ຄຳສັ່ງແນະນຳ ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງ, ກວດກາ ແລະ ສະກັດກັນ ການລັກລອບຊື້-ຂາຍ ແລະ ເຄື່ອນຍ້າຍໄມ້ຜິດກົດໝາຍ, ເຄື່ອງຈັກຕັດໄມ້ (ຈັກສະຕີນ), ພາຫະນະດັດແປງ, ເຄື່ອງມືລ່າສັດນ້ຳ-ສັດປ່າ ປະເພດຕ່າງໆ ໃນທົ່ວແຂວງ (ແຂວງອັດຕະປື)
关于加强对非法买卖和转运木材、伐木机械(链锯)、改装车辆、各类捕捞水生动物及野生动物工具的管理、检查与查堵的指导性命令(阿速坡省)
Directive on Strengthening Management, Inspection, and Interception of Illegal Timber Trade, Chainsaws, Modified Vehicles, and Aquatic/Wildlife Capture Tools (Attapeu Province)
ບົດສະຫຼຸບ
ເຈົ້າແຂວງອັດຕະປືໄດ້ອອກຄຳສັ່ງຊີ້ນຳ, ຮຽກຮ້ອງໃຫ້ບັນດາຂະແໜງການເພີ່ມທະວີການຄຸ້ມຄອງ, ກວດກາ ແລະ ສະກັດກັ້ນການຕັດໄມ້, ການສະສົມ, ການຂົນສົ່ງ ແລະ ການຊື້ຂາຍໄມ້ທີ່ຜິດກົດໝາຍ, ກວດກາລົດດັດແປງຂົນສົ່ງ, ເຄື່ອງຈັກຕັດໄມ້ຜິດກົດໝາຍ ແລະ ເຄື່ອງມືລ່າສັດນ້ຳ ແລະ ສັດປ່າ, ພ້ອມທັງກຳນົດໜ້າທີ່ສະເພາະຂອງແຕ່ລະຂະແໜງການ.
ມາດຕາ
ມາດຕາ 1
ສືບຕໍ່ເອົາໃຈໃສ່ໃນການໂຄສະນາ, ເຜີຍແຜ່ ກົດໝາຍ, ລະບຽບການ ແລະ ບັນດາເອກະສານທີ່ມີລັກສະນະເປັນກົດໝາຍ ທີ່ກ່ຽວຂ້ອງກັບການຄຸ້ມຄອງຊັບພະຍາກອນປ່າໄມ້, ຜົນຜະລິດຈາກປ່າ, ສັດນ້ຳ ແລະ ສັດປ່າ, ເພື່ອໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ເຂົ້າໃຈຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບຄວາມສຳຄັນຂອງວຽກງານປ່າໄມ້.
ມາດຕາ 2
ທຸກພາກສ່ວນໃນສັງຄົມຕ້ອງມີຈິດໃຈເປັນເຈົ້າການ ເພີ່ມທະວີການຄຸ້ມຄອງ ໂດຍສະເພາະແມ່ນການເພີ່ມທະວີການຈັດຕັ້ງປະຕິບັດວຽກງານຂອງພະນັກງານ ແລະ ຜູ້ອອກແຮງງານທີ່ປະຈຳຢູ່ດ່ານກວດກາຕ່າງໆ.
ມາດຕາ 3
ໃຫ້ເພີ່ມທະວີການຄຸ້ມຄອງວຽກງານປ່າໄມ້ ແລະ ການຄ້າໄມ້ຢ່າງເຂັ້ມງວດຕາມກົດໝາຍ, ຢຸດຕິການຕັດໄມ້, ການກັກຕຸນ, ການຂົນສົ່ງ ແລະ ການຊື້ຂາຍໄມ້ທີ່ຜິດກົດໝາຍຢ່າງເດັດຂາດ ແລະ ສິ້ນເຊີງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 15 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ