ຂໍ້ຕົກລົງ ວ່າດ້ວຍການອະນຸມັດ ເຂດພື້ນທີ່ດິນປ່າສະຫງວນ ດົງຫົວຊ້າງເປັນເຂດສະຫງວນເພື່ອການທ່ອງທ່ຽວ
关于批准栋华象保护林地段为旅游保护区的决定
Decision on Approving a Section of Dong Hua Xiang Protection Forest as a Tourism Conservation Area
ບົດສະຫຼຸບ
ເຈົ້າແຂວງອັດຕະປື ໄດ້ອະນຸມັດໃຫ້ປ່າສະຫງວນດົງຫວາງຊາຍ ເນື້ອທີ່ 250 ເຮັກຕາ ຕັ້ງຢູ່ບ້ານໄຊສີ ແລະ ບ້ານຄຳມະກົງ ເມືອງໄຊເສດຖາ ເປັນເຂດສະຫງວນທ່ອງທ່ຽວ, ພ້ອມທັງກຳນົດເຂດແດນ ແລະ ໜ້າທີ່ຮັບຜິດຊອບ.
ມາດຕາ
ມາດຕາ 1
. ຕົກລົງອະນຸມັດພື້ນທີ່ດິນ ປ່າສະຫງວນດົງຫົວຊ້າງພື້ນທີ່ 250 ເຮັກຕາ ຢູ່ບ້ານໄຊສີ ແລະ ບ້ານຄັນມະກ່ອງ ເມືອງໄຊເສດຖາ ແຂວງອັດຕະປື ເປັນເຂດສະຫງວນເພື່ອການທ່ອງທ່ຽວ ເຊິງມີຊາຍແດນຕິດຈອດດັງນີ້: - ທິດເຫຼືອ ຕິດກັບເສັ້ນທາງ 18 8 ຍາວ 742 ແມັດ - ທິດເຫືອ ຕິດກັບສາຍນ້ຳເຊກະຫານ ຍາວ 3,088 ແມັດ - ທິດໃຕ້ ຕິດກັບເສັ້ນທາງ ຍາວ 1781 ແມັດ - ທິດຕາເວັນຕົກ ຕິດກັບທົ່ງນາບ້ານໄຊສີ ຢາວ 1945 ແມັດ
ມາດຕາ 2
. ມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃຊ້ສິດເຕັມສ່ວນໃນການຄຸ້ມຄອງເນື້ອທີ່ດິນດັ່ງກ່າວ ແລະ ສົມທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເພື່ອອອກອະນຸຍາດນຳໃຊ້ດິນລັດເປັນດິນຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຸ້ມຄອງ.
ມາດຕາ 3
ທຸກໆອົງການຈັດຕັ້ງທຸກຂັ້ນ, ທຸກໆຂະແໜງການ ແລະ ບຸກຄົນທີ່ກ່ຽວຂ້ອງ ຕ້ອງຮັບຊາບ ແລະ ຮ່ວມກັນປະຕິບັດຕາມຄຳສັ່ງສະບັບນີ້ຢ່າງເຂັ້ມງວດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ