ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ
关于村级纠纷调解委员会的组织与活动的决定
Decision on the Organization and Activities of Village-Level Dispute Mediation Committees
ບົດສະຫຼຸບ
ຂໍ້ຕົກລົງຂອງກະຊວງຍຸຕິທຳ ວ່າດ້ວຍການກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການປອງດອງຂັ້ນບ້ານ, ກວມເອົາອົງປະກອບ, ການເລືອກຕັ້ງ ແລະ ການປົດຕຳແໜ່ງ, ສິດ ແລະ ໜ້າທີ່ຂອງຄູ່ກໍລະນີ ແລະ ຜູ້ເຂົ້າຮ່ວມ, ຂໍ້ຂັດແຍ່ງ ແລະ ຄະດີອາຍາທີ່ສາມາດປອງດອງໄດ້, ຂັ້ນຕອນການປອງດອງ, ການກະທຳທີ່ຫ້າມ, ຄ່າບໍລິການ, ການຄຸ້ມຄອງ ແລະ ຕິດຕາມກວດກາ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັນບ້ານ, ແນໃສ່ເສີມຂະຫຍາຍຄວາມສາມັກຄີປອງດອງ ລະຫວ່າງປະຊາຊົນບັນດາເຜົ່າຢູ່ພາຍໃນບ້ານ, ຫຼຸດຜ່ອນຄະດີຂຶ້ນໄປຫາສານ, ປະກອບສ່ວນເຂົ້າໃນການປົກປັກ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຍຸຕິທຳໃນສັງຄົມ.
ມາດຕາ 2
ການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແມ່ນການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນພາຍໃນບ້ານ ດ້ວຍການປະນີ ປະນອມ ໂດຍຄະນະແກ້ໄຂຂໍ້ຂັດແຍ່ງ ແນໃສ່ເຮັດໃຫ້ຄູ່ກໍລະນີ ມີຄວາມຮູ້ສຶກຕິ່ນຕົວ ແລະ ຕົກລົງແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນດ້ວຍຄວາມສະຫັກໃຈ.
ມາດຕາ 3
ການອະທິບາຍຄຳສັບ ຄຳສັບທີ່ນຳໃຊ້ໃນ ຂໍຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້: 1. ຂໍ້ຂັດແຍ່ງຂັ້ນບ້ານ ໝາຍເຖິງຄວາມບໍ່ຖຶກຕ້ອງປອງດອງກັນ, ຄວາມບໍ່ເຂົ້າໃຈກັນ, ບໍ່ສາມາດ ຕົກລົງ ຫຼື ບໍ່ລົງລອຍກັນ ທີ່ເກີດຂຶ້ນລະຫວ່າງບຸກຄົນກັບບຸກຄົນທີ່ຢູ່ພາຍໃນບ້ານດຽວກັນ ຫຼື ຢູ່ ບ້ານອື່ນ. ລະຫວ່າງບຸກຄົນກັບການຈັດຕັ້ງກ່ຽວກັບສາຍພົວພັນທາງແພ່ງ. ການຄ້າ, ຄອບຄົວ, ສິ່ງແວດລ້ອມ ແລະ ອື່ນໆ; 2. ການປະນີປະນອມ ໝາຍເຖິງ ການຜ່ອນສັ້ນຜ່ອນຍາວ, ການໃຫ້ອະໄພ ຊຶ່ງກັນ ແລະ ກັນ; 3. ຄູ່ກໍລະນີ ໝາຍເຖິງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຂໍ້ຂັດແຍ່ງ ຊຶ່ງປະກອບດ້ວຍ ຜູ້ ຮ້ອງຂໍ ແລະ ຜູ້ຖືກຮ້ອງຂໍ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 46 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ