທິຜົນ. 2.4 ການຄຸ້ມຄອງ: ໝາຍເຖິງ ການຈັດສັນ, ພັດທະນາ ແລະ ປົກປັກຮັກສາ ໂດຍການວາງລະບຽບ ການ ກຳນົດມາດຕະການໃນການຄຸ້ມຄອງ ແລະ ຕິດຕາມກວດກາການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ໃຫ້ມີປະສິດທິຜົນ, ມີຄວາມສະຫງົບ, ຍຸຕິທຳ ແລະ ຖືກຕ້ອງຕາມເປົ້າໝາຍ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 18 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ