ກົດໝາຍວ່າດ້ວຍ ການຖ່າຍທອດເຕັກໂນໂລຊີ

技术转让法

Law on Technology Transfer

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການພື້ນຖານ ແລະ ລະບຽບການກ່ຽວກັບການຖ່າຍທອດເຕັກໂນໂລຊີ, ເພື່ອແນໃສ່ສົ່ງເສີມການໄຫຼວຽນ ແລະ ການນຳໃຊ້ຄວາມຮູ້ດ້ານເຕັກໂນໂລຊີຢ່າງຖືກຕ້ອງຕາມກົດໝາຍ ລະຫວ່າງບຸກຄົນພາຍໃນ ແລະ ຕ່າງປະເທດ. ກົດໝາຍສະບັບນີ້ໃຊ້ບັງຄັບກັບກິດຈະກຳທີ່ກ່ຽວຂ້ອງກັບການຖ່າຍທອດເຕັກໂນໂລຊີ, ກຳນົດຄຳນິຍາມຂອງການຖ່າຍທອດເຕັກໂນໂລຊີ ແລະ ຄຳອະທິບາຍຄຳສັບທີ່ສຳຄັນ, ເປັນພື້ນຖານທາງກົດໝາຍສຳລັບການນຳເຂົ້າ, ສົ່ງອອກ ແລະ ການຮ່ວມມືດ້ານເຕັກໂນໂລຊີ, ພ້ອມທັງກຳນົດສິດ ແລະ ໜ້າທີ່ໃນຂະບວນການຖ່າຍທອດ.

ມາດຕາ

ມາດຕາ 1

ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ່ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ
ກວດກາ ການຖ່າຍທອດເຕັກໂນໂລຊີ ເພື່ອຊຸກຍູ້ ສົ່ງເສີມ ການຄົ້ນຄວ້າ, ການພັດທະນາ, ການປະດິດສ້າງ, ການ
ຄ້າ, ການລົງທຶນ, ການຜະລິດ, ການບໍລິການ ແລະ ການຫັນເປັນອຸດສາຫະກຳ ແລະ ທັນສະໄໜ ແນໃສ່ເຮັດໃຫ້
ສັງຄົມໄດ້ນຳໃຊ້ເຕັກໂນໂລຊີທີ່ເໜາະສົມ, ກ້າວຫ້າ, ທັນສະໄໜ, ມີປະສິດທິພາບ ແລະ ປະສິດທິຜົນ ເປັນມິດຕໍ່
ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ສາມາດເຊືອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນ
ການພັດທະນາເສດຖະກິດ-ສັງຄົມ, ປຶກປັກຮັກສາປະເທດຊາດ ແລະ ສັງຄົມມີຄວາມຍຸຕິທຳ.

ມາດຕາ 2

ມາດຕາ 2 ການຖ່າຍທອດເຕັກໂນໂລຊີ
ການຖ່າຍທອດເຕັກໂນໂລຊີ ແມ່ນ ການຖ່າຍທອດສິດຂອງການເປັນເຈົ້າຂອງ ຫຼື ສິດນຳໃຊ້ທັງຫົດ ຫຼື
ສ່ວນໃດສ່ວນຫິ່ງ ກ່ຽວກັບເຕັກໂນໂລຊີ ເປັນຕົ້ນ ເຄັດລັບ, ປະສົບການ, ຂະບວນການ, ກຳມະວິທີ ຫຼື ວິທີ
ການ, ເຄື່ອງມື, ອຸປະກອນ, ເຄື່ອງຈັກ, ພາຫະນະ ຈາກຜູ້ມີສິດຖ່າຍທອດ ໄປຫາຜູ້ຮັບການຖ່າຍທອດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 58 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ