ຄຳສັ່ງ ຂອງເຈົ້າແຂວງອັດຕະປື ວ່າດ້ວຍການຢຸດຕິການເກັບກູ້, ທ້ອນໂຮມ ແລະ ການຊື້-ຂາຍໄມ້, ເຄື່ອນຍ້າຍ, ການມີໄມ້ໃນຄອບຄອງ ແລະ ຂະບວນການສົມຮູ້ຮ່ວມຄິດທີ່ຜິດກົດໝາຍ

阿速坡省省长关于停止非法收集、囤积、买卖、转移、持有木材及串通舞弊活动的指令

Instruction on Halting Illegal Timber Collection, Hoarding, Trading, Transport, and Collusion in Attapeu Province

ບົດສະຫຼຸບ

ເຈົ້າແຂວງອັດຕະປືອອກຄຳສັ່ງໃຫ້ 5 ເມືອງ ແລະ ພະແນກກະສິກຳ ແລະ ປ່າໄມ້, ການເງິນ, ອຸດສາຫະກຳ ແລະ ການຄ້າ ຈັດຕັ້ງໜ່ວຍງານສະເພາະ ເພື່ອກວດກາ, ຍົກເລີກການເກັບກຳ, ຊື້ຂາຍ, ຂົນສົ່ງ, ຖືຄອງໄມ້ແບບຜິດກົດໝາຍ ແລະ ການສົມຮູ້ຮ່ວມຄິດ, ດຳເນີນຄະດີໂຮງງານປຸງແຕ່ງໄມ້ ແລະ ຜູ້ຖືຄອງໄມ້ ແລະ ແຮ່ທາດທີ່ຜິດກົດໝາຍ, ເພື່ອສະກັດກັ້ນກິດຈະກຳໄມ້ຜິດກົດໝາຍໃນແຂວງ.

ມາດຕາ

ມາດຕາ 1

ເຖິງ: ບັນດາກົມກອງ, ຫ້ອງການຕ່າງໆຂອງແຂວງ, ອົງການປົກຄອງ 5 ເມືອງ ແລະ ອົງການຈັດຕັ້ງບ້ານອ້ອມຂ້າງເມືອງ. ອີງຕາມ: ມາດຕາ 20 ພາກທີ 4 ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ (ວັນທີ 14 ທັນວາ 2015) ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ຮັບການປັບປຸງ ກ່ຽວກັບສິດ ແລະ ໜ້າທີ່ຂອງເຈົ້າແຂວງ; ຄຳສັ່ງເລກທີ 15/ນາຍົກ ລົງວັນທີ 13 ພຶດສະພາ 2016 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ກວດກາການຕັດໄມ້, ການຂົນສົ່ງໄມ້ ແລະ ການດຳເນີນທຸລະກິດໄມ້; ມະຕິກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳພັກແຂວງ ແລະ ຄະນະປະຈຳການທະຫານ-ປກສ ແຂວງ ໃນວັນທີ 5 ກັນຍາ 2017. ໃນໄລຍະຜ່ານມາ, ແຂວງໄດ້ອອກຄຳສັ່ງຊີ້ນຳ (ສະບັບເລກທີ 606/ຫ້ອງວ່າການແຂວງ, ວັນທີ 22 ມິຖຸນາ 2016) ກ່ຽວກັບການຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 15/ນາຍົກ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ກວດກາການຕັດໄມ້, ການຂົນສົ່ງໄມ້ ແລະ ການດຳເນີນທຸລະກິດໄມ້. ຈາກການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວມາຮອດປະຈຸບັນ, ເຫັນວ່າ: ຜົນສຳເລັດຍັງບໍ່ທັນມີຫຼາຍ, ຂະແໜງການທີ່ກ່ຽວຂ້ອງຂອງລັດຍັງອ່ອນແອ, ການຈັດຕັ້ງປະຕິບັດຍັງບໍ່ເຂັ້ມງວດ; ຍັງມີການກະທຳທີ່ຜິດກົດໝາຍໃນການຊື້-ຂາຍ, ຂົນສົ່ງໄມ້ ແລະ ການຄອບຄອງໄມ້ຢ່າງຜິດກົດໝາຍ, ເຊິ່ງມີທ່າອ່ຽງເພີ່ມຂຶ້ນ, ສ້າງຄວາມບໍ່ສະຫງົບທາງດ້ານຄວາມເປັນລະບຽບຮຽບຮ້ອຍພາຍໃນແຂວງ. ດັ່ງນັ້ນ, ເພື່ອສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ດັ່ງກ່າວໃຫ້ຫຼຸດຜ່ອນ ແລະ ຫາຍໄປ, ຕາມເນື້ອໃນຈິດໃຈຂອງຄຳສັ່ງເລກທີ 15/ນາຍົກ, ຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ໃຫ້ໄດ້ຜົນຈິງ, ເຈົ້າແຂວງຈຶ່ງອອກຄຳສັ່ງດັ່ງນີ້:

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ