ກົດໝາຍ ວ່າດ້ວຍກຳມະບານລາວ (ສະບັບປັບປຸງ)
老挝工会法(修订版)
Law on Lao Trade Unions (Amended)
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການຈັດຕັ້ງ ແລະ ການດຳເນີນງານຂອງສະຫະພັນກຳມະບານລາວ, ເພື່ອແນໃສ່ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ສົ່ງເສີມຄວາມກົມກຽວລະຫວ່າງນາຍຈ້າງ ແລະ ລູກຈ້າງ. ກົດໝາຍສະບັບນີ້ໃຊ້ບັງຄັບກັບກິດຈະກຳສະຫະພັນກຳມະບານໃນບັນດາວິສາຫະກິດ ແລະ ອົງການຈັດຕັ້ງຕ່າງໆທົ່ວປະເທດ, ກຳນົດພາລະບົດບາດ ແລະ ສິດອຳນາດຂອງສະຫະພັນກຳມະບານຢ່າງຈະແຈ້ງ, ຄຸ້ມຄອງຂັ້ນຕອນການສ້າງຕັ້ງສະຫະພັນກຳມະບານ ແລະ ການເຂົ້າຮ່ວມໃນການປະສານງານດ້ານແຮງງານ, ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ມາດຕາ
ມາດຕາ 1
ມາດຕາ 1 (ສະບັບປັບປຸງ) ຈຸດປະສົງ
ກົດໝາຍວ່າດ້ວຍສະຫະພັນກຳມະບານລາວ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບໂຄງສ້າງການຈັດຕັ້ງການບໍລິຫານ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາຂອງສະຫະພັນກຳມະບານລາວ ເພື່ອຮັບປະກັນຄຸນນະພາບໃນການປະຕິບັດໜ້າທີ່, ສິດ ແລະ ພັນທະຂອງຕົນ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ໃນການເພີ່ມທະວີຄວາມສາມັກຄີຂອງສະມາຊິກ ແລະ ເສີມສ້າງຄວາມສາມາດຂອງສະຫະພັນກຳມະບານ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ແລະ ລູກຈ້າງ ເພື່ອປະກອບສ່ວນເຂົ້າໃນການຮັກສາກຳລັງແຮງງານ ແລະ ການພັດທະນາປະເທດຊາດ.
ມາດຕາ 2
ມາດຕາ 2 (ສະບັບປັບປຸງ) ສະຫະພັນກຳມະບານລາວ
ສະຫະພັນກຳມະບານລາວ ແມ່ນອົງການຈັດຕັ້ງມະຫາຊົນທີ່ກວ້າງຂວາງ ໃນລະບົບການເມືອງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງຢູ່ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ສະຫະພັນກຳມະບານລາວ ເປັນຜູ້ຕາງໜ້າໃຫ້ອົງການຈັດຕັ້ງທີ່ຂຶ້ນກັບຕົນ ແລະ ຮັບຜິດຊອບໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກສະຫະພັນກຳມະບານ, ຜູ້ອອກແຮງງານ ແລະ ລູກຈ້າງ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 57 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ