ຄຳສັ່ງ ຂອງເຈົ້າແຂວງ ແຂວງບໍ່ແກ້ວ ວ່າດ້ວຍ ການຕ້ານ ແລະ ສະກັດກັນການລັກລອບນຳເຂົ້າສິນຄ້າ, ເຄື່ອງຂອງ ຕາມຊາຍແດນທີ່ບໍ່ຖືກຕ້ອງຕາມກົດຫາຍຢູ່ພາຍໃນແຂວງບໍ່ແກ້ວ
博胶省省长关于打击和遏制在博胶省境内沿边境违法走私进口商品货物的命令
Order of the Governor of Bokeo Province on Combating and Curbing Illegal Smuggling of Imported Goods Along the Border in Bokeo Province
ບົດສະຫຼຸບ
ເຈົ້າແຂວງບໍ່ແກ້ວອອກຄຳສັ່ງໃຫ້ຄຸ້ມຄອງການນຳເຂົ້າສິນຄ້າ, ການເຂົ້າອອກຂອງບຸກຄົນ ແລະ ການເດີນເຮືອ, ສະກັດກັ້ນການລັກລອບຄ້າຂາຍ ແລະ ຫຼີກເວັ້ນພາສີຕາມຊາຍແດນ, ກຳນົດມາດຕະການລົງໂທດ ແລະ ມອບໃຫ້ໜ່ວຍງານສະເພາະ ແລະ ບັນດາເມືອງຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ສິນຄ້ານຳເຂົ້າທຸກປະເພດ ທີ່ບຸກຄົນ, ນິຕິບຸກຄົນ, ຜູ້ປະກອບການ ນຳເຂົ້າມາໃນຂອບເຂດ ເພື່ອນຳໃຊ້ ແລະ ຈຳໜ່າຍຜ່ານແຂວງບໍ່ແກ້ວ ຕ້ອງນຳເຂົ້າຜ່ານດ່ານຊາຍແດນທີ່ທາງການກຳນົດເທົ່ານັ້ນ, ຕ້ອງໄດ້ຮັບອະນຸຍາດຈາກພະນັກງານຜູ້ປະຕິບັດກົດໝາຍທີ່ກ່ຽວຂ້ອງ ແລະ ຊຳລະພາສີອາກອນ ແລະ ພັນທະອື່ນໆ ຕາມກົດໝາຍ (ຍົກເວັ້ນຜູ້ທີ່ໄດ້ຮັບການຍົກເວັ້ນພາສີອາກອນ ແລະ ພັນທະອື່ນໆ ຕາມກົດໝາຍ). ຖ້າບຸກຄົນ, ນິຕິບຸກຄົນ, ຜູ້ປະກອບການ ນຳເຂົ້າສິນຄ້າ ບໍ່ປະຕິບັດຕາມລະບຽບການຂ້າງເທິງ, ລັກລອບນຳເຂົ້າທີ່ຜິດກົດໝາຍ ຖ້າພະນັກງານກວດກາພົບເຫັນ ຈະຖືກດຳເນີນຄະດີຢ່າງເຂັ້ມງວດຕາມກົດໝາຍທີ່ກ່ຽວຂ້ອງ.
ມາດຕາ 2
ເຮືອທີ່ແລ່ນຕາມແມ່ນ້ຳຂອງ ຕ້ອງໄດ້ຮັບອະນຸຍາດຈາກພະນັກງານບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງ ແລະ ແລ່ນຕາມສະຖານທີ່ທີ່ທາງການກຳນົດ; ຫ້າມຢ່າງເດັດຂາດ ການນຳໃຊ້ເຮືອຂົນສົ່ງສິນຄ້າທີ່ນຳເຂົ້າຜິດກົດໝາຍ; ການເຂົ້າ ແລະ ອອກຂອງເຮືອ ຕ້ອງປະຕິບັດຕາມເວລາທີ່ພະນັກງານບັງຄັບໃຊ້ກົດໝາຍປະຈຳດ່ານ ກຳນົດ, ຄື: ——ອະນຸຍາດໃຫ້ແລ່ນໄດ້ສະເພາະແຕ່ເວລາ 7 ໂມງ 00 ນາທີ ຫາ 18 ໂມງ 00 ນາທີ; ຖ້າຝ່າຝືນ ແລະ ຖືກກວດພົບ, ຈະຖືກດຳເນີນຄະດີຢ່າງເຂັ້ມງວດຕາມກົດໝາຍ. ——ເຮືອທຸກປະເພດທີ່ເຂົ້າ-ອອກທ່າ ຖ້າມີເຈດຕະນາໄປຍັງຝັ່ງກົງຂ້າມຂອງປະເທດໄທ ຫຼື ມຽນມາ, ຕ້ອງໄດ້ຮັບອະນຸຍາດຈາກພະນັກງານບັງຄັບໃຊ້ກົດໝາຍປະຈຳດ່ານເຂົ້າ-ອອກເມືອງ ແລະ ພະນັກງານດ່ານພາສີ ກ່ອນຈຶ່ງຈະອອກໄປໄດ້ (ຍົກເວັ້ນເຮືອທີ່ໃຊ້ພາຍໃນຝັ່ງລາວ ຕາມແມ່ນ້ຳຂອງ); ບຸກຄົນ ຫຼື ຜູ້ປະກອບການໃດ ທີ່ບໍ່ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ, ຖ້າຖືກກວດພົບ, ຈະຖືກດຳເນີນຄະດີຢ່າງເຂັ້ມງວດຕາມກົດໝາຍ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ