ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານຜະລິດຕະພັນ ແລະ ຄຸນນະພາບການບໍລິການໄປສະນີ

关于邮政产品标准与服务质量的协定

Agreement on Standards and Quality of Postal Products and Services

ບົດສະຫຼຸບ

ສັນຍາສະບັບນີ້ອອກໂດຍລັດຖະມົນຕີວ່າການກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາມາດຕະຖານຜະລິດຕະພັນໄປສະນີ (ຂະໜາດ, ນ້ຳໜັກ, ບາໂຄດ) ແລະ ມາດຕະຖານຄຸນນະພາບການບໍລິການ (ເວລາຮັບ, ຄັດແຍກ, ສົ່ງ ແລະ ຄວາມພໍໃຈຂອງຜູ້ໃຊ້).

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຂໍຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ມາດຕະຖານຜະລິດຕະພັນ ແລະ ຄຸນນະພາບການບໍລິການໄປສະນີ ເພື່ອໃຫ້ການບໍລິການມີປະສິດທິພາບ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ເຖິງທີ່ພາຍໃນເວລາ ແນໃສ່ຮັບປະກັນການນຳໃຊ້ຖືກຕ້ອງຕາມລະບຽບຫຼັກການ ແລະ ມາດຕະຖານເຕັກນິກສາກົນ.

ມາດຕາ 2

ມາດຕະຖານ ຜະລິດຕະພັນ ແລະ ຄຸນນະພາບການບໍລິການໄປສະນີ ມາດຕະຖານຜະລິດຕະພັນໄປສະນີ ແມ່ນການກຳນົດຂະໜາດ, ນ້ຳໜັກຂອງຜະລິດຕະພັນໄປສະນີ, ໄລຍະ ເວລາການບໍລິການ ຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ເຄື່ອງຝາກທາງໄປສະນີ ພາຍໃນປະເທດ ແລະ ການແຈກຢາຍເຄື່ອງ ຝາກຂາເຂົ້າຈາກຕ່າງປະເທດ ເພື່ອໃຫ້ໄດ້ຕາມເປົ້າໝາຍທີ່ກຳນົດໄວ້ ແລະ ສອດຄ່ອງກັບລະບຽບການສາກົນ. ຄຸນນະພາບການບໍລິການໄປສະນີ ແມ່ນການຮັບປະກັນການບໍລິການໄດ້ຕາມມາດຕະຖານຕົວຊີ້ວັດທາງດ້ານ ເຕັກນິກທີ່ຖືກກຳນົດໂດຍ ສະຫະພາບໄປສະນີສາກົນ ແລະ ຄວາມເພິ່ງພໍໃຈຂອງຜູ້ໃຊ້ບໍລິການ. 1 74/

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ