ຄຳສັງແນະນຳ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງຜົນຂອງການກວດກາການຂຸດຄົ້ນໄມ້, ທ້ອນໂຮມໄມ້ ແລະ ເຄື່ອນຍ້າຍໄມ້ ຢູ່ແຂວງຊຽງຂວາງ
省长指示令:关于管理川圹省木材采伐、集运及木材搬运检查成果
Governor's Instruction Order: On the Results of Managing Timber Harvesting, Collection, and Transport Inspection in Xieng Khouang Province
ບົດສະຫຼຸບ
ເຈົ້າແຂວງຊຽງຂວາງ (ຮອງຫົວໜ້າຄະນະສະເພາະກິດ) ອອກຄຳສັ່ງຊີ້ນຳ, ຮຽກຮ້ອງໃຫ້ບັນດາເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງຄຸ້ມຄອງ ແລະ ປົກປັກຮັກສາໄມ້ທ່ອນທີ່ຍັງຄ້າງຢູ່ໃນປ່າໃຫ້ດີ, ປ້ອງກັນການທຳລາຍ, ການສູນເສຍ ຫຼື ການລັກຂົນສົ່ງ, ແລະ ກຳນົດໜ້າທີ່ຄຸ້ມຄອງທຸກຂັ້ນ, ການປ້ອງກັນໄຟ, ການເຝົ້າຍາມ, ການອະນຸມັດການຂົນສົ່ງ ແລະ ການດຳເນີນຄະດີຜູ້ລະເມີດ.
ມາດຕາ
ມາດຕາ 1
ມອບໃຫ້ເຈົ້າເມືອງຕ່າງໆ ຈັດຕັ້ງການໂຄສະນາ, ເຜີຍແຜ່, ຝຶກອົບຮົມ ເພື່ອໃຫ້ຜູ້ປະກອບການ ແລະ ປະຊາຊົນ ເຂົ້າຮ່ວມໃນການປົກປັກຮັກສາ ແລະ ຄຸ້ມຄອງໄມ້ທ່ອນໃນສວນປ່າ ເພື່ອປ້ອງກັນໄຟໄໝ້ ແລະ ຄວາມເສຍຫາຍ ຈົນກວ່າຈະມີຄຳສັ່ງຈາກຂັ້ນເທິງໃຫ້ຂົນຍ້າຍ.
ມາດຕາ 2
ມອບໃຫ້ເຈົ້າເມືອງແຕ່ລະເມືອງ ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງຮັກສາໄມ້ທ່ອນ ຂັ້ນເມືອງ ແລະ ຂັ້ນບ້ານ. ຄະນະຮັບຜິດຊອບຄຸ້ມຄອງຮັກສາໄມ້ທ່ອນຂັ້ນເມືອງ ມີໜ້າທີ່ຊີ້ນຳຜູ້ປະກອບການ, ເຈົ້າຂອງໄມ້ ໃຫ້ດຳເນີນການເປີດແນວກັນໄຟ, ທຳຄວາມສະອາດສວນໄມ້, ຈັດການປະຈຳການປົກປ້ອງ ເພື່ອປ້ອງກັນບໍ່ໃຫ້ໄມ້ຖືກທຳລາຍ ແລະ ສູນເສຍ. ຄະນະຮັບຜິດຊອບຄຸ້ມຄອງຮັກສາໄມ້ທ່ອນຂັ້ນບ້ານ ມີໜ້າທີ່ຕິດຕາມສັງເກດການເຄື່ອນໄຫວຂອງຜູ້ກະທຳຜິດທີ່ມີແຜນທຳລາຍ ແລະ ລັກລຳລຽງໄມ້.
ມາດຕາ 3
ມອບໃຫ້ຜູ້ປະກອບການ, ເຈົ້າຂອງໄມ້ ຈົ່ງດຳເນີນການກຳຈັດ, ເປີດແນວກັນໄຟ, ຈັດຕັ້ງການປົກປັກຮັກສາ ແລະ ເຝົ້າຍາມສວນໄມ້ ໃຫ້ດີ ເພື່ອປ້ອງກັນບໍ່ໃຫ້ໄມ້ຖືກທຳລາຍ, ພ້ອມທັງຮ່ວມມືກັບເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມການຂົນສົ່ງໄມ້.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ