ດຳລັດ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ
关于干部-公务员工作绩效考核的法令
Decree on Performance Evaluation of Civil Servants and Public Employees
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການ ແລະ ລະບຽບການໃນການປະເມີນຜົນງານຂອງພະນັກງານ-ລັດຖະກອນ, ກຳນົດປະເພດການປະເມີນ, ມາດຕະຖານວັດແທກ, ລະດັບການປະເມີນ, ຂັ້ນຕອນ, ສິດ ແລະ ໜ້າທີ່ຂອງຜູ້ຖືກປະເມີນ ແລະ ຜູ້ປະເມີນ, ແລະ ການນຳໃຊ້ຜົນການປະເມີນ, ໃຊ້ກັບພະນັກງານ-ລັດຖະກອນສາຍງານບໍລິຫານ, ວິຊາສະເພາະ ແລະ ສາຍງານບໍລິຫານທີ່ຂຶ້ນກັບພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນທົ່ວປະເທດ.
ມາດຕາ
ມາດຕາ 1
! ແບບພິມການປະເມີນຜົນ ແບບພິມການປະເມີນຜົນ ມີ ດັ່ງນີ້: 1. ແບບພິມການປະເມີນຜົນປົກກະຕິ ສຳລັບລັດຖະກອນທີ່ມີຕຳແໜ່ງບໍລິຫານ, ລັດຖະກອນວິຊາການ ແລະ ລັດຖະກອນຊ່ວຍວຽກບໍລິຫານ. 2. ແບບພິມການປະເມີນຜົນສະເພາະ ກ່ອນການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງໃໝ່, ກ່ອນການຍົກຍ້າຍ ໄປຮັບໜ້າທີ່ໃໝ່ ແລະ ກ່ອນສິ້ນສຸດ ຫຼື ພາຍຫຼັງສຳເລັດ ການປະຕິບັດໜ້າທີ່ວຽກງານໃດໜຶ່ງ. ສຳລັບຮູບແບບພິມ ການປະເມີນຜົນປົກກະຕິ ແລະ ສະເພາະ ໄດ້ກຳນົດໄວ້ໃນລະບຽບການ ຕ່າງຫາກ. ຫວດທີ 3 ເນື້ອໃນມາດຕະຖານວັດແທກ ແລະ ລະດັບການປະເມີນຜົນ
ມາດຕາ 2
ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ແມ່ນວິທີການ ຕີລາຄາ ແລະ ປະເມີນຜົນ ຕາມມາດຕະຖານວັດແທກ ການປະເມີນຜົນ ແລະ ຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ລັດຖະກອນ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 29 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ