ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມທາງ

国家主席关于公路费的主席令

Presidential Order on Road Fees

ບົດສະຫຼຸບ

ຄຳສັ່ງຂອງປະທານປະເທດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການເກັບຄ່າທຳນຽມທາງຫຼວງ, ຊີ້ແຈງຄຳນິຍາມຄ່າທຳນຽມທາງຫຼວງ, ຫຼັກການຄິດໄລ່, ປະເພດຍານພາຫະນະທີ່ຕ້ອງເສຍ ແລະ ອັດຕາ, ຍານພາຫະນະທີ່ໄດ້ຮັບການຍົກເວັ້ນ, ແລະ ການຈັດຕັ້ງປະຕິບັດ ເພື່ອຮັບປະກັນການຄຸ້ມຄອງລວມສູນກາງ ແລະ ນຳລາຍຮັບຄ່າທຳນຽມທາງຫຼວງເຂົ້າງົບປະມານແຫ່ງລັດຢ່າງເຕັມຈຳນວນ.

ມາດຕາ

ມາດຕາ 1

ຈຸດປະສົງ ລັດຖະບັນຍັດສະບັບນິກຳນົດຫຼັກການ. ລະບຽບການ. ມາດຕະການກ່ຽວກັບການກຳນົດຄ່າທຳນຽມ ທາງປະຈຳປີເພືອຄູ້ມດອງລວມສູນ ແລະ ຈັດຕັ່ງປະຕິບັດຢ່າງເປັນເອກະພາບກັນໃນຂອບເຂດທົ່ວປະເທດ: ບຸກຄົນ. ນິຕິບຸກຄົນ ແລະ ການຈັດຕັງ ທັງພາຍໃນ ແລະ ຕ່າງປະເທດ ທີ ດຳລົງຊີວິດ ແລະ ດຳເນິນການ ເຄືອນໄຫວທຸລະກິດ ຢູໃນດິນແດນຂອງ ສປປ ລາວ ລ້ວນແຕ່ມິພັນທະເສຍຄ່າທຳນຽມທາງ:ຮັບປະກັນໃຫ້ ທຸກແຫຼ່ງລາຍຮັບຈາກຄ່າທຳນຽມທາງ ຕ້ອງມອບເຂົ້າງົບປະມານແຫ່ງລັດຢ່າງລວມສູນຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

ມາດຕາ 2

ຄ່າທຳນຽມທາງ ຄ່າທຳນຽມທາງແມ່ນ ການກຳນົດຄ່າຢຽບທາງ ຂອງ ຍານພາຫະນະ ທີ່ເປັນກຳມະສິດ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວທຸລະກິດ ໃນ ດິນແດນຂອງ ສປປ ລາວ. 1

ມາດຕາ 3

ຫຼັກການຄິດໄລ່ເກັບຄ່າທາງຫຼວງ. ການຄິດໄລ່ເກັບຄ່າທາງຫຼວງ ໃຫ້ຈັດຕັ້ງປະຕິບັດຕາມຫຼັກການດັ່ງນີ້: ໜຶ່ງ, ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ລວມສູນກາງໃນທົ່ວປະເທດ; ສອງ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້; ສາມ, ຄິດໄລ່ຕາມປະເພດລົດ, ກຳລັງເຄື່ອງຈັກ, ນ້ຳໜັກບັນທຸກລວມຕົວຖັງ, ຈຳນວນບ່ອນນັ່ງຜູ້ໂດຍສານລວມຄົນຂັບ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ