ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ)

经济纠纷解决法(修订版)

Law on the Resolution of Economic Disputes (Amended)

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດກົນໄກການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ເພື່ອແນໃສ່ຈັດການຂໍ້ຂັດແຍ່ງໃນກິດຈະກຳເສດຖະກິດຢ່າງມີປະສິດທິພາບຜ່ານຂັ້ນຕອນທີ່ກຳນົດໄວ້. ກົດໝາຍສະບັບນີ້ໃຊ້ກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງກັບຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກຳນົດຫຼັກການ, ວິທີການ ແລະ ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງຢ່າງຈະແຈ້ງ, ເພື່ອສົ່ງເສີມສະຖຽນລະພາບຂອງລະບຽບການເສດຖະກິດ. ບົດບັນຍັດຕ່າງໆໄດ້ກຳນົດຄຳສັບສຳຄັນຢ່າງຊັດເຈນ, ຮັບປະກັນຄວາມຊັດເຈນ ແລະ ສອດຄ່ອງໃນການນຳໃຊ້ກົດໝາຍ.

ມາດຕາ

ມາດຕາ 1

ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການ
ເຄືອນໄຫວ, ການຄຸ້ມຄອງ ແລະ ການກວດກາ ວຽກງານແກ້ໄຂຂໍຂັດແຍ່ງທາງດ້ານເສດຖະກິດ ເພື່ອໃຫ້ວຽກງານ
ດັງກ່າວ ມີຄຸນນະພາບ, ປະສິດທິພາບ ຮັບປະກັນການແກ້ໄຂຂໍຂັດແຍ່ງຢ່າງສັນຕິວິທີ, ຖືກຕ້ອງ, ເປັນທຳ ແລະ
ວ່ອງໄວ ແນໃສ່ຊຸກຍູ້ການດຳເນີນທຸລະກິດ ໃຫ້ຂະຫຍາຍຕົວ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບ
ຮຽບຮ້ອຍ, ສາມາດເຊືອມໂຍງກັບພາກພືນ ແລະ ສາກົນ, ສ້າງສະພາບແວດລ້ອມ ທີເອືອອຳນວຍໃຫ້ນັກລົງທຶນ
ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົາໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2

ມາດຕາ 2 (ປັບປຸງ) ການແກ້ໄຂຂໍຂັດແຍ່ງທາງດ້ານເສດຖະກິດ
ຂໍຂັດແຍ່ງທາງດ້ານເສດຖະກິດ ແມ່ນ ຂໍພິພາດທາງດ້ານຜົນປະໂຫຍດ ລະຫວ່າງນິຕິບຸກຄົນດ້ວຍ
ກັນ, ນິຕິບຸກຄົນກັບບຸກຄົນ ຫຼື ກັບການຈັດຕັ້ງ, ບຸກຄົນກັບບຸກຄົນ, ບຸກຄົນກັບການຈັດຕັ້ງ ທັງພາຍໃນ ແລະ
ຕ່າງປະເທດ ທີ່ເກີດຂຶນຈາກການລະເມີດສັນຍາທາງດ້ານເສດຖະກິດ ຫຼື ການດຳເນີນທຸລະກິດ.
ການແກ້ໄຂຂໍຂັດແຍ່ງທາງດ້ານເສດຖະກິດ ແມ່ນ ການແກ້ໄຂຂໍພິພາດທາງດ້ານຜົນປະໂຫຍດດ້ວຍ
ການໄກ່ເກ່ຍ ຫຼື ດ້ວຍການຕັດສິນ ຊຶງດຳເນີນໂດຍ ອົງການແກ້ໄຂຂໍຂັດແຍ່ງທາງດ້ານເສດຖະກິດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 92 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ