ຂໍ້ຕົກລົງ ວ່າດ້ວຍ ມາດຕະການປັບໃໝຕໍ່ຜູ້ລະເມີດການດຳເນີນທຸລະກິດບໍລິການໄປສະນີ

关于对违反邮政服务经营行为者实施罚款措施的协议

Agreement on Penalty Measures for Violations of Postal Service Operations

ບົດສະຫຼຸບ

ກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ໄດ້ອອກຂໍ້ຕົກລົງ, ກຳນົດຫຼັກການ, ລະບຽບການ ແລະ ອັດຕາຄ່າປັບໃໝ ສຳລັບການລົງໂທດຜູ້ປະກອບການບໍລິການໄປສະນີທີ່ລະເມີດກົດໝາຍວ່າດ້ວຍໄປສະນີ.

ມາດຕາ

ມາດຕາ 1

. ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກຽວກັບການປັບໃໜຕໍ່ຜູ້ລະເມີດກົດ ໜາຍ ແລະ ລະບຽບການໄປສະນີ ເພືອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງລັດ, ລວມຫູ, ຜູ້ໃຫ້ບໍລິການ ແລະ ຜູ້ ໃຊ້ບໍລິການ ແນໃສ່ປະກອບສວນເຂົາໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ທາງດ້ານເສດຖະກິດ- ສັງຄົມ ຂອງຊາດ.

ມາດຕາ 2

. ມາດຕະການປັບໃໜຕໍ່ຜູ້ລະເມີດການດຳເນີນທຸລະກິດບໍລິການໄປສະນີ ມາດຕະການປັບໃໜຕໍ່ຜູ້ລະເມີດການດຳເນີນທຸລະກິດບໍລິການໄປສະນີ ແມ່ນການວາງລະບຽບການ ແລະ ອັດຕາຄ່າປັບໃໜຕໍ່ຜູ້ດຳເນີນທຸລະກິດບໍລິການໄປສະນີ ທີ່ໄດ້ລະເມີດກົດໝາຍ ແລະ ລະບຽບການໄປສະນີ. 1 -

ມາດຕາ 3

. ການອະທິບາຍຄຳສັບ ຄຳສັບທີນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້: 1. ສະແຕມໄປສະນີ ໝາຍເຖິງບັດ, ກາບໝາຍ ຫຼື ເຄື່ອງໝາຍ ຊຶ່ງມີມູນຄ່າເປັນເງິນສຳລັບຕິດໃສ່ໄປສະນີ ພັນ ແລະ ພັດສະດຸໄປສະນີ ເພື່ອເປັນຄ່າບໍລິການໄປສະນີ ແລະ ເພື່ອການສະສົມ; 2. ບາໂຄດໄປສະນີ ໝາຍເຖິງ ລະຫັດຂອງເຄື່ອງຝາກທາງໄປສະນີ ເປັນເຄື່ອງໝາຍແທນຂໍ້ມູນທີເຄື່ອງຈັກ ສາມາດອ່ານໄດ້ດ້ວຍແສງ; 3. ບຸກຄະລິກກະພາບ ໝາຍເຖິງ ການກະທຳຂອງບຸກຄົນທີ່ໄດ້ກະທຳຜິດ ໂດຍເຈດຕະນາ ຫຼື ບໍ່ເຈດຕະນາ; 4. ຄ່າບໍລິການ ໝາຍເຖິງ ລາຄາໃນການຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ເຄື່ອງຝາກທາງໄປສະນີ ລວມທັງການສົ່ງເສີມການຂາຍ ຊຶ່ງຜູ້ດຳເນີນທຸລະກິດບໍລິການໄປສະນີປະກາດໃຊ້ໃນແຕ່ລະໄລຍະ; 5. ຜູ້ດຳເນີນທຸລະກິດບໍລິການໄປສະນີ ໝາຍເຖິງ ຜູ້ໃຫ້ບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງ ຝາກທາງໄປສະນີ, ຈັດພິມ ແລະ ຈຳໜ່າຍສະແຕມໄປສະນີ, ຕູ້ໄປສະນີ, ຫີບປ່ອນຈົດໝາຍ, ຂາຍຜະລິດຕະພັນ ໄປສະນີ, ຮັບ ແລະ ສົ່ງຂໍ້ມູນຂ່າວສານທາງເອເລັກໂຕຣນິກ ແລະ ການເງິນທາງໄປສະນີ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ