ຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ
命令:关于进一步加强对公证(文书登记)工作的重视
Order: On Further Strengthening Attention to Notarization (Document Registration) Work
ບົດສະຫຼຸບ
ເຈົ້າແຂວງຊຽງຂວາງອອກຄຳສັ່ງ, ຮຽກຮ້ອງໃຫ້ທຸກອົງກອນ, ບຸກຄົນ ແລະ ນິຕິບຸກຄົນໃນແຂວງປະຕິບັດຕາມກົດໝາຍວ່າດ້ວຍການຮັບຮອງ ແລະ ຄຳສັ່ງເລກທີ 10 ຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ, ໂດຍນຳເອົາສັນຍາ ແລະ ເອກະສານຕ່າງໆ ໄປຮັບຮອງຄວາມຖືກຕ້ອງຕາມກົດໝາຍຢູ່ຫ້ອງການຮັບຮອງແຂວງ ແລະ ເມືອງ, ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ໂດຍໃຫ້ພະແນກຍຸຕິທຳແຂວງເປັນຜູ້ຕິດຕາມກວດກາການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງຂອງລັດ, ບຸກຄົນ ແລະ ນິຕິບຸກຄົນ ໃນຂອບເຂດແຂວງຊຽງຂວາງ ເອົາໃຈໃສ່ຢ່າງເຂັ້ມງວດໃນການປະຕິບັດຕາມກົດໝາຍວ່າດ້ວຍການຮັບຮອງ ສະບັບເລກທີ 11/ສພຊ, ລົງວັນທີ 26 ພະຈິກ 2009, ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 10/ນຍ, ລົງວັນທີ 1 ເມສາ 2016 ວ່າດ້ວຍການເພີ່ມທະວີການເອົາໃຈໃສ່ໃນການປະຕິບັດກົດໝາຍວ່າດ້ວຍການຮັບຮອງ ຢ່າງເຂັ້ມງວດ, ພ້ອມທັງບັນດາລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບວຽກງານການຮັບຮອງ ເພື່ອໃຫ້ສັງຄົມມີຄວາມຍຸຕິທຳ ແລະ ສີວິໄລ, ປະຕິບັດຕາມແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ, ເພື່ອປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ແລະ ແຂວງຊຽງຂວາງ.
ມາດຕາ 2
ຂໍໃຫ້ທ່ານເຈົ້າເມືອງ, ບັນດາກົມກອງ, ກອງບັນຊາການປ້ອງກັນຄວາມສະຫງົບ, ບັນດາອົງການຈັດຕັ້ງຂັ້ນແຂວງ, ທະນາຄານ, ວິສາຫະກິດລັດ, ບໍລິສັດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ, ລວມທັງພາກລັດ ແລະ ເອກະຊົນ ແລະ ພົນລະເມືອງທຸກຄົນ ຮັບຊາບ ແລະ ປະຕິບັດຢ່າງເປັນເອກະພາບວ່າ: ສັນຍາ ແລະ ເອກະສານທຸກປະເພດ ເຊັ່ນ: ສັນຍາສຳປະທານ, ສັນຍາຮັບເໝົາກໍ່ສ້າງ, ສັນຍາຊື້ຂາຍ, ສັນຍາກູ້ຢືມ, ສັນຍາເຊົ່າ, ສັນຍາຂົນສົ່ງ, ສັນຍາຮ່ວມທຶນ, ສັນຍາໂອນຊັບສິນ, ລະບຽບການຕ່າງໆຂອງບໍລິສັດ, ການຮັບຮອງການແປ, ສຳເນົາເອກະສານ, ການປະທັບນິ້ວມື, ການປຽບທຽບບຸກຄົນ ແລະ ຮູບພາບ, ການຮັບຮອງຊັບສິນກ່ອນແຕ່ງງານ ຫຼື ຊັບສິນຮ່ວມຂອງຄູ່ສົມລົດ ແລະ ເອກະສານອື່ນໆ ຕ້ອງນຳເອກະສານດັ່ງກ່າວໄປສົ່ງໃຫ້ຫ້ອງການທະນາຍຄວາມແຂວງຊຽງຂວາງ ຫຼື ກຸ່ມງານທະນາຍຄວາມເມືອງ ເພື່ອກວດສອບຄວາມຖືກຕ້ອງຕາມກົດໝາຍ ຈຶ່ງຈະຖືວ່າເປັນສັນຍາ ຫຼື ເອກະສານທີ່ຖືກຕ້ອງ, ສອດຄ່ອງ, ມີຄຸນຄ່າ ແລະ ມີຜົນບັງຄັບໃຊ້ຕາມກົດໝາຍ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ