ດຳລັດ ວ່າດ້ວຍສະມາຄົມ (ສະບັບເລກທີ 238/ລບ)
关于社团的法令(第238/政号)
Decree on Associations (No. 238/Gov)
ບົດສະຫຼຸບ
ລັດຖະບານ ສປປ ລາວ ໄດ້ອອກດຳລັດວ່າດ້ວຍສະມາຄົມ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການສ້າງຕັ້ງ, ການດຳເນີນກິດຈະກຳ ແລະ ການຄຸ້ມຄອງສະມາຄົມຂອງພົນລະເມືອງລາວ, ກວມເອົາປະເພດ ແລະ ລະດັບການເຄື່ອນໄຫວຂອງສະມາຄົມ, ຂັ້ນຕອນການອະນຸມັດ ແລະ ຈົດທະບຽນ, ອົງການທີ່ມີສິດ, ໂຄງສ້າງອົງກອນ, ສະມາຊິກ, ກອງປະຊຸມ, ການຮວມ, ແຍກ, ຍຸບເລີກ, ຊັບສິນ ແລະ ລາຍຮັບ, ອົງການຄຸ້ມຄອງ, ອົງການກວດກາ, ການໃຫ້ລາງວັນ ແລະ ການລົງໂທດ, ແທນດຳລັດເລກທີ 115/ລບ.
ມາດຕາ
ມາດຕາ 1
ຈຸດປະສົງ ດຳລັດສະບັບນີ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການສ້າງຕັ້ງ, ການເຄືອນໄຫວ ແລະ ການຄຸ້ມຄອງສະມາຄົມ ເພື່ອເປັນບ່ອນອີງພື້ນຖານ ໃຫ້ແກ່ການສ້າງຕັ້ງສະມາຄົມ ຂອງພົນລະເມືອງລາວ, ອົງ ການຈັດຕັງຂອງລັດທີກ່ຽວຂ້ອງ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ ໃຫ້ສະມາຄົມ ມີການເຄື່ອນໄຫວ ຖຶກຕ້ອງຕາມກົດໝາຍ ຂອງ ສປປ ລາວ, ປະກອບສ່ວນສົງເສີມຄວາມສາມັກຄີເປັ້ນປຶກແຜ່ນຂອງຊາດ, ລຶບລ້າງ ຄວາມທຸກຍາກຂອງປະຊາຊົນ, ຊ່ວຍເຫຼືອສັງຄົມ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.
ມາດຕາ 2
ສະມາຄົມ 1. ສະມາຄົມ ທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວຕາມດຳລັດສະບັບນີ້ ແມ່ນການຈັດຕັ້ງສັງຄົມທີ່ສ້າງຕັ້ງ ຂຶ້ນດ້ວຍຄວາມສະຫັກໃຈ, ເຄື່ອນໄຫວເປັນປະຈຳ, ບໍ່ຫວັງຜົນກຳໄລ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປົກ ປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຄົມ, ສະມາຊິກສະມາຄົມ ຫຼື ຊຸມຊົນ. ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງປະເທດ: 2. ສະມາຄົມ ມີຊື່ຕ່າງກັນຄື: ສະຫະສະມາຄົມ, ສະຫະພັນ, ສະໂມສອນ ຫຼື ຊື່ອື່ນ ຕໍ່ໄປນີ້ ເອີ້ນ ລວມວ່າສະມາຄົມ ຊຶ່ງແມ່ນການຈັດຕັ້ງສັງຄົມທີ່ມີສະມາຊິກ. (ຍົກເວັ້ນກຸ່ມຜະລິດທຸລະກິດທີ່ສະແຫວງ ຫາຜົນກຳໄລ). .
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 81 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ