ດຳລັດ ວ່າດ້ວຍ ກອງທຶນທາງ

关于公路基金的法令

Decree on the Road Fund

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ ແລະ ລະບຽບການໃນການຄຸ້ມຄອງ, ຕິດຕາມກວດກາກອງທຶນທາງຫຼວງ (ເອີ້ນວ່າ ກອງທຶນທາງ), ກຳນົດແຫຼ່ງລາຍຮັບ, ຈຸດປະສົງການນຳໃຊ້, ໂຄງສ້າງການຈັດຕັ້ງຄຸ້ມຄອງ, ການເປີດບັນຊີ, ການກວດສອບ ແລະ ການລາຍງານ, ເພື່ອແນໃສ່ລະດົມແຫຼ່ງທຶນທີ່ໝັ້ນຄົງ ແລະ ພຽງພໍ ສຳລັບການບຳລຸງຮັກສາ, ສ້ອມແປງທາງຫຼວງ ແລະ ຄວາມປອດໄພທາງຫຼວງ. ກົດໝາຍສະບັບນີ້ທົດແທນດຳລັດເລກທີ 09/ນາຍົກ ປີ 2001 ວ່າດ້ວຍກອງທຶນບຳລຸງຮັກສາທາງຫຼວງ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ກອງທຶນທາງ ເພື່ອລະດົມ, ຂົນຂວາຍ ແລະ ສະສົມທຶນ ແນໃສ່ໃຫ້ມີທຶນພຽງພໍ ແລະ ຍືນຍົງ ເພື່ອນຳໃຊ້ເຂົ້າໃນວຽກງານບຸລະນະຣັກສາ, ສ້ອມແປງທາງຫຼວງ ແລະ ຄວາມປອດໄພຕາມທາງຫຼວງ ໃຫ້ມີປະສິດທິຜົນ.

ມາດຕາ 2

ກອງທຶນທາງ ກອງທຶນທາງ ຂຽນຫຍໍ້ວ່າ: “ ກທທ ” ແມ່ນກອງທຶນຂອງລັດ ທີ່ສ້າງຕັ້ງຂຶ້ນ ເພື່ອສະສົມທຶນຈາກ ທັງພາຍໃນ ແລະ ຕ່າງປະເທດ ນຳໃຊ້ເຂົາໃນວຽກງານບຸລະນະຮັກສາ, ສ້ອມແປງ, ຟື້ນຟູ, ກໍ່ສ້າງ ທາງຫຼວງ ແລະ ຄວາມປອດໄພຕາມທາງຫຼວງ ແນໃສ່ເຮັດໃຫ້ການສັນຈອນ ມີຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ.

ມາດຕາ 3

ຫຼັກການຄຸ້ມຄອງ ແລະນຳໃຊ້ ກທທ ການຄຸ້ມຄອງ ກທທ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 1. ຕ້ອງລວມສູນ ແລະ ເປັນເອກະພາບ ຕາມລະບົບງົບປະມານແຫ່ງລັດ; 2. ນຳໃຊ້ ກທທ ໃຫ້ຖືກຕາມເປົ້າໝາຍ, ປະຢັດ ແລະ ມີປະສິດທິຜົນ; 3. ທຸກລາຍຮັບ ແລະລາຍຈ່າຍ ຕ້ອງຜ່ານລະບົບບັນຊີຂອງຄັງເງິນແຫ່ງຊາດ, ລົງບັນຊີຕາມຫຼັກ ການ ແລະ ລະບຽບການພື້ນຖານການບັນຊີແຫ່ງລັດ; 4. ບໍລິຫານງົບປະມານຂອງ ກທທ ໃຫ້ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ ແລະ ໂປ່ງໃສ, ຮັບ ປະກັນລາຍຈ່າຍ ຕາມແຜນການປະຈຳແຕ່ລະສົກປີ; 5. ມີການກວດກາ ແລະ ກວດສອບ ເປັນປົກກະຕິ ຕາມກົດໝາຍ ແລະ ລະບຽບການ. ໝວດທີ 2 ແຫຼ່ງລາຍຮັບ ແລະການນຳໃຊ້ ກທທ

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 16 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ