ຂໍ້ຕົກລົງ ຂອງເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ໃນ 4 ເມືອງຂອງແຂວງສະຫວັນນະເຂດ

沙湾拿吉省省长关于划定沙湾拿吉省四个县土地及建筑物估价区的协议

Agreement of the Governor of Savannakhet Province on Delineating Land and Building Valuation Zones in Four Districts of Savannakhet Province

ບົດສະຫຼຸບ

ເຈົ້າແຂວງສະຫວັນນະເຂດອອກຂໍ້ຕົກລົງກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຕີລາຄາທີ່ດິນ ແລະ ສິ່ງປຸກສ້າງ ໃນ 4 ເມືອງ (ໄກສອນ ພົມວິຫານ, ອຸດົມພອນ, ຈຳພອນ, ຊົງຄອນ), ລວມທັງການກຳນົດເຂດຕີລາຄາ, ເຄື່ອງໝາຍ ແລະ ລະຫັດ, ຕາຕະລາງເສຍພາສີ, ອັດຕາສ່ວນຫຼຸດ, ການຈົດທະບຽນທີ່ດິນ ແລະ ສິ່ງປຸກສ້າງ ແລະ ການກຳນົດມູນຄ່າຈົດທະບຽນ, ຂໍ້ຫ້າມ, ອົງການຄຸ້ມຄອງ ແລະ ກວດກາ, ເພື່ອຄຸ້ມຄອງການຈົດທະບຽນທີ່ດິນ, ເກັບພາສີໃຫ້ຄົບຖ້ວນ ແລະ ສະກັດກັ້ນການຕີລາຄາຕ່ຳ.

ມາດຕາ

ມາດຕາ 1

ອຳນາດ ແລະ ໜ້າທີ່ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ 1. ປະຕິບັດ ກົດໝາຍ ແລະ ມະຕິຕົກລົງ, ດຳລັດ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ກ່ຽວກັບວຽກງານການຈົດທະບຽນປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ; 2. ຊີ້ນຳ, ຄຸ້ມຄອງ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຈົດທະບຽນທີ່ດິນທົ່ວແຂວງ 3. ຄຸ້ມຄອງ-ບໍລິຫານ, ຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນ. ຈົດທະບຽນປະເມີນລາຄາທີ່ດິນ ແລະ ສິ່ງປູກສ້າງ ໃນຂອບເຂດທົ່ວແຂວງ: 4. ໂຄສະນາ, ເຜີຍແຜ່ ຂໍ້ຕົກລົງ, ມະຕິ, ຄຳສັ່ງ ແລະ ບັນດາກົດໝາຍກ່ຽວຂ້ອງ ໃຫ້ບັນດາ ການຈັດຕັ້ງຂັ້ນແຂວງ, ເມືອງ, ຕະຫຼອດຮອດບ້ານ ປ່າງທົ່ວເຖິງກ່ຽວກັບວຽກງານຄຸ້ມຄອງການຈົດ ທະບຽນທີ່ດິນ ແລະ ສິ່ງປູກສ້າງ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ; 5. ປະສານສົມທົບໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ຕິດຕາມ ແລະ ກວດກາກັບພະແນກ ການກ່ຽວຂ້ອງອື່ນໆ ເປັນຕົ້ນ ພະແນກການເງິນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກ ກະສິກຳ ແລະ ປ່າໄມ້ແຂວງ ເພື່ອຮັບປະກັນຄວາມຖືກຕ້ອງສອດຄ່ອງໃນການປະຕິບັດລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງຕ່າງໆ: 6. ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂອງຫ່ວຍງານ, ເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ ວຽກງານຂຶ້ນທະບຽນ, ຈົດທະບຽນປະເມີນລາຄາທີ່ດິນ ແລະ ສິ່ງປູກສ້າງ ເພື່ອສະກັດກັນປາກົດການ ຫຍໍ້ທໍ້ ກ່ຽວກັບການຈົດທະບຽນນິຕິກຳກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງ ຕາມຂໍ້ຕົກລົງສະບັບນີ້: 7. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໃນລະບຽບການ ແລະ ກົດໝາຍ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 27 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ