ຄຳສັ່ງ ວ່າດ້ວຍການແກ້ໄຂບັນຫາການຂຸດຄົ້ນແຮ່ຄຳ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ຕາມຈຸດຕ່າງໆ ຂອງທຸກເມືອງ ໃນທົ່ວແຂວງຊຽງຂວາງ

关于解决全川圹省各县各处违反法律规定开采金矿问题的命令

Order: On Resolving Illegal Gold Mining Issues in All Districts of Xieng Khouang Province

ບົດສະຫຼຸບ

ເຈົ້າແຂວງຊຽງຂວາງອອກຄຳສັ່ງໃຫ້ທຸກຂັ້ນ, ກຳລັງປະກອບອາວຸດ ແລະ ພາກສ່ວນກ່ຽວຂ້ອງ ຢຸດຕິການຂຸດຄົ້ນ ແລະ ປຸງແຕ່ງຄຳແບບຜິດກົດໝາຍ ທີ່ເຮັດໃຫ້ເກີດຄວາມເສຍຫາຍຕໍ່ສິ່ງແວດລ້ອມ ແລະ ຄວາມບໍ່ສະຫງົບໃນສັງຄົມ ແລະ ດຳເນີນຄະດີຕາມກົດໝາຍ.

ມາດຕາ

ມາດຕາ 1

ໃຫ້ຄະນະກຳມະການປົກຄອງເມືອງ, ພະນັກງານກໍ່ສ້າງຮາກຖານ, ຄະນະກຳມະການປົກຄອງບ້ານ ແລະ ຕຳຫຼວດກຸ່ມບ້ານ ສືບຕໍ່ຕິດຕາມ, ກວດກາ, ໂຄສະນາເຜີຍແຜ່, ອະທິບາຍຜົນຮ້າຍຂອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳທີ່ຜິດກົດໝາຍ, ແລະ ສະກັດກັ້ນຢ່າງເດັດຂາດໃນເຂດຄວາມຮັບຜິດຊອບຂອງຕົນ ຕໍ່ການກະທຳດັ່ງຕໍ່ໄປນີ້: ຈຸດຂຸດຄົ້ນ, ເຄື່ອງຈັກກຸ່ມ, ຮ່ອງລ້າງແຮ່, ການສະກັດກັ້ນສານເຄມີ, ການເກັບຄ່າບໍລິການຕ່າງໆ ທີ່ຜິດກົດໝາຍ, ການໃຊ້ຊື່ຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ, ການກະທຳຮຸນແຮງ, ການຊ່ອນເຊື່ອງ, ການທຳລາຍ, ການປອມແປງເອກະສານ, ການລາຍງານທີ່ບໍ່ຖືກຕ້ອງ ແລະ ອື່ນໆ, ຕ້ອງຢຸດເຊົາຢ່າງສິ້ນເຊີງ. ຖ້າຜູ້ໃດບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ກວດກາ ແລະ ບັງຄັບໃຊ້ກົດໝາຍ, ໃຫ້ດຳເນີນຄະດີຕາມກົດໝາຍ.

ມາດຕາ 2

ມອບໃຫ້ພະນັກງານຮັກສາຄວາມປອດໄພ ແລະ ປ້ອງກັນຄວາມສະຫງົບ ທຸກຂັ້ນ ຕິດຕາມກວດກາບຸກຄົນ, ກຸ່ມຄົນ ທີ່ກ່ຽວຂ້ອງກັບກິດຈະການຄຳທີ່ຜິດກົດໝາຍ ເຊັ່ນ: ການຂົນສົ່ງ, ການຂົນຍ້າຍ, ການຊື້ຂາຍ, ເຄື່ອງຈັກ, ຖັງແຊ່ສານເຄມີ ແລະ ອຸປະກອນທີ່ກ່ຽວຂ້ອງກັບການຜະລິດ ແລະ ປຸງແຕ່ງຄຳທີ່ຜິດກົດໝາຍ. ຜູ້ໃດກະທຳຜິດພາຍໃຕ້ການຄຸ້ມຄອງຂອງຕົນ ໃຫ້ດຳເນີນມາດຕະການທາງກົດໝາຍຢ່າງເດັດຂາດ ໂດຍບໍ່ມີຂໍ້ແກ້ຕົວ ຫຼື ເງື່ອນໄຂໃດໆ.

ມາດຕາ 3

ມອບໃຫ້ກອງບັນຊາການທະຫານແຂວງ ແລະ ອົງການທະຫານປະຈຳເມືອງ ຈັດກຳລັງຄຸ້ມຄອງ, ກວດກາ, ປະຈຳການ ເພື່ອສະກັດກັ້ນຢ່າງເຂັ້ມງວດ ແລະ ເດັດຂາດ ບໍ່ໃຫ້ປະຊາຊົນ ແລະ ບຸກຄະລາກອນ ເຂົ້າໄປບຸກລຸກ ແລະ ຂຸດຄົ້ນບໍ່ຄຳ ໂດຍບໍ່ຖືກຕ້ອງຕາມກົດໝາຍ ໃນເຂດຄວາມຮັບຜິດຊອບຂອງຕົນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ