ຄຳແນະນຳ ວ່າດ້ວຍ: ການນຳໃຊ້ມາດຕະຖານສາກົນດ້ານການບັນຊີແຫ່ງລັດ ຕາມພື້ນຖານເງິນສົດ ບັນຊີຄູ່
关于采用国家会计权责发生制下国际公共部门会计准则(复式记账)的指导意见
Guidelines on Adopting International Public Sector Accounting Standards (Accrual Basis) under National Accounting
ບົດສະຫຼຸບ
ຄຳແນະນຳຂອງເຈົ້າແຂວງຈຳປາສັກ ຮຽກຮ້ອງໃຫ້ທຸກຂະແໜງການ ແລະ 10 ເມືອງໃນແຂວງ ນຳໃຊ້ມາດຕະຖານການບັນຊີພາກລັດ ແລະ ສາກົນ (ບັນຊີຄູ່) ຕາມຫຼັກເງິນສົດ ແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນໄປ, ເພື່ອມາດຕະຖານບັນຊີ, ລາຍງານ ແລະ ລາຍງານການເງິນ.
ມາດຕາ
ມາດຕາ 1
ຈຸດປະສົງ. ຄຳແນະນຳນີ້ຖືກຈັດຂຶ້ນເພື່ອຂະຫຍາຍລາຍລະອຽດບາງຂໍ້ກຳນົດຂອງກົດໝາຍວ່າດ້ວຍການບັນຊີໃຫ້ຄົບຖ້ວນ ແລະ ຊັດເຈນ, ໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ເພື່ອໃຫ້ວຽກງານການບັນຊີສາມາດຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ, ໂປ່ງໃສ, ມີປະສິດທິພາບ ແລະ ເປັນເອກະພາບໃນທົ່ວປະເທດ. ຄຳແນະນຳນີ້ຕ້ອງປະຕິບັດຄຽງຄູ່ກັບກົດໝາຍວ່າດ້ວຍການບັນຊີ, ນອກຈາກນັ້ນ ຍັງມີຂໍ້ກຳນົດລາຍລະອຽດດັ່ງນີ້: ບັນດາຫ້ອງການຂອງແຂວງຈຳປາສັກຕ້ອງປະຕິບັດມາດຕະຖານການບັນຊີພາກລັດສາກົນບົນພື້ນຖານເງິນສົດ (ການບັນຊີຄູ່) ຢ່າງເປັນເອກະພາບ, ກຳນົດປຶ້ມບັນຊີ, ກຳນົດຮູບແບບລາຍງານ ແລະ ເອກະສານລາຍງານການເງິນ, ແລະ ກະກຽມຄວາມພ້ອມໃນການຈັດຫາພະນັກງານບັນຊີ, ພະນັກງານການເງິນໃຫ້ເໝາະສົມກັບວຽກງານ, ກຳນົດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ.
ກ່ຽວກັບບາງເລື່ອງມີຂໍ້ກຳນົດດັ່ງນີ້:
3.1 ເຫັນດີໃຫ້ບັນດາຫ້ອງການຂຶ້ນກັບແຂວງ ແລະ 10 ເມືອງ ນຳໃຊ້ມາດຕະຖານການບັນຊີພາກລັດສາກົນບົນພື້ນຖານເງິນສົດ (ການບັນຊີຄູ່) ທີ່ຄະນະກຳມະການມາດຕະຖານການບັນຊີພາກລັດສາກົນໄດ້ອະນຸມັດ ແລະ ປະກາດໃຊ້, ເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການບັນຊີຂອງຫ້ອງການຕົນ ສຳລັບໜ່ວຍງົບປະມານ, ອົງການປົກຄອງສະເພາະກິດ ແລະ ອົງການກອງທຶນແຫ່ງຊາດ.
3.2 ບັນດາໜ່ວຍງົບປະມານແຫ່ງລັດໃນທົ່ວແຂວງຕ້ອງກະກຽມຄວາມພ້ອມໃນທຸກດ້ານ, ລວມທັງງົບປະມານ, ອຸປະກອນການບໍລິການ ແລະ ບຸກຄະລາກອນ, ເພື່ອຈັດໃສ່ໃນວຽກງານການບັນຊີແຫ່ງຊາດໃຫ້ມີປະສິດທິຜົນສູງສຸດ; ວຽກງານນີ້ຕ້ອງເປັນເອກະພາບ, ເລີ່ມປະຕິບັດແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນໄປ.
3.3 ໜ່ວຍງານການບັນຊີແຫ່ງລັດຕ້ອງຈັດຕັ້ງປຶ້ມບັນຊີ, ປຶ້ມຕິດຕາມ, ຕາຕະລາງດຸນທົດລອງ ແລະ ຈັດຕັ້ງເອກະສານລາຍງານການເງິນຂອງໜ່ວຍງານຕົນຕາມແບບຟອມທີ່ກະຊວງການເງິນກຳນົດ, ໃຫ້ຖືກຕ້ອງ ແລະ ສອດຄ່ອງ.
3.4 ບັນດາໜ່ວຍງົບປະມານແຫ່ງລັດໃນທົ່ວແຂວງ, ຖ້າມີຄວາມຫຍຸ້ງຍາກໃນການລົງບັນຊີຕາມການບັນຊີສະບັບໃໝ່ນີ້, ຕ້ອງລາຍງານໃຫ້ຫ້ອງການຄັງເງິນແຂວງ (ພະແນກການບັນຊີ) ຮັບຊາບ, ເພື່ອໃຫ້ການຊີ້ນຳໃນການຈັດຕັ້ງປະຕິບັດຕົວຈິງ.
3.5 ເອກະສານລາຍງານການເງິນປະຈຳເດືອນ ແລະ ປະຈຳປີຂອງບັນດາຫ້ອງການຂຶ້ນກັບແຂວງ ແລະ 10 ເມືອງ, ຕ້ອງສົ່ງໃຫ້ພະແນກການບັນຊີທຸກເດືອນຕາມກຳນົດເວລາ, ຊ້າທີ່ສຸດບໍ່ໃຫ້ເກີນວັນທີ 15 ຂອງເດືອນຕໍ່ໄປ, ເພື່ອຕິດຕາມກວດກາ, ເລີ່ມປະຕິບັດແຕ່ເດືອນມັງກອນ 2017 ເປັນຕົ້ນໄປ.
3.6 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ, ໃຫ້ປະຕິບັດຕາມມາດຕາ 29, 30 ຂອງພາກທີ 3 ແຫ່ງຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ ສະບັບເລກທີ 331/ກງ, ລົງວັນທີ 26 ກຸມພາ 2016 ຢ່າງເຄັ່ງຄັດ.
3.7 ມອບໃຫ້ຫ້ອງການຄັງເງິນແຂວງຈຳປາສັກ, ພະແນກການບັນຊີ, ຄັງເງິນແຂວງ, ພະແນກງົບປະມານ ເປັນເຈົ້າການ, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ລົງພື້ນທີ່ເພື່ອຊ່ວຍເຫຼືອຊີ້ນຳ, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນສູງສຸດ.
ດັ່ງນັ້ນ, ຈຶ່ງອອກຄຳສັ່ງຊີ້ນຳ ໃຫ້ບັນດາຂະແໜງການ, ໜ່ວຍງົບປະມານແຫ່ງລັດທົ່ວແຂວງຈຳປາສັກ ປະຕິບັດຕາມຄຳແນະນຳນີ້ຢ່າງເຄັ່ງຄັດ; ຄຳແນະນຳນີ້ມີຜົນບັງຄັບໃຊ້ນັບແຕ່ວັນທີ່ລົງນາມເປັນຕົ້ນໄປ. ເຈົ້າແຂວງຈຳປາສັກ ກົວສອນ ວົງສອງຄອນ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ