ຂໍ້ຕົກລົງ ວ່າດ້ວຍ ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຕົວເມືອງ ແລະ ຊານເມືອງ ຢູ່ນະຄອນຫຼວງວຽງຈັນ

关于万象首都市区及城郊整治秩序的协议

Agreement on Order Restoration in Vientiane Capital Urban and Suburban Areas

ບົດສະຫຼຸບ

ຂໍ້ຕົກລົງຂອງເຈົ້າແຂວງນະຄອນຫຼວງວຽງຈັນ ວ່າດ້ວຍການກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການແກ້ໄຂຄວາມບໍ່ເປັນລະບຽບຢູ່ເຂດຕົວເມືອງ ແລະ ຊານເມືອງ, ກຳນົດຂົງເຂດສຳຄັນ 4 ດ້ານຄື: ການຄ້າ, ວຽກງານຂົນສົ່ງ ແລະ ສາທາລະນະສັງກາດ, ພະລັງງານ ແລະ ໂທລະຄົມ, ວັດທະນະທຳ, ພ້ອມທັງກຳນົດພາລະບົດບາດຂອງອຳນາດການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນແຕ່ລະຂັ້ນ.

ມາດຕາ

ມາດຕາ 1

. ຈຸດປະສິງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕົວເມືອງ ແລະ ຊານເມືອງ ເພື່ອປະຕິບັດກົດໝາຍວ່າດ້ວຍຜັງເມືອງ, ກົດໝາຍວ່າຕ້ວຍທາງຫລວງແຫ່ງຊາດ, ກົດໝາຍວ່າດ້ວຍການຄ້າ, ກົດໝາຍວ່າດ້ວຍວັດທະນະທຳ ແລະ ການທ່ອງທ່ຽວ ແນ່ໃສ່ຍົກສູງບົດບາດຂອງນະຄອນ ວຽງຈັນ ໃຫ້ສົມກຽດເປັນເມືອງຫຼວງຂອງປະເທດ, ບັນລູເປົ້າໜຼາຍເປັນຕົວເມືອງທີ່ຫ້າຢູ່ ແລະ ຈະເລີນວັດທະນາ ທະນາເປັນກ້າວໆ. 1 ມາາຕາ 2. ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ແມ່ນການຊັບຊ້ອນກິດຈະກຳ ຕ່າງໆທີ່ບໍ່ເເພາະສົມຄືນໃໜ່, ສິ່ງທີ່ຜິດກັບລະບຽບການ, ນິຕິກຳ, ກົດໆນາຍ ແລະ ແຜນຜັງຂອງຕົວເມືອງທີ່ໄດ້ກຳ ນົດໄວ້. ມາດຕາ ຣ. ອະທິບາຍຄຳສັບ ຫຼື ຄວາມໜາຍຂອງການຈັດສັນ ຄຳສັບ ຫຼື ປະໂຫຍກທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມບນາຍ ດັ່ງນີ້: 1. ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນປະຈຸບັນແມ່ນ ໜາຍເຖິງການແກ້ໄຂບາງປະ ກົດການ ຫຍໍ້ທໍ່, ສິ່ງຂັດກັບກົດໝາຍ ແລະ ລະບຽບການ ທີ່ພວມເກີດຂຶ້ນ (ກົດໝາຍວ່າດ້ວຍການຄ້າ, ກົດໝາຍວ່າດ້ວຍ ທາງຫລວງ, ກົດໝາຍວ່າດ້ວຍຜັງເມືອງ, ກົດໝາຍວ່າດ້ວຍວັດທະນະທຳ ແລະ ທ່ອງທ່ຽວ. ...) ຊຶ່ງບຸກຄົນ ຫລື ນິຕິບຸກຄົນກໍ່ຂຶ້ນ ແລະ ສ້າງຜົນກະທົບບໍ່ດີຕໍ່ສ່ວນລວມບ່ອນນັ້ນໆ. 2. ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຂົງເຂດການຄ້າ ແມ່ນໜາຍເຖິງການເຮັດໃຫ້ສູນການຄ້າ, ຕະຫລາດ, ຮ້ານຄ້າ ແລະ ສະຖານທີ່ຊື້-ຂາຍອື່ນໆ ຮັກສາໄດ້ແຜນຜັງຂອງຕະຫລາດ, ສູນການຄ້າ, ຮ້ານຄ້າ, ສະຖານທີ່ ການຄ້າທີ່ໄດ້ກຳນົດໄວ້ (ບໍ່ລົ້ນ, ບໍ່ແອອັດ) ແລະ ມີຄວາມເປັນລະບົບລະບຽບ ຮັບປະກັນຄວາມສະອາດ 38. ການຄ້າ-ຂາຍສະດວກສະບາຍ, ຣັບປະກັນຄວາມປອດໄພໃຫ້ຜູ້ປະກອບການ, ລູກຄ້າ ແລະ ແກ້ໄຂປະກົດ ການຄ້າ ຂາຍຊະຊາຍ (ຂາຍບໍ່ຖືກຈຸດ, ບໍ່ຖືກສະຖານທີ່ ທີ່ທາງການວາງອອກ), ກິດຂວາງການສັນຈອນຂອງພາຫະນະ ແລະ ຄົນ. 4. ການຈັດສັນຄວາມບໍ່ເປັນລະບຽບຮ້ອຍໃນຂົງເຂດໂຍທາທິການ ແລະ ຂົນສົ່ງ - ໝາຍເຖິງການຈັດສັນ ບາງເສັ້ນທາງເດີນລົດຄືນໃຫ, ຣື້ຖອນສິ່ງຕໍ່ເຕີມການກໍ່ສ້າງບໍ່ຖືກຕ້ອງກັບແຜນຜັງ ແລະ ສິ່ງຣົກເຮື້ອ ຕາມຖະຫົນ ຫລວງ ແລະ ເສັ້ນທາງສຳຄັນໃນເທດສະບານ, ຣັ້ຖອນປ້າຍໂຄສະນາທຸກຊະນິດທີ່ຕິດຕັ້ງ ແລະ ມີຮູບແບບເນື້ອໃນ ບໍຖືກລະບຽບ, ແກ້ໄຂສິ່ງກີດຂວາງຕາມທາງຄົນຍ່າງ ແລະ ຕາມເຂດສາທາລະນະ. ຈັດສັນຄວາມບໍ່ເປັນລະບຽບຮຽບ ຮ້ອຍໃນກິດຈະການກໍ່ ສ້າງ ແລະ ສ້ອມແປງຕຶກອາຄານ. ຣ. ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຂົງເຂດວັດທະນະທຳ - ໝາຍເຖິງການແກ້ໄຂສະພາບ ການລະເມີດຂໍ້ຫ້າມ ຊື່ງກົດໝາຍວ່າດ້ວຍວັດທະນະທຳ ແລະ ດຳລັດວ່າດ້ວຍການບັນເທີງ ແລະ ສິ່ງທີ່ກະທົບບໍດີເຖິງ ຊູມຊົນ ແລະ ດັດປັບການເຄື່ອນໄຫວທຸລະກິດທາງວັດທະນະທຳໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະ ກິດ-ສັງຄົມ. 6. ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຂົງເຂດໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ - ໝາຍເຖິງລະບົບສາຍກາບໂທລະສັບ, ເຄເບັນ, ສາຍໄຟຟ້າແຮງຕຳ ທີ່ຫ້ອຍຕາມເສົາໄຟພ້າ, ຂາດຄວາມງາມ ແລະ ສາຍໄຟຟ້າເກົ່າແກ່ ຫົດຄຸນນະພາບ, ຂາດມາດຕະຖານເຕັກນິກ ແລະ ບໍ່ຮັບປະກັນຄວາມປອດໄພ. 7. ສິ່ງກີດຂວາງໃນຖະຫົນຫາຍເຖິງ ຜູ້ຄົນ, ວັດຖຸສິ່ງຂອງ, ສີ່ງຕິດຕັ້ງ-ປູກສ້າງ, ກິດຈະການ ແລະ ກິດຈະກຳທີ່ຕັນ ຫຼື ກີດຂວາງ ຫຼື ເຮັດໃຫ້ມີການສັນຈອນຫຍູ້ງຍາກຕິດຂັດ ໃນໄລຍະຊົ່ວຄາວ ຫຼື ຖາວອນຢູ່ຕາມ ແລວທາງດົນຍ່າງ ຫຼື ຟາກະນະສັນຈອນທຸກປະເພດ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ