ດຳລັດ ວ່າດ້ວຍ ຕຳແໜ່ງບໍລິຫານ ຂອງພະນັກງານ-ລັດຖະກອນ
关于干部—公务员行政职务的法令
Decree on Administrative Positions of Cadres and Civil Servants
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຕຳແໜ່ງງານບໍລິຫານຂອງພະນັກງານ-ລັດຖະກອນ, ເປັນພື້ນຖານໃຫ້ແກ່ການຈ່າຍເງິນອຸດໜູນຕຳແໜ່ງງານບໍລິຫານໃຫ້ແກ່ພັກ, ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຕ່າງໆ ໃນສູນກາງ ແລະ ທ້ອງຖິ່ນ, ເພື່ອແນໃສ່ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດທົ່ວປະເທດ, ແລະ ທົດແທນດຳລັດເລກທີ 99/ນຍ ປີ 2008.
ມາດຕາ
ມາດຕາ 1
ຈຸດປະສົງ ດຳລັດສະບັບນີ້ ກຳນົດຕຳແໜ່ງບໍລິຫານ ຂອງພະນັກງານ-ລັດຖະກອນ ເພື່ອເປັນບ່ອນອີງໃຫ້ແກ່ບັນດາ ອົງການຈັດຕັ້ງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການອຸດໜູນ ຕຳແໜ່ງບໍລິຫານ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຄວາມ ໂປ່ງໃສ, ເປັນທຳ ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.
ມາດຕາ 2
ຕຳແໜ່ງບໍລິຫານ ຕຳແໜ່ງບໍລິຫານ ແມ່ນ ຕຳແໜ່ງນຳພາ, ຄຸ້ມຄອງວຽກງານຕາມ ພາລະບົດບາດ, ສິດ ແລະ ໜ້າທີ່ຢູ່ໃນບັນດາ ອົງການຈັດຕັ້ງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດ ທົ່ວປະເທດ.
ມາດຕາ 3
ການຈັດຕັ້ງປະຕິບັດ ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ດຳລັດສະບັບນີ້ຢ່າງເຂັ້ມງວດ. ມອບໃຫ້ຄະນະຈັດຕັ້ງສູນກາງພັກ ແລະ ກະຊວງພາຍໃນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແນະນຳລະອຽດ ຕື່ມ ໃນການຈັດຕັ້ງປະຕິບັດຕົວຈິງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ