ຄຳສັງ ວ່າດ້ວຍ ການຄຸ້ມຄອງ, ສົ່ງເສີມການຜະລິດ, ການປຸງແຕ່ງ ແລະ ການຈຳໜ່າຍຜະລິດຕະພັນ ອາຫານ - ເຄື່ອງດື່ມ
命令:关于食品饮料产品生产、加工及销售的管理与促进
Order: On the Management and Promotion of Production, Processing, and Sale of Food and Beverage Products
ບົດສະຫຼຸບ
ຄຳສັ່ງຂອງທ່ານເຈົ້າແຂວງຊຽງຂວາງ ໃຫ້ຄຸ້ມຄອງ ແລະ ຄວບຄຸມການຜະລິດ, ປຸງແຕ່ງ, ຈຳໜ່າຍ ແລະ ນຳເຂົ້າ-ສົ່ງອອກ ອາຫານ ແລະ ເຄື່ອງດື່ມໃນຂອບເຂດແຂວງ, ໂດຍຕ້ອງດຳເນີນການຕາມກົດໝາຍ ແລະ ລະບຽບການກ່ອນດຳເນີນທຸລະກິດ, ຜ່ານການກວດກາ ແລະ ຮັບຮອງຄຸນນະພາບຈາກຂະແໜງສາທາລະນະສຸກ, ໃຫ້ຂະແໜງສາທາລະນະສຸກແຂວງເປັນຜູ້ຮັບຜິດຊອບຕົ້ນຕໍໃນການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ຮຽກຮ້ອງໃຫ້ບັນດາເມືອງ, ກົມກອງ, ຫ້ອງການ, ຂະແໜງການ, ຫ້ອງວ່າການ ແລະ ອົງການປົກຄອງບ້ານ ທີ່ມີສິດ ແລະ ໜ້າທີ່ໃນການນຳພາ, ຄຸ້ມຄອງ, ກວດກາ ການດຳເນີນທຸລະກິດອາຫານ ແລະ ເຄື່ອງດື່ມ, ຜູ້ປະກອບການ, ການບໍລິການຂາຍ (ລວມທັງການນຳເຂົ້າ, ສົ່ງອອກ) ໃນຂອບເຂດແຂວງຊຽງຂວາງ ຕ້ອງເຮັດໃຫ້ຜູ້ປະກອບການດັ່ງກ່າວ ປະຕິບັດຕາມກົດໝາຍ, ລະບຽບການ, ຂໍ້ຕົກລົງ, ມາດຕະການ ແລະ ລະບຽບການຕ່າງໆ ກ່ຽວກັບການຮັບປະກັນຄວາມປອດໄພດ້ານອາຫານ ແລະ ເຄື່ອງດື່ມ ກ່ອນທີ່ຈະອະນຸຍາດໃຫ້ລັດ, ເອກະຊົນ, ບຸກຄົນ ຫຼື ກຸ່ມຄົນ ດຳເນີນທຸລະກິດດັ່ງກ່າວ; ພ້ອມດຽວກັນນັ້ນ, ຕ້ອງຜ່ານການກວດກາ ແລະ ຮັບຮອງຄຸນນະພາບ ຈາກຂະແໜງສາທາລະນະສຸກ ກ່ອນ ຈຶ່ງອະນຸຍາດໃຫ້ດຳເນີນທຸລະກິດໄດ້.
ມາດຕາ 2
ຫຼັງຈາກໄດ້ຮັບແຈ້ງການນີ້, ບັນດາໂຮງງານ, ຜູ້ຜະລິດ ແລະ ປຸງແຕ່ງຜະລິດຕະພັນອາຫານ ແລະ ເຄື່ອງດື່ມ, ຜູ້ຈຳໜ່າຍ, ແລະ ຜູ້ນຳເຂົ້າ-ສົ່ງອອກ ຕ້ອງຮ່ວມກັນປະຕິບັດຢ່າງເຂັ້ມງວດ ຕາມລະບຽບການ, ຫຼັກການ ແລະ ມາດຕະການ ທີ່ກຳນົດໂດຍອົງການສາທາລະນະສຸກ; ຖ້າບໍ່ຜ່ານການກວດກາ ຫຼື ການຮັບຮອງຄຸນນະພາບ ຈາກຂະແໜງສາທາລະນະສຸກ ແລ້ວ, ຫ້າມຢ່າງເດັດຂາດດຳເນີນກິດຈະກຳທຸລະກິດ ທີ່ຮັບໃຊ້ສັງຄົມ.
ມາດຕາ 3
ມອບໃຫ້ກົມສາທາລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງ ເປັນຫົວໜ້າຮັບຜິດຊອບນຳພາ ໃນການລາຍລະອຽດຈັດຕັ້ງປະຕິບັດ ແລະ ປະສານງານກັບບັນດາກົມກອງ, ຂະແໜງການ ແລະ ອົງການຈັດຕັ້ງຕ່າງໆ ພາຍໃນຂອບເຂດແຂວງ ເພື່ອດຳເນີນວຽກງານທີ່ກ່ຽວຂ້ອງກັບຄຳສັ່ງນີ້ຮ່ວມກັນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ