老挝建国阵线法(修订版)
ກົດໝາຍວ່າດ້ວຍ ແນວລາວສ້າງຊາດ (ສະບັບປັບປຸງ)
Law on Lao Front National Development (Amended)
简介
【老挝建国阵线法(修订版)63条全文 双语:老挝文原文(忠于文字版PDF)+中文(Claude译自老挝原文·待校)】
Summary
Full text of the Lao Front for National Development Law (Revised) with 63 articles, bilingual: original Lao text (faithful to text-based PDF) + Chinese (translated from Lao original by Claude, pending review).
ບົດສະຫຼຸບ
ກົດໝາຍວ່າດ້ວຍແນວລາວສ້າງຊາດ (ສະບັບປັບປຸງ) ສະບັບເຕັມ 63 ມາດຕາ ສອງພາສາ: ຕົ້ນສະບັບພາສາລາວ (PDF ຕາມຕົວໜັງສື) + ພາສາຈີນ (ແປໂດຍ Claude ຈາກຕົ້ນສະບັບພາສາລາວ·ລໍຖ້າການກວດສອບ).
条文
第ມາດຕາ 1条
第1条(修订). 目的
本法规定有关老挝建国阵线的组织、活动、管理和跟踪检查的原则、规定和措施,以确保有效履行其职责、权利和义务,旨在汇聚团结、激发老挝各族人民在国内外的觉悟和爱国精神,参与到保卫和建设发展国家的事业中,使国家繁荣强盛、人民富足安康、社会团结和睦、民主、公正与文明。
ພາສາລາວ (老挝语原文)
ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ,
ການເຄື່ອນໄຫວ, ການຄຸ້ມຄອງ ແລະ ຕິດຕາມ ກວດກາ ຂອງແນວລາວສ້າງຊາດ ເພື່ອຮັບປະກັນການປະຕິບັດ
ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີປະສິດທິຜົນ ແນໃສ່ ເຕົ້າໂຮມຄວາມສາມັກຄີ, ປຸກລະດົມຄວາມ
ຕື່ນຕົວ, ນໍ້າໃຈຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ຢູ່ພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນພາລະ
ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນ ຮັ່ງມີ ຜາສຸກ, ສັງຄົມມີ
ຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
第ມາດຕາ 2条
第2条(修订). 老挝建国阵线
老挝建国阵线是全社会的政治联盟组织,是政治组织、政治社会组织、社会组织以及代表各阶层、各民族、各宗教、各性别、各年龄段(包括居住在国外的老挝族人代表)的个人在觉悟和自愿基础上结成的联合体。
ພາສາລາວ (老挝语原文)
ມາດຕາ 2 (ປັບປຸງ) ແນວລາວສ້າງຊາດ
ແນວລາວສ້າງຊາດ ແມ່ນ ອົງການຈັດຕັ້ງສຳພັນທາງການເມືອງ ຂອງທົ່ວສັງຄົມ, ເປັນສະຫະພັນ
ຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວ
ແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະ
ເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ.
第ມາດຕາ 3条
第3条(修订). 术语解释
本法所用术语含义如下:
1. 政治联盟,指汇聚政治组织、政治社会组织、社会组织以及代表各阶层、各民族、各宗教、各性别、各年龄段(包括居住在国外的老挝族人代表)的个人,使之成为有广泛组织的力量集体,以实现国家的总体目标;
2. 政治基础,指汇聚到老挝建国阵线组织之中、用以保卫和建设发展国家、参与改进和巩固人民民主国家政权的全民力量;
3. 政治组织,指老挝人民革命党;
4. 政治社会组织,指老挝工会联合会、老挝人民革命青年团、老挝妇女联合会和老挝退伍军人联合会;
5. 社会组织,指联合会、协会、基金会、俱乐部等;
6. 老挝建国阵线委员会,指老挝建国阵线各级的组织,由委员、主席和副主席组成,并由该级的代表大会、常会或非常会议批准产生;
7. 老挝建国阵线委员,指隶属于老挝建国阵线委员会、代表各组织、各阶层、各民族、各宗教、各性别、各年龄段(包括居住在国外的老挝族人代表)的个人;
8. 阵线工作,指老挝建国阵线的工作;
9. 民间外交,指建立各国人民之间良好关系的活动。
ພາສາລາວ (老挝语原文)
ມາດຕາ 3 (ປັບປຸງ) ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ສຳພັນທາງການເມືອງ ໝາຍເຖິງ ການເຕົ້າໂຮມການຈັດຕັ້ງການເມືອງ, ອົງການຈັດຕັ້ງການ
ເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວແທນ ໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ,
ໄວ ລວມທັງຕົວແທນຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ໃຫ້ເປັນກ້ອນກຳລັງທີ່ມີການຈັດຕັ້ງຢ່າງ
ກວ້າງຂວາງ ເພື່ອປະຕິບັດຈຸດໝາຍລວມຂອງຊາດ;
2
2. ພື້ນຖານການເມືອງ ໝາຍເຖິງ ກຳລັງແຮງຂອງທົ່ວປວງຊົນ ທີ່ໄດ້ເຕົ້າໂຮມ ເຂົ້າໃນການ
ຈັດຕັ້ງຂອງແນວລາວສ້າງຊາດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະກອບສ່ວນເຂົ້າໃນ
ການປັບປຸງ ບູລະນະອຳນາດລັດ ປະຊາທິປະໄຕປະຊາຊົນ;
3. ອົງການຈັດຕັ້ງການເມືອງ ໝາຍເຖິງ ພັກປະຊາຊົນປະຕິວັດລາວ;
4. ອົງການຈັດຕັ້ງການເມືອງ-ສັງຄົມ ໝາຍເຖິງ ສະຫະພັນກຳມະບານລາວ, ຄະນະຊາວໜຸ່ມ
ປະຊາຊົນປະຕິວັດລາວ, ສະຫະພັນແມ່ຍິງລາວ ແລະ ສະຫະພັນນັກຮົບເກົ່າລາວ;
5. ອົງການຈັດຕັ້ງສັງຄົມ ໝາຍເຖິງ ສະຫະພັນ, ສະມາຄົມ, ມູນນິທິ, ສະໂມສອນ ແລະ ອື່ນໆ;
6. ຄະນະກຳມະການແນວລາວສ້າງຊາດ ໝາຍເຖິງ ການຈັດຕັ້ງ ຂອງແນວລາວສ້າງຊາດແຕ່ລະ
ຂັ້ນ ຊຶ່ງປະກອບດ້ວຍ ກຳມະການ, ປະທານ ແລະ ຮອງປະທານ ໂດຍແມ່ນ ກອງປະຊຸມໃຫຍ່, ກອງປະຊຸມ
ສາມັນ ຫຼື ກອງປະຊຸມວິສາມັນ ຂັ້ນນັ້ນ ເປັນຜູ້ຮັບຮອງເອົາ;
7. ກຳມະການແນວລາວສ້າງຊາດ ໝາຍເຖິງ ບຸກຄົນທີ່ສັງກັດຢູ່ໃນຄະນະກຳມະການແນວລາວ
ສ້າງຊາດ ຊຶ່ງເປັນຕົວແທນ ໃຫ້ແກ່ບັນດາອົງການຈັດຕັ້ງ, ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວ
ແທນຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ;
8. ວຽກງານແນວໂຮມ ໝາຍເຖິງ ວຽກງານຂອງແນວລາວສ້າງຊາດ;
9. ການທູດປະຊາຊົນ ໝາຍເຖິງ ການສ້າງສາຍສຳພັນທີ່ດີ ຂອງປະຊາຊົນ ລະຫວ່າງປະເທດ.
第ມາດຕາ 4条
第4条(修订). 国家有关老挝建国阵线的政策
国家推动、促进并广泛开放国内外个人、法人和组织以智力、劳力、财力参与阵线工作的开展,保护老挝建国阵线(包括成员)在执行老挝建国阵线的方针、政策、宪法和法律方面的组织和活动,以履行保卫和建设发展国家的使命。
国家为老挝建国阵线创造便利条件,配备人员、车辆、设备、经费,以确保其良好地履行职责、权利和义务。
ພາສາລາວ (老挝语原文)
ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດ ກ່ຽວກັບແນວລາວສ້າງຊາດ
ລັດ ຊຸກຍູ້, ສົ່ງເສີມ ແລະ ເປີດກວ້າງໃນການປະກອບສ່ວນ ທາງດ້ານສະຕິປັນຍາ, ເຫື່ອແຮງ,
ຊັບສິນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າໃນການເຄື່ອນໄຫວ
ວຽກງານແນວໂຮມ, ປົກປ້ອງການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງແນວລາວສ້າງຊາດ ລວມທັງພາຄີ ໃນ
ການປະຕິບັດ ແນວທາງ, ນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍຂອງແນວລາວສ້າງຊາດ ເພື່ອປະຕິບັດ
ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ລັດ ສ້າງເງື່ອນໄຂອຳນວຍຄວາມສະດວກດ້ວຍການປະກອບ ບຸກຄະລາກອນ, ພາຫະນະ, ອຸປະ
ກອນ, ງົບປະມານ ໃຫ້ແກ່ແນວລາວສ້າງຊາດ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ
ຕົນໄດ້ເປັນຢ່າງດີ.
第ມາດຕາ 5条
第5条(修订). 老挝建国阵线组织和活动的原则
老挝建国阵线在以下主要原则基础上组织和活动:
1. 尊重和执行宪法、法律及老挝建国阵线章程;
2. 民主集中、协商、协调配合,在活动中保持一致;
3. 在开展工作活动中保持觉悟、自愿并起模范带头作用。
ພາສາລາວ (老挝语原文)
ມາດຕາ 5 (ປັບປຸງ) ຫຼັກການ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງແນວລາວສ້າງຊາດ
ແນວລາວສ້າງຊາດ ຈັດຕັ້ງ ແລະ ເຄື່ອນໄຫວ ບົນພື້ນຖານຫຼັກການ ຕົ້ນຕໍ ດັ່ງນີ້:
1. ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ກົດລະບຽບຂອງແນວລາວສ້າງ
ຊາດ;
2. ລວມສູນປະຊາທິປະໄຕ, ປຶກສາຫາລື, ປະສານສົມທົບ ແລະ ເປັນເອກະພາບ ໃນການ
ເຄື່ອນໄຫວ;
3. ຕື່ນຕົວ, ສະໝັກໃຈ ແລະ ເປັນແບບຢ່າງ ໃນການເຄື່ອນໄຫວວຽກງານ.
3
第ມາດຕາ 6条
第6条(修订). 国际合作
国家通过交流经验、培养干部、争取支持和援助等方式,促进与外国、区域和国际在阵线工作方面的关系与合作,以使老挝建国阵线坚强稳固,并为加强民间外交、建立各民族之间的友好关系、开展合作与发展作出贡献,同时支持世界上争取和平与社会进步的斗争运动。
ພາສາລາວ (老挝语原文)
ມາດຕາ 6 (ປັບປຸງ) ການຮ່ວມມືສາກົນ
ລັດ ສົ່ງເສີມການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານ
ແນວໂຮມ ດ້ວຍການແລກປ່ຽນບົດຮຽນ, ສ້າງພະນັກງານ, ຍາດແຍ່ງການສະໜັບສະໜູນ ແລະ ຊ່ວຍເຫລືອ
ເພື່ອເຮັດໃຫ້ແນວລາວສ້າງຊາດ ມີຄວາມເຂັ້ມແຂງ ໜັກແໜ້ນ ແລະ ປະກອບສ່ວນເພີ່ມທະວີການທູດປະຊາ
ຊົນ, ສ້າງສາຍພົວພັນມິດຕະພາບ ລະຫວ່າງປະຊາຊາດ ໃນການຮ່ວມມື ແລະ ການພັດທະນາ ລວມທັງສະ
ໜັບສະໜູນຂະບວນການຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມກ້າວໜ້າທາງສັງຄົມຢູ່ໃນໂລກ.
ພາກທີ II
ແນວລາວສ້າງຊາດ
ໝວດທີ 1
ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແນວລາວສ້າງຊາດ
第ມາດຕາ 7条
第7条. 老挝建国阵线的地位
老挝建国阵线是老挝人民民主共和国政治体制的组成部分,以老挝人民革命党为核心,是人民民主制度的政治基础之一。
老挝建国阵线继承并发扬老挝独立阵线和老挝爱国阵线的光荣传统,这一传统曾汇聚团结老挝各族人民投入到此前的救国斗争以及当今保卫和建设发展国家的事业之中。
ພາສາລາວ (老挝语原文)
ມາດຕາ 7 ທີ່ຕັ້ງ ຂອງແນວລາວສ້າງຊາດ
ແນວລາວສ້າງຊາດ ເປັນ ພາກສ່ວນໜຶ່ງ ໃນລະບົບການເມືອງ ແຫ່ງ ສປປ ລາວ ໂດຍແມ່ນພັກປະຊາ
ຊົນປະຕິວັດລາວ ເປັນແກນນຳ ແລະ ເປັນພື້ນຖານການເມືອງໜຶ່ງ ຂອງລະບອບປະຊາທິປະໄຕປະຊາຊົນ.
ແນວລາວສ້າງຊາດ ສືບທອດ ແລະ ເສີມຂະຫຍາຍມູນເຊື້ອ ອັນສະຫງ່າລາສີ ຂອງແນວລາວອິດສະລະ
ແລະ ແນວລາວຮັກຊາດ ຊຶ່ງໄດ້ເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າ ເຂົ້າໃນການຕໍ່ສູ້ກູ້ຊາດ ໃນເມື່ອ
ກ່ອນ ແລະ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.
第ມາດຕາ 8条
第8条(修订). 老挝建国阵线的职责
老挝建国阵线的主要职责如下:
1. 作为旗帜,汇聚老挝各族人民的团结和睦,增强并整合全民力量;
2. 教育、动员老挝各族人民参与保卫和建设发展国家的事业;
3. 发扬当家作主权利,保护文化和优良风俗传统,保护老挝各族人民和各阶层的正当权利和利益;
4. 密切联系群众,收集意见,反映老挝各族人民的意志和愿望;
5. 通过老挝各族人民的意见,跟踪检查国家政权机关和老挝建国阵线成员的活动;
6. 作为与其成员协调配合的中枢。
ພາສາລາວ (老挝语原文)
ມາດຕາ 8 (ປັບປຸງ) ພາລະບົດບາດ ຂອງແນວລາວສ້າງຊາດ
ແນວລາວສ້າງຊາດ ມີພາລະບົດບາດ ຕົ້ນຕໍ ດັ່ງນີ້:
1. ເປັນຄັນທຸງ ເຕົ້າໂຮມຄວາມສາມັກຄີປອງດອງ ປະຊາຊົນລາວບັນດາເຜົ່າ, ສ້າງຄວາມເຂັ້ມ
ແຂງ ແລະ ປັບປຸງກຳລັງແຮງທົ່ວປວງຊົນ;
2. ສຶກສາອົບຮົມ, ປຸກລະດົມ ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ;
3. ເສີມຂະຫຍາຍ ສິດເປັນເຈົ້າ ໃນການປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີ
ງາມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ;
4. ໃກ້ຊິດຕິດແທດ, ເກັບກຳຄຳຄິດຄຳເຫັນ, ສ່ອງແສງມານະຈິດ ແລະ ຄວາມມຸ່ງມາດປາຖະ
ໜາ ຂອງປະຊາຊົນລາວບັນດາເຜົ່າ;
5. ຕິດຕາມ ກວດກາ ການເຄື່ອນໄຫວ ຂອງອົງການອຳນາດລັດ ແລະ ພາຄີຂອງແນວລາວສ້າງ
ຊາດ ໂດຍຜ່ານຄຳເຫັນຂອງປະຊາຊົນລາວບັນດາເຜົ່າ;
6. ເປັນໃຈກາງປະສານສົມທົບ ກັບພາຄີຂອງຕົນ.
4
第ມາດຕາ 9条
第9条(修订). 老挝建国阵线的权利和职责
老挝建国阵线有以下权利和职责:
1. 汇聚国内外老挝各族人民的团结;
2. 将方针、政策、宪法、法律贯彻为计划、规划、项目并组织实施;
3. 按其职责和责任提出和制定法律及其他法规;
4. 宣传、教育、动员、发扬老挝各族人民的当家作主权利,使其执行各时期的方针、政策、宪法、法律和国家社会经济发展规划;
5. 根据老挝各族人民、各阶层、各宗教、各性别、各年龄段的意见,跟踪检查国会、省级人民议会及上述议会的成员、行政机关、人民法院、人民检察机关以及干部公务员的活动,以向有关组织提出意见加以解决;
6. 参与改进、巩固人民民主国家政权;
7. 保护自身、成员、老挝各族人民的正当权利和利益,并按其职责参与解决争端;
8. 参与保卫、发扬国家和民族的爱国传统、文化及优良风俗传统;
9. 向后代传授老挝独立阵线、老挝爱国阵线的知识、经验、阅历和优良传统;
10. 推荐本组织的人员,对其他部门中代表老挝各族人民、按规定出来竞选进入政治组织、国会、省级人民议会及其他组织的人员提出意见;
11. 就阵线工作活动与其他有关部门协调配合;
12. 发扬民间外交,建立老挝各族人民与区域和国际各国人民之间的友好关系与合作;
13. 定期向上级总结、汇报有关老挝建国阵线的工作活动;
14. 行使法律规定的其他权利、履行法律规定的其他义务。
ພາສາລາວ (老挝语原文)
ມາດຕາ 9 (ປັບປຸງ) ສິດ ແລະ ໜ້າທີ່ ຂອງແນວລາວສ້າງຊາດ
ແນວລາວສ້າງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1.
ເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕ່າງປະເທດ;
2. ຜັນຂະຫຍາຍ ແນວທາງ, ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ເປັນແຜນການ, ແຜນ
ງານ, ໂຄງການ ແລະ ຈັດຕັ້ງປະຕິບັດ;
3. ສະເໜີ ສ້າງ ກົດໝາຍ ແລະ ນິຕິກຳອື່ນ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບ
ຂອງຕົນ;
4. ໂຄສະນາ, ສຶກສາອົບຮົມ, ປຸກລະດົມ, ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນລາວ
ບັນດາເຜົ່າ ໃນການປະຕິບັດແນວທາງ, ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ແຜນພັດທະນາເສດ
ຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ;
5. ຕິດຕາມ ກວດກາ ການເຄື່ອນໄຫວ ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ
ແລະ ສະມາຊິກຂອງສະພາດັ່ງກ່າວ, ອົງການບໍລິຫານ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພະ
ນັກງານ-ລັດຖະກອນ ຕາມຄຳສະເໜີ ຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ເພື່ອສະ
ເໜີ ຕໍ່ອົງການຈັດຕັ້ງທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂ;
6. ເຂົ້າຮ່ວມການປັບປຸງ, ບູລະນະອຳນາດລັດປະຊາທິປະໄຕປະຊາຊົນ;
7. ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ, ພາຄີ, ປະຊາຊົນລາວບັນດາເຜົ່າ
ແລະ ເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງ ຕາມພາລະບົດບາດຂອງຕົນ;
8. ປະກອບສ່ວນ ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອຮັກຊາດ, ວັດທະນະທຳ ແລະ ຮີດ
ຄອງປະເພນີອັນດີງາມ ຂອງຊາດ ແລະ ເຜົ່າ;
9. ຖ່າຍທອດຄວາມຮູ້, ບົດຮຽນ, ປະສົບການ ແລະ ມູນເຊື້ອອັນດີງາມ ຂອງແນວລາວອິດສະ
ລະ, ແນວລາວຮັກຊາດ ໃຫ້ແກ່ຄົນຮຸ່ນຫຼັງ;
10. ສະເໜີບຸກຄະລາກອນຂອງຕົນ, ປະກອບຄຳເຫັນຕໍ່ບຸກຄະລາກອນ ຂອງພາກສ່ວນອື່ນ ທີ່
ເປັນຕົວແທນ ຂອງປະຊາຊົນລາວບັນດາເຜົ່າ ອອກສະໝັກຮັບເລືອກຕັ້ງ ເຂົ້າໃນອົງການຈັດຕັ້ງການເມືອງ, ສະພາ
ແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ອົງການຈັດຕັ້ງອື່ນ ຕາມລະບຽບການ;
11. ປະສານສົມທົບ ກັບພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບການເຄື່ອນໄຫວວຽກງານແນວ
ໂຮມ;
12. ເສີມຂະຫຍາຍ ການທູດປະຊາຊົນ, ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະ
ຫວ່າງປະຊາຊົນລາວບັນດາເຜົ່າ ກັບປະຊາຊົນບັນດາປະເທດໃນພາກພື້ນ ແລະ ສາກົນ;
13. ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານກ່ຽວກັບແນວລາວສ້າງຊາດ ຕໍ່ຂັ້ນເທິງ ຢ່າງ
ເປັນປົກກະຕິ;
14. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
5
ໝວດທີ 2
ລະບົບການຈັດຕັ້ງ, ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ
ຂອງແນວລາວສ້າງຊາດ
第ມາດຕາ 10条
第10条(修订). 老挝建国阵线的组织体系
老挝建国阵线的组织体系包括四级:1. 老挝建国阵线中央;2. 省、首都老挝建国阵线;3. 县、市、城老挝建国阵线;4. 村老挝建国阵线。
ພາສາລາວ (老挝语原文)
ມາດຕາ 10 (ປັບປຸງ) ລະບົບການຈັດຕັ້ງ ຂອງແນວລາວສ້າງຊາດ
ລະບົບການຈັດຕັ້ງ ຂອງແນວລາວສ້າງຊາດ ປະກອບດ້ວຍ ສີ່ ຂັ້ນ:
1.
ສູນກາງແນວລາວສ້າງຊາດ;
2. ແນວລາວສ້າງຊາດ ແຂວງ, ນະຄອນຫຼວງ;
3. ແນວລາວສ້າງຊາດ ເມືອງ, ເທດສະບານ, ນະຄອນ;
4. ແນວລາວສ້າງຊາດ ບ້ານ.
第ມາດຕາ 11条
第11条(新). 老挝建国阵线的机构组成
老挝建国阵线的机构组成由有关各级老挝建国阵线组织和活动的法规规定。
ພາສາລາວ (老挝语原文)
ມາດຕາ 11 (ໃໝ່) ໂຄງປະກອບກົງຈັກການຈັດຕັ້ງ ຂອງແນວລາວສ້າງຊາດ
ໂຄງປະກອບກົງຈັກການຈັດຕັ້ງ ຂອງແນວລາວສ້າງຊາດ ໄດ້ກຳນົດໄວ້ໃນລະບຽບການກ່ຽວ
ກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງແນວລາວສ້າງຊາດ ແຕ່ລະຂັ້ນ.
第ມາດຕາ 12条
第12条(修订). 老挝建国阵线的人员组成
各级老挝建国阵线的人员组成如下:1. 老挝建国阵线委员;2. 老挝建国阵线委员会常务委员会;3. 老挝建国阵线委员会主席;4. 老挝建国阵线委员会副主席。
ພາສາລາວ (老挝语原文)
ມາດຕາ 12 (ປັບປຸງ) ໂຄງປະກອບບຸກຄະລາກອນ ຂອງແນວລາວສ້າງຊາດ
ແນວລາວສ້າງຊາດ ແຕ່ລະຂັ້ນ ມີ ໂຄງປະກອບບຸກຄະລາກອນ ດັ່ງນີ້:
1.
ກຳມະການແນວລາວສ້າງຊາດ;
2. ຄະນະປະຈຳຄະນະກຳມະການແນວລາວສ້າງຊາດ;
3. ປະທານຄະນະກຳມະການແນວລາວສ້າງຊາດ;
4. ຮອງປະທານຄະນະກຳມະການແນວລາວສ້າງຊາດປະຈຳການ ແລະ ບໍ່ປະຈຳການ.
本页展示前 12 条,全文共 63 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读