ຂໍ້ຕົກລົງ ວ່າດ້ວຍ ການປະເມີນສິ່ງແວດລ້ອມແບບຍຸດທະສາດ
关于战略环境评估的决定
Decision on Strategic Environmental Assessment
ບົດສະຫຼຸບ
ຄຳສັ່ງສະບັບນີ້ ອອກໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອີງໃສ່ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກຳນົດຫຼັກການ ແລະ ຂັ້ນຕອນການປະເມີນສິ່ງແວດລ້ອມຍຸດທະສາດ, ຮຽກຮ້ອງໃຫ້ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ເຊື່ອມໂຍງວຽກງານສິ່ງແວດລ້ອມ ເຂົ້າໃນການຈັດຕັ້ງ ຫຼື ການທົບທວນນະໂຍບາຍ, ຍຸດທະສາດ ແລະ ແຜນການ, ເພື່ອຫຼີກເວັ້ນ ຫຼື ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນສີຂຽວ ແລະ ຍືນຍົງ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ ແລະ ຂັ້ນຕອນ ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ ເພື່ອໃຫ້ ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ນຳເອົາວຽກງານສິ່ງແວດລ້ອມ ເຂົ້າໃນຂະບວນການສ້າງ ຫຼື ທົບທວນ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແໜງການຕົນ ແນໃສ່ຫຼີກເວັ້ນ ຫຼື ຫຼຸດຜ່ອນ ຜົນກະທົບຕໍ່ສິ່ງແວດລ້ອມ ທັງເປັນການປະກອບສ່ວນໃຫ້ ການພັດທະນາເສດຖະກິດ-ສັງຄົມ ດຳເນີນຕາມທິດສີຂຽວ ແລະ ຍືນຍົງ.
ມາດຕາ 2
ການປະເມີນສິ່ງແວດລ້ອມແບບຍຸດທະສາດ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ແມ່ນຂະບວນການ ຄາດຄະເນຜົນກະທົບ ທີ່ອາດຈະເກີດຂຶ້ນຕໍ່ ສິ່ງແວດລ້ອມ ໃນເວລາວາງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຊຶ່ງລວມເອົາການພິຈາລະນາບັນຫາ ທີ່ພົວພັນກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ. ການປະເມີນຜົນກະທົບດັງກ່າວ ຕ້ອງຊີໃຫ້ເຫັນວິທີ ການ, ມາດຕະການຫຼີກເວັນ ຫຼື ຫຼຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ແນໃສ່ບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 17 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ