ຄຳແນະນຳ ວ່າດ້ວຍ ການຄຸ້ມຄອງນາງສາວຈຳປາສັກ
关于占巴塞小姐管理的指导意见
Guidelines on the Management of Miss Champasak
ບົດສະຫຼຸບ
ຄຳແນະນຳຂອງເຈົ້າແຂວງຈຳປາສັກ ວ່າດ້ວຍການກຳນົດມາດຕະຖານ, ເງື່ອນໄຂ, ໜ້າທີ່, ສິດ, ຄ່າຕອບແທນ ແລະ ຂໍ້ຫ້າມ ໃນການຄັດເລືອກ, ການປະເມີນ, ການບໍລິຫານ ແລະ ກິດຈະກຳຂອງນາງສາວຈຳປາສັກ ແທນລະບຽບການເກົ່າເລກທີ 38 ປີ 2010.
ມາດຕາ
ມາດຕາ 1
ວ່າດ້ວຍຈຸດປະສົງ. - ເພື່ອເປັນການອະນຸລັກ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຄົນລາວ, ໂດຍ ສະເພາະແມ່ນວັດທະນະທຳ ທີ່ເປັນເອກະລັກອັນໂດດເດັ່ນ, ຄຸນສົມບັດ, ມາລະຍາດ ແລະ ຄວາມ ສະຫງຽມຄ່ຽມຄົມ ຂອງແມ່ຍິງລາວ. - ເພື່ອເປັນການໂຄສະນາເຜີຍແຜ່, ສົ່ງເສີມບົດບາດ ຄວາມສາມາດ ຄວາມກ້າຫານ ຄວາມກ້າສະແດງ ອອກຂອງແມ່ຍິງລາວ ຊາວແຂວງຈຳປາສັກ ໃນເວທີສັງຄົມລະດັບທ້ອງຖິ່ນ. ກ້າວໄປສູ່ລະດັບຊາດ, ລະດັບພາກພື້ນ ແລະ ສາກົນໃນຕໍ່ໜ້າ. - ເພື່ອຄວາມເປັນເອກະພາບ ແລະ ເປັນບ່ອນອີງໃຫ້ແກ່ທຸກພາກສ່ວນ ໃນຂອບເຂດທົ່ວແຂວງຈຳປາສັກ ກ່ຽວກັບມາດຕະຖານ ເງື່ອນໄຂໃນການຄັດເລືອກ, ການປະກວດ, ການຄຸ້ມຄອງ ແລະ ການເຄື່ອນ ໄຫວຂອງນາງສາວຈຳປາສັກ.
ມາດຕາ 2
ວ່າດ້ວຍຊື່ຂອງນາງສາວຈຳປາສັກ. ນາງສາວທີ່ຜ່ານການປະກວດຮອບສຸດທ້າຍ ຈຳນວນ 07 ຄົນ(ນັບແຕ່ອັນດັບທີ 1 ຫາ ອັນດັບທີ 7) ເອີ້ນວ່າ: ນາງສາວຈຳປາສັກ.
ມາດຕາ 3
ວ່າດ້ວຍມາດຕະຖານການຄັດເລືອກ ນາງສາວຈຳປາສັກ. ຜູ້ທີ່ຈະເຂົ້າປະກວດນາງສາວຈຳປາສັກ ຕ້ອງມີມາດຕະຖານ ດັ່ງນີ້: - ມີສັນຊາດລາວ. - ເປັນເພດຍິງໂດຍກຳເນີດ. - ມີຄວາມສູງ 160 ຊັງຕີແມັດ ຂຶ້ນໄປ. - ມີອາຍຸແຕ່ 18-25 ປີ. - ບໍ່ເຄີຍໄດ້ຮັບຕຳແໜ່ງ ຈາກການປະກວດລະດັບແຂວງ ຫຼື ລະດັບຊາດ ມາກ່ອນ. - ມີບຸກຄະລິກດີ, ມີຄວາມຮູ້ຄວາມສາມາດ, ມີມະນຸດສຳພັນດີ. - ເປັນໂສດ, ບໍ່ເຄີຍແຕ່ງງານມາກ່ອນ. - ມີປະຫວັດດີ, ປະກອບອາຊີບຖືກຕ້ອງຕາມກົດໝາຍ. - ມີສຸຂະພາບແຂງແຮງດີ, ບໍ່ເຄີຍຜ່ານການຜ່າຕັດແປງໂສມມາກ່ອນ(ບໍ່ເຄີຍເຮັດສັນຍະກຳ). - ເປັນຜູ້ທີ່ມີຖິ່ນກຳເນີດ, ມີພູມລຳເນົາ ຢູ່ແຂວງຈຳປາສັກ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ