ຄຳສັ່ງ ຂອງເຈົ້າແຂວງ ແຂວງບໍ່ແກ້ວ ວ່າດ້ວຍ ການອອກໃບຕາດິນ, ການຄຸ້ມຄອງ ແລະ ການນຳໃຊ້ທີ່ດິນໃນທົ່ວແຂວງ
博胶省省长关于全省地契发放、土地管理与土地使用的命令
Order of the Governor of Bokeo Province on Land Title Issuance, Land Management, and Land Use in the Province
ບົດສະຫຼຸບ
ເຈົ້າແຂວງບໍ່ແກ້ວອອກຄຳສັ່ງໃຫ້ດຳເນີນການຈົດທະບຽນ ແລະ ອອກໃບຕາດິນ, ຄຸ້ມຄອງ ແລະ ນຳໃຊ້ທີ່ດິນໃຫ້ຖືກຕ້ອງ, ເພີ່ມທະວີການເກັບພາສີທີ່ດິນ ແລະ ສະກັດກັ້ນການອະນຸຍາດທີ່ດິນທີ່ບໍ່ຖືກຕ້ອງ.
ມາດຕາ
ມາດຕາ 1
ມອບໃຫ້ເຈົ້າເມືອງ ແລະ ຮອງເຈົ້າເມືອງທຸກເມືອງ ຮ່ວມມືຢ່າງໃກ້ຊິດກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມປະຈຳເມືອງ ວາງແຜນລົງພື້ນທີ່ ເພື່ອດຳເນີນການກວດສອບສິດທິຊັບສິນ ໃນການແຈກຢາຍໃບຕາດິນ ໃຫ້ແກ່ບ້ານເປົ້າໝາຍໃນເມືອງຂອງຕົນ, ໃຫ້ສຳເລັດຕາມເປົ້າໝາຍທີ່ກົມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກຳນົດ, ພ້ອມທັງດຳເນີນການສຳຫຼວດທີ່ດິນ ໄປພ້ອມກັນ, ລົງພື້ນທີ່ເຜີຍແຜ່ຢ່າງວ່ອງໄວ ແລະ ດຳເນີນການວັດແທກ ໃນບ້ານເປົ້າໝາຍໂດຍໄວ.
ມາດຕາ 2
ມອບໃຫ້ເຈົ້າເມືອງ, ຮອງເຈົ້າເມືອງ ເອົາໃຈໃສ່ຕໍ່ການດຳເນີນວຽກງານການເມືອງ-ແນວຄິດ ໃຫ້ແກ່ພະນັກງານທີ່ຈະລົງໄປວັດແທກທີ່ດິນຢູ່ຊົນນະບົດ, ເພື່ອໃຫ້ອຳນາດການປົກຄອງບ້ານເປົ້າໝາຍ ແລະ ປະຊາຊົນສ່ວນໃຫຍ່ ເຂົ້າໃຈ ແລະ ຮັບຮູ້ເຖິງຄວາມສຳຄັນຂອງໃບຕາດິນ, ເຂົ້າຮ່ວມການວັດແທກ ແລະ ໃຫ້ຂໍ້ມູນກ່ຽວກັບທີ່ດິນຂອງຕົນ ແກ່ພະນັກງານວັດແທກພາກສະໜາມ.
ມາດຕາ 3
ຊີ້ນຳໃຫ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ຈັດທຳແຜນລາຍຮັບ-ລາຍຈ່າຍ ການອອກໃບຕາດິນປະຈຳປີ ນັບແຕ່ປີ 2018 ເປັນຕົ້ນໄປ ເປັນຂໍ້ມູນພື້ນຖານ ເພື່ອໃຫ້ສາມາດລົງທະບຽນລາຍຮັບ-ລາຍຈ່າຍ ໃນດ້ານເຕັກນິກການເງິນ ໄດ້ຢ່າງຖືກຕ້ອງຕາມມາດຕະຖານ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານ; ພ້ອມທັງຊີ້ນຳໃຫ້ຫ້ອງການການເງິນເມືອງ ເພື່ອໃຫ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ສາມາດເກັບລາຍຮັບຈາກວຽກງານເຕັກນິກການສຳຫຼວດ ໄດ້ຮ້ອຍເປີເຊັນ ຕາມຂໍ້ຕົກລົງຂອງສອງກະຊວງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 10 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ