ຂໍ້ຕົກລົງ ວ່າດ້ວຍການຄ້າຊາຍແດນ

关于边境贸易的决定

Decision on Border Trade

ບົດສະຫຼຸບ

ຂໍ້ຕົກລົງນີ້ອອກໂດຍລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄ້າຊາຍແດນ, ກວມເອົາຮູບແບບການຄ້າຊາຍແດນ, ການດຳເນີນທຸລະກິດ, ຂໍ້ຫ້າມ ແລະ ໜ້າທີ່ຂອງອົງການຄຸ້ມຄອງ 3 ຂັ້ນ (ກົມສົ່ງອອກ-ນຳເຂົ້າ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ).

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຂໍຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄ້າຊາຍແດນ ເພື່ອ ຄຸ້ມຄອງການຄ້າຊາຍແດນ ໃຫ້ດຳເນີນໂດຍຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ສ້າງຄວາມ ສະດວກໃນການຊື້-ຂາຍ, ແລກປ່ຽນ ແລະ ນຳເຂົ້າ-ສົ່ງອອກສິນຄ້າ, ສົ່ງເສີມການຄ້າຊາຍແດນແບບມີແຜນການ ແລະ ມີຈຸດສຸມ ປະກອບສ່ວນສ້າງວຽກເຮັດງານທຳ, ສ້າງລາຍໄດ້ ແລະ ແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ ດີຂຶ້ນ. ມາດຕາ 2 ການຄ້າຊາຍແດນ ການຄ້າຊາຍແດນ ແມ່ນ ການພົວພັນຊື້-ຂາຍ, ແລກປ່ຽນ ແລະ ນຳເຂົ້າ-ສົ່ງອອກສິນຄ້າ ລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ມີຊາຍແດນຕິດຈອດກັນ ໂດຍຜ່ານດ່ານຊາຍແດນ. ມາດຕາ 3 ອະທິບາຍຄຳສັບ ຄຳສັບທີ່ນຳໃຊ້ ໃນຂໍຕົກລົງສະບັບນີ້ມີຄວາມໝາຍ ດັ່ງນີ້: 1. ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໝາຍເຖິງ ຣາຊະອານາຈັກໄທ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສາທາລະນະລັດ ປະຊາຊົນ ຈີນ, ຣາຊະອານາຈັກກຳປູເຈຍ ແລະ ສາທາລະນະລັດແຫ່ງ ສະຫະພາບມຽນມາ; 2. ດ່ານຊາຍແດນ ໝາຍເຖິງ ດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີຂອງ ສປປ ລາວທີ່ຖືກຮັບຮູ້ ແລະ ຍອມຮັບຮ່ວມກັນ ລະຫວ່າງ ສປປ ລາວ ແລະ ບັນດາປະເທດທີ່ມີຊາຍແດນຕິດຈອດກັນ; 3. ຜູ້ດຳເນີນການຄ້າຊາຍແດນ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ ສປປ ລາວ ທີ່ພົວພັນຊື້-ຂາຍ, ແລກປ່ຽນ ແລະ ນຳເຂົ້າ-ສົ່ງອອກສິນຄ້າ ຜ່ານດ່ານຊາຍແດນ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

ມາດຕາ 2

ຂອບເຂດການນຳໃຊ້ ຂໍຕົກລົງສະບັບນີ ນຳໃຊ້ສຳລັບ ບຸກຄົນ, ນິຕິບກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ ເຄືອນໄຫວດຳເນີນການຄ້າຊາຍແດນຢູ່ ສປປ ລາວ. ໜວດທີ 2 ຮຸບແບບການຄ້າຊາຍແດນ

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 15 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ