ຄຳສັ່ງແນະນຳ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງຊັບພະຍາກອນແຮ່ທາດຢູ່ແຂວງເຊກອງ
关于加强塞贡省矿产资源管理的指示性命令
Directive on Enhancing Mineral Resource Management in Sekong Province
ບົດສະຫຼຸບ
ເຈົ້າແຂວງເຊກອງໄດ້ອອກຄຳສັ່ງຊີ້ນຳ, ຮຽກຮ້ອງໃຫ້ເພີ່ມທະວີການຄຸ້ມຄອງຊັບພະຍາກອນແຮ່ທາດ (ໂດຍສະເພາະຄຳຊາຍ) ໃນທົ່ວແຂວງ, ຫ້າມການສຳຫຼວດ, ຂຸດຄົ້ນ, ຂົນສົ່ງ ແລະ ປຸງແຕ່ງໂດຍບໍ່ໄດ້ຮັບອະນຸຍາດ, ດຳເນີນຄະດີຜູ້ລະເມີດຕາມກົດໝາຍ.
ມາດຕາ
ມາດຕາ 1
ຊັບພະຍາກອນແຮ່ທາດທີ່ຢູ່ເທິງໜ້າດິນ ແລະ ໃຕ້ດິນ ເປັນຊັບສິນຂອງລັດ, ຫ້າມບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ດຳເນີນການຄຸ້ມຄອງ ແລະ ນຳໃຊ້ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດ ຕາມລະບຽບການທີ່ກຳນົດໄວ້.
ມາດຕາ 2
ມອບໃຫ້ກົມພະລັງງານ ແລະ ບໍ່ແຮ່ແຂວງ, ກົມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ດຳເນີນການຮື້ຖອນ ແລະ ຍຶດອາຄານສະຖານທີ່, ພາຫະນະ ແລະ ເຄື່ອງມືທີ່ບຸກຄົນ, ນິຕິບຸກຄົນ, ບໍລິສັດ ໃຊ້ໃນການດຳເນີນການຂຸດຄົ້ນບໍ່ແຮ່ໂດຍຜິດກົດໝາຍ ແລະ ດຳເນີນຄະດີຜູ້ລະເມີດຕາມກົດໝາຍຢ່າງເຂັ້ມງວດ.
ມາດຕາ 3
ບັນດາບໍລິສັດສຳຫຼວດ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ດຳເນີນທຸລະກິດຢູ່ແຂວງເຊກອງ ຕ້ອງນຳສົ່ງເອກະສານທີ່ກ່ຽວຂ້ອງທັງໝົດ ໃຫ້ຫ້ອງວ່າການແຂວງ ແລະ ບັນດາກົມກອງຂອງແຂວງຮັບຊາບ ແລະ ປະສານງານໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ບໍລິສັດຕ້ອງຕັ້ງຫ້ອງການຂອງຕົນຢ່າງເປັນທາງການ ຢູ່ໃນເມືອງ ຫຼື ນະຄອນທີ່ເປັນທີ່ຕັ້ງໂຄງການ ເພື່ອຄວາມສະດວກໃນການປະສານງານ ກ່ອນການເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການ; ການເຄື່ອນໄຫວທັງໝົດຂອງບໍລິສັດສຳຫຼວດ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຂອງຫ້ອງວ່າການແຂວງ ແລະ ບັນດາກົມກອງຂັ້ນແຂວງ ແລະ ເມືອງ ຕາມໜ້າທີ່ ແລະ ລະບຽບການທີ່ກຳນົດໄວ້; ບັນດາກົມກອງຂັ້ນແຂວງ ແລະ ເມືອງ ຕ້ອງມອບໝາຍໃຫ້ພະນັກງານວິຊາການຂອງຕົນ ປະຈຳການຢູ່ສະຖານທີ່ ເພື່ອເຂົ້າຮ່ວມໃນການຄຸ້ມຄອງ, ຕິດຕາມ ແລະ ກວດສອບ ການດຳເນີນງານດ້ານວິຊາການຂອງບໍລິສັດ, ພ້ອມທັງເປັນຜູ້ປະສານງານກັບອົງການປົກຄອງທ້ອງຖິ່ນ ເພື່ອແກ້ໄຂ ຫຼື ປະນີປະນອມ ຜົນກະທົບ ຫຼື ຂໍ້ຂັດແຍ່ງທີ່ເກີດຂຶ້ນຢ່າງທັນການ, ບໍລິສັດຕ້ອງອຳນວຍຄວາມສະດວກ ແລະ ປະຕິບັດໜ້າທີ່ຕໍ່ພະນັກງານວິຊາການຂອງລັດ ຕາມລະບຽບການ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ