ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ

关于特赦的法令性条例(国家主席令性条例)

Decree on Amnesty (Presidential Decree)

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບວຽກງານການນິລະໂທດກຳ ຢູ່ ສປປ ລາວ, ລວມທັງປະເພດ ແລະ ເງື່ອນໄຂການນິລະໂທດກຳ, ການຫຼຸດໂທດ ແລະ ປ່ອຍຕົວ, ອົງປະກອບ ແລະ ໜ້າທີ່ຂອງຄະນະກຳມະການນິລະໂທດກຳ, ໜ້າທີ່ຂອງພາກສ່ວນຕ່າງໆ, ຂັ້ນຕອນການຂໍນິລະໂທດກຳ, ຂໍ້ຫ້າມ ແລະ ການຕິດຕາມກວດກາ.

ມາດຕາ

ມາດຕາ 1

ຈຸດປະສົງ ລັດຖະບັນຍັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ເພື່ອສຶກສາອົບຮົມ ນັກໂທດ ໃຫ້ເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງເປັນທຳຂອງລັດ ແຫ່ງ ສປປ ລາວກໍ່ສ້າງຕົນເອງໃຫ້ກາຍເປັນ ພົນລະເມືອງດີຂອງຊາດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂ ໃຫ້ມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ມາດຕາ 2

ການໃຫ້ອະໄພຍະໂທດ ການໃຫ້ອະໄພຍະໂທດ ແມ່ນ ການປະຕິບັດນະໂຍບາຍມະນຸດສະທຳ ດ້ວຍການຫຼຸດຜ່ອນໂທດ ແລະ ປ່ອຍຕົວ ນັກໂທດ ໂດຍປະທານປະເທດ ໃນວັນສຳຄັນຂອງຊາດ ເປັນຕົ້ນ ວັນຊາດທີ 2 ທັນວາ ຍົກເວັ້ນນັກໂທດທີ່ຖືກລົງໂທດ ປະຫານຊີວິດ ແມ່ນໃຫ້ປະຕິບັດນະໂຍບາຍດັ່ງກ່າວ ພາຍໃນກຳນົດ ສາມສິບວັນ ນັບແຕ່ວັນປະທານປະເທດ ອອກ ລັດຖະດຳລັດ ເປັນຕົ້ນໄປ.

ມາດຕາ 3

ນະໂຍບາຍ ກ່ຽວກັບການໃຫ້ອະໄພຍະໂທດ ລັດ ສ້າງເງື່ອນໄຂອຳນວຍ ໃຫ້ແກ່ວຽກງານໃຫ້ອະໄພຍະໂທດ ດ້ວຍການວາງນະໂຍບາຍ, ລະບຽບການ, ການ ສະຫຼອງງົບປະມານ, ການປະກອບບຸກຄະລາກອນ, ພາຫະນະ ແລະ ອຸປະກອນຮັບໃຊ້ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນໄປດ້ວຍຄວາມຖືກຕ້ອງ, ໂປ່ງໃສ ແລະ ຮັບປະກັນຄວາມຍຸຕິທຳໃນສັງຄົມ. ລັດ ເອົາໃຈໃສ່ໂຄສະນາ, ສຶກສາອົບຮົມກົດໝາຍ, ລະບຽບການ ໃຫ້ພົນລະເມືອງ ແລະ ນັກໂທດ ຮັບຮູ້, ເຂົ້າໃຈ, ເຄົາລົບ, ປະຕິບັດໃຫ້ຖືກຕ້ອງ ຢ່າງເຂັ້ມງວດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 58 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ