ຄຳສັ່ງ ຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການຢຸດຕິການອອກໃບອະນຸຍາດນຳເຂົ້າຊິ້ນສ່ວນຍານພາຫະນະ, ນໍ້າມັນດິບ ແລະ ນໍ້າມັນເຄິ່ງສຳເລັດຮູບ ເພື່ອມາປະກອບ, ກັ່ນຕອງ ຫຼື ຜະລິດ ຢູ່ໂຮງງານ
工业与商业部部长关于停止签发进口车辆零部件、原油及半成品油料以供在工厂组装、提炼或生产之进口许可证的命令
Order of the Minister of Industry and Commerce on Suspending the Issuance of Import Licenses for Vehicle Parts, Crude Oil, and Semi-Refined Oil for Assembly, Refining, or Production in Factories
ບົດສະຫຼຸບ
ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຕັດສິນໃຈຢຸດການອອກໃບອະນຸຍາດນຳເຂົ້າສິນຄ້າດັ່ງກ່າວ, ປ່ຽນເປັນໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ກວດກາ ແລະ ອອກໃບຢັ້ງຢືນການນຳເຂົ້າແທນໃບອະນຸຍາດນຳເຂົ້າ ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ.
ມາດຕາ
ມາດຕາ 1
ມອບໃຫ້ກົມຄຸ້ມຄອງການນຳເຂົ້າ-ສົ່ງອອກຢຸດການອອກໃບອະນຸຍາດນຳເຂົ້າຊິ້ນສ່ວນຍານພາຫະນະ, ນ້ຳມັນດິບ ແລະ ນ້ຳມັນກຶ່ງສຳເລັດຮູບ ທີ່ນຳໃຊ້ໃນການປະກອບ, ກັ່ນຕອງ ຫຼື ຜະລິດຢູ່ໂຮງງານ.
ມາດຕາ 2
ມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ຮັບຜິດຊອບການກວດສອບດ້ານເຕັກນິກ ແລະ ອອກໃບອະນຸຍາດນຳເຂົ້າ ໂດຍຜ່ານຂັ້ນຕອນດຽວເທົ່ານັ້ນ. ໃບອະນຸຍາດນຳເຂົ້ານີ້ ໃຊ້ແທນໃບອະນຸຍາດນຳເຂົ້າສິນຄ້າ.
ມາດຕາ 3
ມອບໃຫ້ກົມຄຸ້ມຄອງການນຳເຂົ້າ-ສົ່ງອອກ ປະສານສົມທົບກັບກົມພາສີ ກະຊວງການເງິນ, ແຈ້ງໃຫ້ພະນັກງານດ່ານພາສີທຸກແຫ່ງຮັບຊາບ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຄຳສັ່ງນີ້ ເພື່ອໃຫ້ບັນລຸຜົນສຳເລັດສູງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ