ກົດໝາຍວ່າດ້ວຍ ແນວລາວສ້າງຊາດ (ສະບັບປັບປຸງ)

老挝建国阵线法(修订版)

Law on Lao Front National Development (Amended)

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດການສ້າງຕັ້ງ, ການຈັດຕັ້ງ ແລະ ຈຸດປະສົງການເຄື່ອນໄຫວຂອງແນວລາວສ້າງຊາດ, ຊີ້ແຈງບົດບາດຂອງຕົນໃນຖານະເປັນອົງການປຶກສາຫາລືທາງດ້ານການເມືອງຂອງຊາດ. ກົດໝາຍສະບັບນີ້ໃຊ້ກັບອົງປະກອບ ແລະ ການດຳເນີນງານຂອງແນວລາວສ້າງຊາດ, ກຳນົດຄຳສັບທີ່ກ່ຽວຂ້ອງ, ຄຸ້ມຄອງໜ້າທີ່ຂອງຕົນໃນການເຂົ້າຮ່ວມການສ້າງສາປະເທດຊາດ, ຄວາມສາມັກຄີຂອງຊາດ ແລະ ການພັດທະນາສັງຄົມ, ເພື່ອສົ່ງເສີມການເສີມສ້າງ ແລະ ຄວາມກ້າວໜ້າຂອງລະບອບປະຊາທິປະໄຕປະຊາຊົນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ,
ການເຄື່ອນໄຫວ, ການຄຸ້ມຄອງ ແລະ ຕິດຕາມ ກວດກາ ຂອງແນວລາວສ້າງຊາດ ເພື່ອຮັບປະກັນການປະຕິບັດ
ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີປະສິດທິຜົນ ແນໃສ່ ເຕົ້າໂຮມຄວາມສາມັກຄີ, ປຸກລະດົມຄວາມ
ຕື່ນຕົວ, ນໍ້າໃຈຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ຢູ່ພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນພາລະ
ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນ ຮັ່ງມີ ຜາສຸກ, ສັງຄົມມີ
ຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ມາດຕາ ມາດຕາ 2

ມາດຕາ 2 (ປັບປຸງ) ແນວລາວສ້າງຊາດ
ແນວລາວສ້າງຊາດ ແມ່ນ ອົງການຈັດຕັ້ງສຳພັນທາງການເມືອງ ຂອງທົ່ວສັງຄົມ, ເປັນສະຫະພັນ
ຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວ
ແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະ
ເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 63 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ