ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ໃນຕົວເມືອງປາກເຊ ແຂວງຈຳປາສັກ

关于占巴塞省巴色市区秩序管理与整治的协议

Agreement on the Management and Regulation of Order in Pakse City, Champasak Province

ບົດສະຫຼຸບ

ຂໍ້ຕົກລົງຂອງເຈົ້າແຂວງຈຳປາສັກ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ ແລະ ຈັດລະບຽບຄວາມເປັນລະບຽບຮຽບຮ້ອຍຂອງເຂດເມືອງປາກເຊ ເຊິ່ງກວມເອົາທີ່ດິນ ແລະ ອາຄານ, ພື້ນຖານໂຄງລ່າງດ້ານເຕັກນິກ, ການຈະລາຈອນທາງບົກ, ສຸຂານາໄມສິ່ງແວດລ້ອມ, ການຂົນສົ່ງ, ການຢູ່ອາໄສ ແລະ ການຄ້າ, ຄວາມສະຫງົບຮຽບຮ້ອຍ ເພື່ອຍົກລະດັບຄວາມສວຍງາມຂອງເມືອງ ເພື່ອໃຫ້ເມືອງປາກເຊສາມາດຍົກລະດັບເປັນນະຄອນ (ເມືອງ) ໃນອະນາຄົດ.

ມາດຕາ

ມາດຕາ 1

. ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆ ໃນການຄຸ້ມຄອງ - ຈັດສັນ ຄວາມ ເປັນລະບຽບຮຽບຮ້ອຍໃນຕົວເມືອງປາກເຊ ແຂວງຈຳປາສັກ ແນໃສ່ເຮັດໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບ ຮ້ອຍສະດວກ, ປອດໄພ, ມີສະພາບແວດລ້ອມທີ່ດີ ແລະຈົບງາມ ເພື່ອຍົກລະດັບຕົວເມືອງໃຫຍ່ ຂອງແຂວງ ໃຫ້ ສາມາດຮັບຮອງເປັນນະຄອນໃນອະນາຄົດ.

ມາດຕາ 2

. ການຄຸ້ມຄອງ - ຈັດສັນຄວາມເປັນລະບຽບຮຽບຮ້ອຍ ການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແມ່ນການຕິດຕາມກວດກາ ການຈັດຕັ້ງປະຕິບັດນິຕິກຳ ກ່ຽວ ກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃຫ້ມີຄວາມຖືກຕ້ອງ ແລະ ເຂັ້ມງວດ. ໄ“ 1 ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ແມ່ນຂະບວນການຈັດວາງລະບຽບທາງສັງຄົມ ເພື່ອຄວບຄຸມ ພຶດຕິກຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃຫ້ຢູ່ໃນລະບຽບຫຼັກການທີ່ກຳນົດໄວ້ ເຊັ່ນ: ການກຳນົດ ລະບຽບການ ກ່ຽວກັບການນຳໃຊ້ທີ່ດິນ, ສິ່ງປຸກສ້າງ, ລະບົບໂຄງລ່າງເຕັກນິກ, ການສັນຈອນ ໄປ-ມາ, ການນຳ ໃຊ້ລົດ, ໃຊ້ຖະໜົນ, ການບໍລິການຂົນສົ່ງສິນຄ້າ-ໂດຍສານ, ການປົກປັກຮັກສາ ແລະ ອະນາໄມສິ່ງແວດລ້ອມ, ການປະກອບອາຊີບຄ້າຂາຍ ລວມທັງການວາງເຄື່ອງຂາຍ ຢູ່ແຄມເສັ້ນທາງ ແລະອື່ນໆ ເພື່ອແນໃສ່ເຮັດໃຫ້ ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 53 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ