ກົດໝາຍ ວ່າດ້ວຍການຜັງເມືອງ (ສະບັບປັບປຸງ)
城市规划法(修订版)
Urban Planning Law
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການຈັດຕັ້ງປະຕິບັດ, ການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງຜັງເມືອງ, ເພື່ອສົ່ງເສີມການພັດທະນາເມືອງຢ່າງເປັນລະບຽບ. ນຳໃຊ້ກັບກິດຈະກຳຜັງເມືອງໃນທົ່ວປະເທດ, ກຳນົດພາລະບົດບາດຂອງອົງການຄຸ້ມຄອງທີ່ກ່ຽວຂ້ອງ, ຄຸ້ມຄອງການອະນຸຍາດຜັງເມືອງ ແລະ ຂໍ້ຫ້າມ, ຮັບປະກັນການນຳໃຊ້ພື້ນທີ່ເມືອງຢ່າງສົມເຫດສົມຜົນ, ປົກປ້ອງຜົນປະໂຫຍດສາທາລະນະ ແລະ ການພັດທະນາແບບຍືນຍົງ.
ມາດຕາ
ມາດຕາ 1
ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມ
ການກວດກາ ການຜັງເມືອງ ເພື່ອໃຫ້ມີຄວາມຖືກຕ້ອງ, ເປັນລະບົບ ແລະ ມີປະສິດທິຜົນ ແນໃສ່ຮັບປະກັນການວາງ
ແຜນ ແລະ ການພັດທະນາຕົວເມືອງ ໃຫ້ມີຄວາມສົມດຸນ, ຄວາມສະດວກ, ສະຫງົບ, ປອດໄພມີສຸຂານາໄມ, ສວຍ
ງາມເປັນລະບຽບຮຽບຮ້ອຍ, ມີຄວາມສີວິໄລ ພ້ອມທັງປົກປັກຮັກສາສະຖາປັດຕະຍະກຳ, ບູຮານນະສະຖານ, ມໍລະ
ດົກທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ລວມທັງລະບົບນິເວດວິທະຍາ, ສິ່ງແວດລ້ອມ ທາງດ້ານ
ທຳມະຊາດ ແລະ ສັງຄົມ, ເຊືອມໂຍງກັນຢ່າງເປັນລະບົບຄົບຊຸດ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການ
ພັດທະນາຕົວເມືອງ ແລະ ຊົນນະບົດຕິດພັນກັບການຍົກລະດັບຄຸນນະພາບຊີວິດ ແລະ ການເຄືອນໄຫວຂອງສັງຄົມ
ປະກອບສ່ວນເຂົາໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ມາດຕາ 2
ມາດຕາ 2 (ປັບປຸງ) ການຜັງເມືອງ
ການຜັງເມືອງ ແມ່ນ ຂະບວນການສຳຫຼວດ, ອອກແບບ ແລະ ວາງແຜນຜັ້ງຕົວເມືອງ ໃຫ້ຖືກຕ້ອງຕາມ
ມາດຕະຖານທາງດ້ານບໍລິຫານ, ເຕັກນິກ, ວິທະຍາສາດ, ເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ການປົກປັກ
ຮັກສາສິ່ງແວດລ້ອມ ລວມທັງການຄວບຄຸມການພັດທະນາຕົວເມືອງ ແລະ ການກໍ່ສ້າງໃຫ້ສອດຄ່ອງກັບແຜນຜັ້ງ
ຕົວເມືອງ ທີຖືກຮັບຮອງ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 97 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ