ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງຍຸຕິທຳ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ

司法部部长关于建设守法模范家庭与守法模范村的决定

Decision of the Minister of Justice on Building Law-Abiding Model Families and Model Villages

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການສ້າງຄອບຄົວແບບຢ່າງ ແລະ ບ້ານແບບຢ່າງທີ່ເຄົາລົບກົດໝາຍ, ເພື່ອສຶກສາອົບຮົມສະມາຊິກໃນຄອບຄົວ ແລະ ປະຊາຊົນໃນບ້ານໃຫ້ເຂົ້າໃຈຖືກຕ້ອງ ແລະ ເຄົາລົບ, ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງຕັ້ງໃຈ, ແທນທີ່ຂໍ້ຕົກລົງເລກທີ 209/ກງ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດກາການ ສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນເອກະພາບ ແລະ ມີປະສິດທິຜົນ ແນໃສ່ສຶກສາອົບຮົມໃຫ້ສະມາຊິກພາຍໃນຄອບຄົວ ແລະ ປະຊາຊົນ ພາຍໃນບ້ານຮັບຮູ້, ເຂົ້າໃຈລັດຖະທຳມະນູນ ແລະ ກົດໝາຍ ຢ່າງຖືກຕ້ອງເລິກເຊິ່ງ; ມີສະຕິຕື່ນຕົວເຄົາລົບ ແລະ ປະຕິບັດກົດໝາຍນັບມື້ນັບເຂັ້ມງວດ, ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງພາຍໃນຄອບຄົວ, ພາຍໃນບ້ານ ໃຫ້ຫຼັກແໝ້ນ, ສະກັດກັນ ແລະ ຕີຖອຍທຸກປະກົດການຫຍໍ້ທໍ້ທີ່ລະເມີດກົດໝາຍ, ປະກອບສ່ວນຢ່າງຫ້າວຫັນ ໃນການພັດທະນາຄອບຄົວ, ບ້ານ ໃຫ້ມີຄວາມເຂັ້ມແຂງ, ມີຄວາມສະເໝີພາບ, ຍຸຕິທຳ, ສ້າງຄວາມໝັ້ນຄົງໃຫ້ ແກ່ລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍ.

ມາດຕາ 2

ການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ແມ່ນຂະບວນການຈັດຕັ້ງ ແລະ ການເຄືອນໄຫວ ສ້າງສະຕິຕືນຕົວເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ກົດລະບຽບບ້ານ ໃຫ້ແກ່ສະມາຊິກຄອບຄົວ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານ ໂດຍເລີ່ມຈາກການດຳເນີນແຕ່ລະຄອບຄົວ, ບ້ານ, ເມືອງ, ແຂວງ, ນະຄອນຫຼວງ ໄປໃນຂອບເຂດທົ່ວປະເທດ ຕາມຂັ້ນຕອນ ແລະ ວິທີການທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 16 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ