ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍສະມາຄົມ
关于贯彻执行社团法令的指引
Guidelines for the Implementation of the Decree on Associations
ບົດສະຫຼຸບ
ຄຳແນະນຳການຈັດຕັ້ງປະຕິບັດຂອງກະຊວງພາຍໃນ ຕາມມາດຕາ 80 ຂອງດຳລັດວ່າດ້ວຍສະມາຄົມ (ສະບັບເລກທີ 238/ລບ) ເພື່ອອະທິບາຍເພີ່ມເຕີມກ່ຽວກັບຫຼັກການ ແລະ ຄຳສັບໃນການຈັດຕັ້ງກິດຈະກຳ, ການປ່ຽນຊື່, ການຍ້າຍທີ່ຕັ້ງ, ສະມາຄົມພິເສດ, ເງື່ອນໄຂພິເສດສຳລັບສະມາຄົມເສດຖະກິດ, ຂັ້ນຕອນການອະນຸມັດຈັດຕັ້ງ ແລະ ກອງປະຊຸມໃຫຍ່, ການຈັດຕັ້ງສາຂາ, ໜ້າທີ່ສະເພາະຂອງກະຊວງພາຍໃນ, ກໍລະນີລະເມີດ ແລະ ມາດຕະການຈັດການ ແລະ ການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ບົດນຳ. ຕາມມາດຕາ 80 ຂອງດຳລັດວ່າດ້ວຍສະມາຄົມ ສະບັບເລກທີ 238/ລບ ລົງວັນທີ 11 ສິງຫາ 2017, ກະຊວງພາຍໃນໄດ້ອອກຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍສະມາຄົມ ດັ່ງນີ້: ໜຶ່ງ. ຈຸດປະສົງ ແລະ ເປົ້າໝາຍ: 1. ອະທິບາຍ, ລະອຽດ, ແລະ ຊີ້ແຈງເນື້ອໃນຂອງບາງມາດຕາໃນດຳລັດ; 2. ເພື່ອໃຫ້ອົງການອະນຸມັດສ້າງຕັ້ງ, ອົງການຈົດທະບຽນ ແລະ ສະມາຄົມ ຮັບຮູ້, ເຂົ້າໃຈ, ເຫັນດີເປັນເອກະພາບ ແລະ ຕັ້ງໜ້າຈັດຕັ້ງປະຕິບັດດຳລັດດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ການຄຸ້ມຄອງສະມາຄົມມີປະສິດທິພາບ ແລະ ທັນສະໄໝ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 16 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ